ຕອນທີ 16 ງານແຕ່ງເລື່ອນເຂົ້າມາ
ເອກຂັບລົດກັບຈາກເຮືອນຂອງອາລີ້ດ້ວຍສີໜ້າຍິ້ມແຍ້ມ ແຕ່ໃນຂະນະຂັບລົດຢູ່ນັ້ນກໍ່ຄິດຫົດຫູ່ໃຈເມມື່ອຄິດເຫັນສະພາບການເປັນຢູ່ຂອງຍິງຄົນຮັກ ເຮືອນກໍ່ດິນບ໋ອກຊັ້ນດຽວ 2 ຫ້ອງນອນ ບາງຝາກໍ່ຍັງໂບກບໍ່ທັນແລ້ວ ພື້ນກໍ່ຍັງບໍ່ທັນໄດ້ປູກະໂລ້, ເພດານກໍ່ຍັງບໍ່ທັນໄດ້ໃສ່ ສາຍໄຟແລ່ນພາດຕາມຂື່ເຮືອນຫຍຸ້ງພັນກັນໄປໝົດ ທີ່ຄິດໜັກແບບນີ້ບໍ່ໄດ້ໝາຍຄວາມວ່າເອກຈະລັງກຽດໃນຖານະຂອງອາລີ້ ແລະ ຄິດຈະຖອດໃຈເລີກຄົບຫາ ແຕ່ກຸ້ມ ເພາະຄິດວ່າຈະຊ່ວຍອາລີ້ຢ່າງໃດດີ ເພາະຕອນນີ້ຕົນກໍ່ຍັງຢູ່ໃນຊ່ວງທົດລອງງານ ເງິນ ເດືອນ ກໍ່ຍັງບໍ່ມີ ເງິນທີ່ສະສົມໄວ້ຕັ້ງແຕ່ນ້ອຍຈົນໃຫຍ່ກໍ່ມີບໍ່ຫຼາຍເທົ່າທີ່ຈະສ້າງເຮືອນຫຼັງໜຶ່ງໃຫ້ສຳເລັດສົມ ບູນໄດ້ ຄົງຕ້ອງລໍໄປອີກຈັກໄລຍະໜຶ່ງເຮັດວຽກທ້ອນເງິນໄວ້ໃຫ້ຫຼາຍກວ່ານີ້ແລ້ວຈິ່ງຈະກັບມາຊ່ວຍເຫຼືອຄອບຄົວຂອງອາລີ້.
ທີ່ບໍລິສັດ ນູ່ນີ່ເອື້ອຍຂອງເອກໃຈຈະຂາດຢູ່ຮອນໆ ຕິດຕໍ່ນ້ອງຊາຍຈອມຫຍຸ້ງບໍ່ໄດ້ຕັ້ງແຕ່ແລງວານນີ້ ນີ້ມັນກໍ່ຮອດ 10 ໂມງແລ້ວ ຍັງບໍ່ເຫັນນ້ອງຊາຍເຂົ້າບໍລິສັດ ຕິດຕໍ່ກໍ່ບໍ່ໄດ້ ນູ່ນີ່ນັ່ງບໍ່ຕິດຕັ່ງລຸກຍ່າງວົນໄປກ້ຽວມາຫຼາຍຮອບ ເພາະຕັ້ງແຕ່ຄືນນີ້ສຽງໂທລະສັບຂອງຕົນດັງບໍ່ຂາດສາຍ ທັງພໍ່ແມ່ວຸ້ນວາຍໂທມາຖາມ ນູ່ນີ່ຈິ່ງໄດ້ຫາເຫດບອກພໍ່ແມ່ໄປວ່ານ້ອງມາລົມວຽກກັບຕົນເດິກແລ້ວນອນຄ້າງຄືນຢູ່ເຮືອນຕົນເອງພໍ່ແມ່ບໍ່ຕ້ອງເປັນຫ່ວງ ຄິດວ່ານ້ອງຊາຍຈະເຂົ້າບໍລິສັດແຕ່ເຊົ້າຈິ່ງຕອບແບບນັ້ນໄປ ແຕ່ພໍເຊົ້າເຂົ້າມາທີ່ບໍລິສັດ ນ້ອງກໍຍັງບໍ່ທັນເຂົ້າມາ ໂຊກດີທີ່ມື້ນີ້ແມ່ມີປະຊຸມທາງນອກ ຕອນສວາຍຈິ່ງຈະເຂົ້າບໍລິສັດ ແຕ່ອມ່ກໍ່ໂທມາຖາມ 2 ຄັ້ງແລ້ວວ່ານ້ອງເຂົ້າບໍລິສັດແລ້ວຫຼື ຍັງ ນູ່ນີ່ກໍ່ຕອບປັດໆໄປວ່າເຂົ້າມາແລ້ວແຕ່ຄາກວດງານກໍ່ເລີຍລອດຕົວໄປ ແຕ່ຖ້າຕອນສວາຍນ້ອງຍັງບໍ່ເຂົ້າມາ ຫຼື ຕິດຕໍ່ນ້ອງຍັງບໍ່ໄດ້ ຮັບຮອງວ່ານູ່ນີ່ຄົງຖືກສວດຈົນຫົວຫົດຫູຊາແນ່ນອນ. ໃນທີ່ສຸດນ້ອງຊາຍສຸດທີ່ເລີຟກໍ່ເຂົ້າມາຫາທີ່ຫ້ອງ ນູ່ນີ່ເຫັນນ້ອງກໍ່ຟ້າວຍ່າງເຂົ້າໄປກອດທີຟາດທີ ພ້ອມທັງຖາມນ້ອງຢ່າງໜ້າຕາຕື່ນວ່າ
ນູ່ນີ່: “ເອກ! ຕອບຄຳຖາມເອື້ອຍມາວ່າຄືນນີ້ເຈົ້າຫາຍໄປໃສທັງຄືນ ແລະ ປານນີ້ຈິ່ງເຂົ້າມາຫ້ອງການ ເຈົ້າຮູ້ບໍ່ວານນີ້ເຈົ້າຫາຍຕົວໄປຕິດຕໍ່ກໍ່ບໍ່ໄດ້ເອື້ອຍກັບພໍ່ແມ່ວຸ້ນວາຍໃຈພຽງໃດ ພໍ່ກັບແມ່ໂທຫາເອື້ອຍທັງຄືນ ແລະ ຖາມຫາເຈົ້າເອື້ອຍກໍ່ເລີຍຕອບຕັວະໄປວ່າເຈົ້ານອນພັກທີ່ເຮືອນເອື້ອຍ ພວກເພິ່ນຈິ່ງຄ່ອຍໂລ່ງໃຈໄປ”
ເອກ: “ໂທດໆ ຕອນສິເຂົ້າມານ້ອງໄປແວ່ປ່ຽນເຄື່ອງນຸ່ງຢູ່ເລີຍມາຊ້າ ສ່ວນເລື່ອງຄືນນີ້ມື້ໜ້າຈະເລົ່າສູ່ຟັງເລື່ອງມັນຍາວ! ເຮົາມາເວົ້າເລື່ອງວຽກດີກວ່າ ເປັນແນວໃດຫຼັງຈາກຕິດກ້ອງແລະ ເຄື່ອງດກັຟັງເອື້ອຍໄດ້ເຫັນ ຫຼື ຍິນຫຍັງຜິດສັງເກດບໍ່
ນູ່ນີ່: “ເອີ້! ພໍດີທີ່ເຈົ້າຖາມເລື່ອງນີ້ ເພາະເອື້ອຍມີຫຍັງຈະໃຫ້ຟັງ ແລະ ໃຫ້ເບິ່ງ”
ນູ່ນີ່ໄດ້ເປີດຄອມຕັ້ງໂຕະຂອງຕົນເອງໃຫ້ນ້ອງຊາຍເບິ່ງ ທັງພາບບັນທຶກທີ່ໄດ້ຈາກກ້ອງວົງຈອນປິດ ແລະ ຄລິບສຽງທີ່ພວກຕົນໄດ້ແອບຕິດໃສ່ຕຸກກະຕາແມວກັວກ (ກ່ອງວົງຈອດປິດຕິດໃສທີ່ຕາແມວ ສ່ວນເຄື່ອງດັກຟັງແມ່ນລັກຕິດໄວ້ທີ່ຫຼັງຕູ້ເອກະສານ) ທັງນູ່ນີ່ ແລະ ເອກໄດ້ເບິ່ງຢ່າງລະອຽດທັງເຫັນຄວາມຜິດປົກກະຕິ ແລະ ໄດ້ຍິນພະນັກງານການເງິນລົມໂທລະສັບ.
ພະນັກງານການເງິນລົມໂທລະສັບ: “ເອີ້ລະສິຫາເງິນໄປໃຫ້! ອີກສອງມື້ສິເອົາເງິນທີ່ຕິດໄວ້ນັ້ນໄປໃຊ້ຄືນແນ່ນອນບໍ່ຕ້ອງຫ່ວງ! ໃຈເຢັນໆ ໄດ້ແທ້ໆ ເພາະອີກສອງມື້ຫ້ອງຂາຍຈະມາຖອກເງິນໃຫ້ ບາດໄດ້ລະສິເອົາໄປໂອນໃຫ້ທັນທີ”
ເມື່ອຕັດວິດີໂອທີ່ບັນທຶກໄດ້ໃນຫ້ອງສາງ ກໍ່ເຫັນນາຍສາງກຳລັງຂົນເສັ້ນໃໝເສັ້ນຝ້າຍຢັດໃສ່ຖົງພາຍອອກຈາກບໍລິສັດຫຼັງເລີກວຽກ, ທີ່ຫ້ອງຜະລິດກໍ່ເຫັນພະນັກງານຝ່າຍຜະລິດບາງຄົນບໍ່ຕັ້ງໃຈເຮັດວຽກ, ຫົວໜ້າຝ່າຍອອກແບບຜະລິດຕະພັນກໍ່ເອົາແຕ່ຫຼັກນອນໃນໂມງການ, ສ່ວນຫ້ອງຂາຍກໍ່ບໍ່ມັກຂຽນບິນເວລາຂາຍສິນຄ້າ. ທັງນູ່ນີ່ ແລະ ເອກ ເຫັນແບບນີ້ແລ້ວເຖິງກັບເອົາມືກຸມຂະມັບອຸທານອອກພ້ອມກັນວ່າ “ໂອຍ” ເມື່ອຕອນບ່າຍມາດາມ ລິນດາ ເຂົ້າມາທີ່ຫ້ອງການ ນູ່ນີ່ກໍ່ຟ້າວໄປເຊີນແມ່ເຂົ້າມາທີ່ຫ້ອງ ພໍມາດາມ ລິນດາ ໄດ້ເຫັນຈົນເກືອບຈະເປັນລົມຕ້ອງດົມຢາດົມທັນທີ ພ້ອມທັງເວົ້າອອກມາວ່າ “ນີ້ຂ້ອຍລ້ຽງງູພິດໄວ້ຂ້າງກາຍມາຕະຫຼອດຫຼາຍປີ! ຄົນດີໆທີ່ເຄີຍຊື່ສັດ ຢ່າງນາຍຊາງ, ຢ່າງນາຍບັນຊີ, ນັກອອກແບບ ແລະ ພະນັກງານຂາຍທີ່ເຄີຍເຮັດວຽກກັບບໍລິສັດມາຫຼາຍປີ ບໍ່ຄິດວ່າພວກເຂົາຈະຫັກຫຼັງເຮົາໄດ້! ແບບນີ້ເອົາໄວ້ບໍ່ໄດ້ແລ້ວ ຕ້ອງຈັດການ! ນູ່ນີ່ໃຫ້ເລຂາເອີ້ນພວກມັນທັງໝົດມາເຂົ້າພົບທີ່ຫ້ອງແມ່ດ່ວນ”
ເອກ: “ຢ່າຟ້າວເອີ້ນມາຕອນນີ້! ຈະຕີງູຕ້ອງຕີໃຫ້ມັນຕາຍ ຖ້າມັນບໍ່ຕາຍມັນຈະແວ້ງກັດເຮົາໄດ້ ຫຼັກຖານພຽງເທົ່ານີ້ພວກເຂົາກໍ່ພິກຕົວລອດໄປໄດ້ ສະນັ້ນອົດໃຈກ່ອນ ບໍ່ເກີນ 1 ອາທິດ ພວກເຂົາຕ້ອງໄດ້ຊົດໃຊ້”
ທັງມາດາມ ລິນດາ ແລະ ນູ່ນີ່ແນມເບິ່ງໜ້າເອກດ້ວຍຄວາມງົງເລັກໜ້ອຍ ກ່ອນນູ່ນີ້ຈະເອີ່ຍໄປວ່າ: “ຫຼັກຖານຂະໜາດນີ້ ແລ້ວນ້ອງຈະໃຫ້ພວກເຮົາເຢັນໄດ້ແນວໃດ”
ເອກ: “ຂ້ອຍມີວິທີ ໃຫ້ແມ່ອອກຄຳສັ່ງໃຫ້ຂ້ອຍເປັນຜູ້ຮັບຜິດຊອບກວດບັນຊີຍ້ອນຫຼັງທັງໝົດ ທັງຂອງຫ້ອງບັນຊີ-ການເງິນ, ບັນຊີສາງ ແລະ ການຕະຫຼາດ ເມື່ອແມ່ອະນຸມັດເມື່ອໃດ ລູກຈະເອົາທີມງານຈາກບໍລິສັດກວດບັນຊີທີ່ໄວ້ໃຈໄດ້ມາຈັດການພວກເຂົາທັນທີ”
ມາດາມ ລິນດາ: “ໄດ້! ນັ້ນເລີ່ມມື້ອື່ນເຊົ້າເລີຍ ຕອນແລງກ່ອນຈະເລີກວຽກແມ່ຈະໃຫ້ເລຂາແມ່ຫ້າງເອກະສານ ແລະ ແມ່ຈະເຊັນອະນຸມັດໃຫ້ລູກດຳເນີນການຢ່າງຖືກຕ້ອງ! ສຳລັບເລື່ອງວຽກຕົກໄປ ແຕ່ເລື່ອງສ່ວນຕົວຍັງຢູ່! ລູກຕາມແມ່ເຂົ້າໄປໃນຫ້ອງເຮັດວຽກຂອງແມ່ ແມ່ມີເລື່ອງຈະລົມນຳ”
ມາດາມ ລຸກອອກຈາກຫ້ອງນູ່ນີ່ແລ້ວຍ່າງກັບໄປທີ່ຫ້ອງທຳງານຂອງຕົນ ໂດຍມີນາຍນ້ອຍເອກຍ່າງຕາມຫຼັງມາຕິດໆ ເອກຄິດໃນໃຈ “ງາມເຂົ້າແລ້ວກູ” ມາດາມໄດ້ໄປນັ່ງຕັ່ງທີ່ໂຕະຂອງປະທານ ແລ້ວເຮັດໜ້ານິ້ງຈ້ອງເບິ່ງໜ້າລູກຊາຍແລ້ວເອີ່ຍຖາມດ້ວຍໃບໜ້າຢາກຮູ້ໄປວ່າ
ມາດາມ ລິນດາ: “ຄືນນີ້ເປັນຫຍັງຈິ່ງບໍ່ກັບບ້ານ”
ນາຍນ້ອຍເອກ: “ກໍ່ຍ້ອນເລື່ອງນີ້ລະ! ລູກກໍ່ເລີຍຕ້ອງມີເລື່ອງປຶກສາຫາທາງອອກກັບເອື້ອຍນູ່ນີ່”
ມາດາມ ລິນດາ: “ແນ່ໃຈວ່າສອງເອື້ອຍນ້ອງພວກເຈົ້າບໍ່ໄດ້ກຳລັງປັ່ນຫົວຂ້ອຍຢູ່”
ນາຍນ້ອຍເອກແນມເບິ່ງໜ້າແມ່ໜ້ານິ້ງ ກ່ອນຈະເວົ້າໄປເລື່ອງໃໝ່ວ່າ: “ທີ່ແມ່ເອີ້ນລູກມາກໍ່ພຽງຈະຖາມເທົ່ານີ້ບໍ”
ມາດາມ ລິນດາ: “ບໍ່! ຍັງມີອີກໜຶ່ງເລື່ອງໜຶ່ງ”
ນາຍນ້ອຍເອກ: “ເຊີນແມ່ວ່າມາ”
ມາດາມ ລິນດາ: “ແມ່ຄິດວ່າແມ່ຈະເລື່ອນວັນແຕ່ງງານຂອງລູກ ກັບຢຸ້ຍໃຫ້ໄວຂຶ້ນ ປົກກະຕິລູກມີແຜນຈະແຕ່ງງານກັບຢຸ້ຍກາງເດືອນ 11 ປີນີ້ ແຕ່ຕອນນີ້ແມ່ຄິດວ່າແມ່ຄົງຈະບໍ່ຖ້າດົນປານນັ້ນ ຫຼັງປີໃໝ່ລູກກັບລູກຄົງຈະໄດ້ແຕ່ງງານກັນ”
ນາຍນ້ອຍເອກຕົກໃຈ: “ເປັນຫຍັງຄືຕ້ອງເລື່ອນໃຫ້ມັນໄວຂຶ້ນ”
ມາດາມ ລິນດາ: “ພໍ່ກັບແມ່ ແລະ ຜູ້ໃຫຍ່ທາງນັ້ນໄດ້ປຶກສາກັນແລ້ວວ່າ ແຕ່ງໄວແຕ່ງຊ້າສຸດທ້າຍກໍ່ຕ້ອງແຕ່ງງານກັນຢູ່ດີ ຈັ່ງໃດກໍ່ຕ້ອງແຕ່ງ ເລີຍແຕ່ງໄວໆໃຫ້ທັນຈົບໆໄປເລີຍກໍ່ດີ ເພາະຖ້າປ່ອຍໄວ້ດົນດຽວຈະມີພວກເຫັບພວກມັນມາເກາະແກະກັບລູກຊາຍແມ່ ເມື່ອແຕ່ງງານໄປແລ້ວລູກກໍ່ຈະກາຍເປັນຄົນທີ່ມີເຈົ້າຂອງ ແລະ ຈະບໍ່ມີຜູ້ຍິງໜ້າໃດກ້າມາເກາະແກະລູກແມ່ໄດ້ອີກ”
ນາຍນ້ອຍເອກຕອນນັ້ນຮູ້ສຶກບໍ່ພໍໃຈໜັກຄືກັບຄົນທີ່ຖືກກົດດັນຢ່າງຮຸນແຮງ ເອກມີສີແດງກຳຂຶ້ນມາພ້ອມທັງຂົ່ມໃຈຕອບແມ່ໄປຢ່າງເຢັນໆວ່າ: “ເລື່ອງແຕ່ງງານນີ້ພໍ່ແມ່ບໍ່ເຄີຍຖາມລູກພຽງຄຳດຽວເລີຍວ່າລູກພໍໃຈແຕ່ງກັບຄົນທີ່ພໍ່ແມ່ເລືອກໃຫ້ຫຼືບໍ່ ມີແຕ່ພວກທ່ານເວົ້າເອງເອີເອງ! ລູກມີຂໍ້ສະເໜີ”
ມາດາມ ລິນດາ ຫາຍໃຈໃຫຍ່ຂົ່ມໃຈໃຫ້ນິ້ງ: “ວ່າມາ”
ນາຍນ້ອຍເອກ: “ຄື 1: ລູກຫາກໍ່ຮຽນຈົບໃໝ່! ຢາກທຸ້ມເທກັບວຽກງານ ຢາກຊ່ວງບໍລິສັດແກ້ໄຂບັນຫາ ກວ່າຈະຊ່ວຍບໍລິສັດຟື້ນຟູໃຫ້ກັບມາເຂັ້ມແຂງໄດ້ມັນຕ້ອງໃຊເວລາ ລູກຢາກຂໍໂອກາດທຸ້ມເທກັບວຽກງານກ່ອນ ແລະ ຂໍ້ສອງ ແມ່ນຢູ່ວ່າລູກກັບຢຸ້ຍຮູ້ຈັກກັນມາຕັ້ງແຕ່ນ້ອຍໆ ແຕ່ເຮົາທັງສອງກໍ່ບໍ່ໄດ້ໃກ້ຊິດສະໜິດສະໜົມກັນລູກຢາກໃຊ້ເວລານັບຈາກນີ້ຮອດທ້າຍປີເພື່ອສຶກສາເບິ່ງໃຈກັນໄປກ່ອນ ຖ້າແມ່ຈະໃຫ້ລູກແຕ່ງງານໃນອີກ 1-2 ເດືອນນີ້ລູກຄົງຮັບການຕັດສິນໃຈນີ້ບໍ່ໄດ້”
ມາດາມ ລິນດາ ຫຼັບຕາຂົ່ມໃຈເວົ້າກັບລູກຢ່າງຊ້າໆເນັ້ນໆ ອີກຄັ້ງວ່າ: “ເອກລູກ! ທັງສອງຂໍ້ທີ່ລູກເວົ້າມາແມ່ເຂົ້າໃຈດີວ່າລູກຄິດແນວໃດ ບໍ່ແມ່ນແມ່ບໍ່ຮູ້ເດີ້! ເລື່ອງວຽກງານເຮົາມີຄົນຊ່ວຍແກ້ບັນຫາຫຼາຍຄົນບໍ່ແມ່ນແຕ່ລູກເຮັດຄົນດຽວ ເລື່ອງນີ້ລູກບໍ່ຕ້ອງຫ່ວງ ສຳລັບເລື່ອງການສຶກສາເບິ່ງໃຈກັນນັ້ນ ແຕ່ງກັນໄປຢູ່ນຳກັນໄປກໍ່ຄ່ອຍຮຽນຮູ້ກັນໄປກໍ່ໄດ້ ຄືເອື້ອຍເຈົ້າກັບອ້າຍເຂີຍເຈົ້າທັງສອງກໍ່ມີພັນທະໝັ້ນໝາຍທີ່ຜູ້ໃຫຍ່ຈັດກຽມໃຫ້ ສຸດທ້າຍຕອນນີ້ກໍ່ຍັງຢູ່ນຳກັນໄດ້”
ນາຍນ້ອຍເອກ: ຖ້າເລື່ອງນີ້ຝ່າຍຍິງເປັນຄົນເລື່ອນເວລາອອກໄປເອງແມ່ຈະຍອມເລື່ອນງານແຕ່ງອອກໄປບໍ່
ມາດາມ ລິນດາ ຈ້ອງເບິ່ງໜ້າລູກ: “ລູກເວົ້າແບບນີ້ໝາຍຄວາມວ່າແນວໃດ”
ນາຍນ້ອຍເອກແນມເບິ່ງໜ້າແມ່ດ້ວຍສາຍຕາທ້າທາຍອຳນາດ ກ່ອນຈະລຸກຍ່າງອອກຈາກຫ້ອງ ໃນຂະນະທີ່ເອກຍ່າງອອກໄປນອກຫ້ອງການກໍ່ໄດ້ຈົກໂທລະສັບອອກມາຈາກຖົງໂສ້ງແລ້ວກົດໂທອອກໄປຫາຢຸ້ຍເພື່ອນັດພົບກັນຫຼັງເລີກວຽກທີ່ຮ້ານອາຫານແຖວນ້ຳພຸເພື່ອເຈລະຈາບາງຢ່າງ.
ເວລາ 18:00 ນາທີ ທີ່ ເອກໄດ້ໄປນັ່ງລໍຖ້າຢຸ້ຍທີ່ຮ້ານອາຫານ ນັ່ງຖ້າປະມານ 5 ນາທີ ຢຸ້ຍກໍ່ຍ່າງມາຫາດ້ວຍສີໜ້າຍິ້ມແຍ້ມ ກ່ອນຈະນັ່ງລົງຕັ່ງເຊິ່ງໜ້າກັບເອກແລ້ວເອີ່ຍວ່າ
ຢຸ້ຍ: “ມາລໍດົນແລ້ວບໍ”
ເອກໜ້ານິ້ງ “ມາເຂົ້າເລື່ອງກັນເລີຍດີກວ່າ! ຄືຂ້ອຍສິເວົ້າແບບບໍ່ອ້ອມຂ້ອມ ເຈົ້າຄົງຈະຮູ້ແລ້ວວ່າພໍ່ແມ່ຂອງພວກເຮົາເລື່ອງວັນແຕ່ງງານຂອງພວກເຮົາໃຫ້ໄວຂຶ້ນ”
ຢຸ້ຍ: “ແນ່ນອນວ່າຮູ້! ແລ້ວມັນບໍ່ດີບ່ອນໃດ ເຮົາກໍ່ຮູ້ຈັກກັນມາດົນແລ້ວໝັ້ນກັນມາແຕ່ນ້ອຍຂ້ອຍຄິດວ່າເຮົາຄົງຈະແຕ່ງງານກັນໄວກວ່ານີ້ຊ້ຳ”
ເອກ: “ເຈົ້າຄິດໄດ້ແຕ່ເທົ່ານີ້ແທ້ໆບໍ”
ຢຸ້ຍ: “ເຈົ້າໝາຍຄວາມວ່າແນວໃດ”
ເອກ: “ເຈົ້າຈະຍອມໃຊ້ທັງຊີວິດຂອງເຈົ້າຢູ່ກັບຜູ້ຊາຍທີ່ບໍ່ມີຄວາມສຶກດີກັບເຈົ້າ ຫຼື ເຈົ້າຈະຍອມສຶກສາໃຈກັບຜູ້ຊາຍຄົນນັ້ນໄປກ່ອນແລ້ວຈິ່ງຄ່ອຍຕັດສິນໃຈແຕ່ງງານນຳ”
ຢຸ້ຍ: “ຂ້ອຍເຂົ້າໃຈຄວາມໝາຍທີ່ເຈົ້າເວົ້າ ແລະ ກໍ່ຮູ້ວ່າເຈົ້າສົນໃຈຄົນອື່ນຢູ່ຕອນນີ້! ແຕ່ເລື່ອງນັ້ນຂ້ອຍບໍ່ເຫັນຕ້ອງເກັບມາໃສ່ໃຈ ຂ້ອຍຮູ້ພຽງວ່າຂ້ອຍຕ້ອງໄດ້ຜູ້ຊາຍທີ່ຂ້ອຍຮັກຢູ່ຄຽງຂ້າງຂ້ອຍກ່ອນແລ້ວຈິ່ງຄ່ອຍໆພັດທະນາຄວາມສຳພັນໄປເລື່ອຍໆ ຂ້ອຍເຊື່ອວ່ານ້ຳຢົດລົງຫີນຫຼື ມື້ຫີນມັນຍັງອ່ອນ ແລ້ວໃຈເຈົ້າເປັນຫຍັງມັນສິບໍ່ມີມື້ຫວັ່ນໄຫວ”
ເອກຖອນຫາຍໃຈແກ່ວງຫົວກັບຄຳຕອບຂອງຢຸ້ຍ ກ່ອນຈະຕອບກັບໄປວ່າ: “ຄຳຕອບເຈົ້າຊັດເຈນດີ! ຖ້າເຈົ້າຄິດວ່າເຈົ້າມີປັນຍາເຮັດໃຫ້ຂ້ອຍເກີດຄວາມຮູ້ສຶກຫວັ່ນໄຫວກັບເຈົ້າ ແລະ ເຮັດໃຫ້ຂ້ອຍຍອມຈຳນົນແຕ່ງງານກັບເຈົ້າໄດ້ໂດຍດີເຈົ້າກໍ່ລອງເບິ່ງເດີ້”
ຢຸ້ຍຖືວ່ານີ້ເປັນການທ້າທາຍ ແລະ ການເປີດໂອກາດຈາກເອກໃຫ້ຕົນໄດ້ພິສູດຕົວເອງ ຈາກປົກກະຕິເປັນຄົນທີ່ບໍ່ຍອມກັບສິ່ງໃດງ່າຍໆຢູ່ແລ້ວ ເມື່ອໄດ້ຍິນເອກເວົ້າແບບນີ້ ຍິ່ງກະຕຸ້ນໃຫ້ຢຸ້ຍຢາກເອົາຊະນະໃຈເອກໃຫ້ໄດ້ຍິ່ງຂຶ້ນ ເອກເອີ້ຍງານນີ້ເຈົ້າພົບກັບຫີນເພັດທີ່ຍາກຈະຕັດຂາດຫຼືທຳລາຍມັນເຂົ້າແລ້ວ.
ການເຈລະຈາຂອງເອງເທື່ອນີ້ຖືວ່າລົ້ມເລວບໍ່ເປັນທ່າ ເພາະຝ່າຍຍິງເປັນປະເພດຕື້ບໍ່ຍອມຖອຍ ມີຄວາມດ້ານໜຽວໜຶບກວ່າຢາງມະຕ໋ອຍລາດທາງ ເມື່ອໄດ້ຜົນລັບແບບນີ້ແລ້ວການແຕ່ງງານກໍ່ຄົງຢູ່ໃນວັນເວລາທີ່ຜູ້ໃຫຍ່ທັງສອງຝ່າຍກຳນົດຄືເກົ່າ ໂດຍປົກກະຕິເອກກໍ່ກຸ້ມໃຈຈະຕາຍຢູ່ແລ້ວແຕ່ນີ້ແຮງກຸ້ມໜັກເຂົ້າໄປອີກ 2-3 ເທົ່າຕົວ.
ເອກກັບມາຮອດເຮືອນດ້ວຍຄວາມເມື່ອຍລ້າທັງກາຍໃຈ ອາຫານຄ່ຳມື້ນີ້ຂໍບ່າຍ ອ່ອນລ້າຈົນບໍ່ມີແຮງຮອດ ຢ້ຳເຂົ້າລົງທ້ອງ ຂໍໄປນອນພັກຜ່ອນທີ່ຫ້ອງເອົາແຮງດີກວ່າ ເມື່ອໄປຮອດຫ້ອງພໍແຕ່ເອນກາຍລົງນອນ ສຽງໂທລະສັບກໍ່ດັງຂຶ້ນ ເມື່ອຈັບຂຶ້ນມາເບິ່ງເປັນສາຍອາລີ້ໂທເຂົ້າມາ ຈາກທ່າທາງອິດເມື່ອຍຈະເປັນຈະຕາຍກັບຕາຊື່ນຫຶດມີແຮງປຶງປັງຂຶ້ນມາທັນທີ
ເອກ: “ອາລີ້! ກຳລັງຄິດຮອດພໍດີ! ດີໃຈທີ່ເຈົ້າໂທມາ”
ອາລີ້: “ຢາກໂທມາຂອບໃຈເລື່ອງຂອງວານນີ້ທີ່ຊ່ວຍພາຂ້ອຍໄປໂຮງໝໍ”
ເອກ: “ນັ້ນເປັນເລື່ອງເລັກນ້ອຍ! ເຈົ້າຢ່າໄດ້ເກັບມາໃສ່ໃຈເລີຍ”
ອາລີ້: “ບໍ່ຄິດບໍ່ໄດ້! ຄົນຄືຂ້ອຍບຸນຄຸນຕ້ອງທົດແທນ ມີແຄ້ນຕ້ອງຊຳລະ! ເມື່ອນາຍນ້ອຍເອກມີບຸນຄຸນກັບຂ້ອຍ ຈັກມື້ໜຶ່ງຂ້ອຍຕ້ອງຕອບແທນ ຖ້າມີຫຍັງໃຫ້ຂ້ອຍຊ່ວຍບໍ່ວ່າຈະງານໜັກ ຫຼື ເບົາຂ້ອຍຍິນດີເຮັດໃຫ້ໂດຍບໍ່ຄິດຄ່າຈ້າງ”
ເອກ: “ຂ້ອຍບໍ່ມີຫຍັງເດືອດຮ້ອນ ແຕ່ມີສິ່ງໜຶ່ງທີ່ຂ້ອຍຕ້ອງການ ເຊິ່ງເປັນເຈົ້າຄົນດຽວເທົ່ານັ້ນທີ່ໃຫ້ສິ່ງນີ້ກັບຂ້ອຍໄດ້”
ອາລີ້: “ສິ່ງໃດວ່າມາ”
ເອກ: “ຂ້ອຍມີວຽກໃຫ້ເຈົ້າເຮັດ! ອີກໜຶ່ງອາທິດຂ້ອຍຈະໄປຮັບເອົາເຈົ້າມາ ເຈົ້າຍິນດີຈະມາເຮັດວຽກນີ້ໃຫ້ຂ້ອຍ ຫຼື ບໍ່”
ອາລີ້: “ວຽກຫຍັງລະ”
ເອກ: “ອີກ 7 ມື້ດຽວກໍ່ຮູ້! ເອົາເປັນວ່ານັບຈາກມື້ນີ້ໄປອີກ 7 ວັນເຮົາຈະໄດ້ພົບກັນເຈົ້າກຽມຕົວເກັບເສື້ອຜ້າໃສ່ກະເປົາໄວ້ລໍເລີຍ ເພາະຂ້ອຍຈະໄປຮັບເອົາເຈົ້າມາເຮັດວຽກໃຫ້ ຂອບລຸງກັບປ້າ ແລະ ເອື້ອຍເຈົ້າໄວ້ເດີ້”
ອາລີ້: “ໄດ້! ຕາມນັ້ນ ອີກ 7 ມື້ເຮົາມາພົບກັນ”
ອ່ານຄືນຍ້ອນຫຼັງຕອນທີ 15 ຕາມລິ້ງ https://www.laopost.com/2017/04/01/87951