ງານແຂ່ງຂັນກິລາເພາະກາຍ ແລະ ຍິງຫຸ່ນງາມແຫ່ງຊາດລາວ ປະຈຳປີ 2017

ເວັບໄຊຂ່າວ CRI ລາຍງານວ່າ ຕອນຄໍ່າວັນທີ 1 ເມສາ 2017, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີການຈັກງານ ແຂ່ງຂັນກິລາເພາະກາຍ ແລະ ຍິງຫຸ່ນງາມແຫ່ງຊາດລາວ ປະຈຳປີ 2017 ໂດຍປີນີ້ມີທັງໝົດ 4 ລຸ້ນເຂົ້າຮ່ວມແຂ່ງຂັນຄື: ເພາະກາຍຊາຍລຸ້ນ 68-85 ກິໂລ ແລະ ລຸ້ນ 55-67 ກິໂລ, ຊາຍຫຸ່ນດີ ແລະ ຍິງຫຸ່ນດີ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ, ທ່ານ ບຸນມີ ບັນນາວົງ ປະທານກິລາເພາະກາຍແຫ່ງຊາດລາວ, ບັນດາບໍລິສັດ ແລະ ຫ້າງຮ້ານຜູ້ໃຫ້ການສະໜັບ ສະໜູນ, ຜູ້ເຂົ້າແຂ່ງຂັນ ພ້ອມດ້ວຍຊາວນະຄອນຫຼວງວຽງຈັນເຂົ້າຮ່ວມເຊຍຢ່າງຫຼວງຫຼາຍ.

ການແຂ່ງຂັນເພາະກາຍຊາຍ ປະຈຳປີ 2017 ມີການແຂ່ງຂັນທັງໝົດ 4 ລຸ້ນຄື: ເພາະກາຍຊາຍລຸ້ນ 68-85 ກິໂລ ແລະ ລຸ້ນ 55-67 ກິໂລ, ຊາຍຫຸ່ນດີ ແລະ ຍິງຫຸ່ນດີ. ການແຂ່ງຂັນປະກອບມີ 7 ທ່າບັງຄັບຄື: ກ້າມແຂນດ້ານໜ້າ, ກ້າມປີກດ້ານໜ້າ, ກ້າມເອິກດ້ານຂ້າງ, ໜ້າແຂ່ງດ້ານຫຼັງ, ກ້າມປີກດ້ານຫຼັງ, ກ້າມຊີ້ນຫຼັງແຂນ, ກ້າມທ້ອງ ແລະ ຕົ້ນຂາດ້ານໜ້າ. ຜ່ານການແຂ່ງຂັນປະເພດຊາຍ ລຸ້ນນ້ຳໜັກ 68-85 ກິໂລ ຜູ້ທີ່ສະແດງທ່າບັງຄັບ 7 ທ່າທີ່ສວຍ ງາມແລະຖືກໃຈຄະນະກໍາມະການ, ກອງເຊຍຢ່າງຄຶກຄື້ນ ຊະນະເລີດໄດ້ແກ່ໝາຍເລກ 2 ທ້າວ ອິນທາ ກອງຄຳມະນີ, ຮອງອັນດັບທີໜຶ່ງໝາຍເລກ 1 ທ້າວ ສຸທິດາວີ ວົງສຸທິ ແລະ ຮອງອັນດັບທີສອງໝາຍເລກ 3 ທ້າວສັກຕິສຸກ ດວງແກ້ວມະນີ. ສ່ວນລຸ້ນ 55-67 ກິໂລຊະນະເລີດໄດ້ແກ່ໝາຍເລກ 1 ທ້າວ ຕຸ້ຍ ໄຊຍະລາດ, ຮອງອັນດັບທີໜຶ່ງ ໝາຍເລກ 8 ທ້າວ ພຸດສະຫວັນ ສີຊົມພູ ແລະ ຮອງອັນດັບທີສອງ ໝາຍເລກ 2 ທ້າວ ສິນໄຊ ພົມມະວໍລະຈັກ. ທີໜຶ່ງທັງສອງລຸ້ນໄດ້ຮັບເງິນລາງວັນຄົນລະ 4,000,000 ກີບ, ທີສອງໄດ້ຮັບເງິນລາງວັນ 3,000,000 ກີບ ແລະ ທີສາມ 2,000,000 ກີບ ພ້ອມຂັນລາງວັນ, ແລະ ລາງວັນອື່ນໆ.

ພິເສດປີນີ້ມີຍິງຫຸ່ນງາມເຂົ້າຮ່ວມແຂ່ງຂັນເປັນຄັ້ງປະຫວັດສາດ ແລະ ໄດ້ຮັບຄວາມນິຍົມຈາກມວນຊົນຜູ້ເຂົ້າຊົມເປັນຢ່າງນວນຫຼວງຫຼາຍ. ຍິງຫຸ່ນງາມທີ່ສະແດງທ່າທີຖືກໃຈກຳມະການຊະນະເລີດໄດ້ແກ່ໝາຍ 1 ນາງ ກິນນາລອນ ນັນທະລາດ, ຮອງອັນດັບສອງ ໝາຍເລກ 10 ນາງ ພອຍໄພລິນ ພັນທະລີ ແລະ ຮອງອັນດັບສອງ ໝາຍເລກ 5 ນາງ ດາວໄລ ລາວັນ. ຂະນະທີ່ຊາຍຫຸ່ນງາມທີ່ສຸດຊະນະເລີດໄດ້ແກ່ໝາຍເລກ 15 ທ່ານ ໝາຍນັດ ແສນລິດທີ, ຮອງອັນດັບໜຶ່ງໝາຍເລກ 19 ທ້າວ ຂາວພອນ ພອນປະເສີດ ແລະ ຮອງອັນດັບທີສອງ ໝາຍເລກ ທ້າວ ອຸ້ຍ ສີວິເສດ. ທີໜຶ່ງປະເພດຊາຍ-ຍິງ ໄດ້ຮັບເງິນລາງວັນຄົນລະ 2,000,000 ກີບ, ທີສອງ 1,500,000 ກີບ ແລະ ທີສາມ 1,000,000 ກີບ ພ້ອມຂັນລາງວັນ ແລະ ລາງວັນອື່ນໆ