Homeນານາສາລະ"ມິກິງໂກ" ເກາະຂະໜາດນ້ອຍ ແຕ່ປະຊາກອນອາໃສຢູ່ໜາແໜ້ນ

“ມິກິງໂກ” ເກາະຂະໜາດນ້ອຍ ແຕ່ປະຊາກອນອາໃສຢູ່ໜາແໜ້ນ

Published on

ສຳຫຼວດໂລກມື້ນີ້ເຮົາມາຮູ້ຈັກກັບ ເກາະມິກິງໂກ (Migingo) ເປັນເກາະຂະໜາດນ້ອຍ ເໜືອທະເລສາບ ວິກຕໍເຣຍ ໃນປະເທດເຄນຢາ ທະວີບແອຟຣິກາ ມີເນື້ອທີ່ດິນລວມໝົດທັງເກາະຢູ່ທີ່ 1,980 Km2

ມີຜູ້ພັກ ອາໃສທັງໝົດ 131 ຄອບຄົວ ລວມມີປະຊາກອນທັງໝົດປະມານ 1,000 ຄົນ ເກາະນີ້ມີຊາຍາວ່າ Iron Clad Island ຫຼື ເກາະຫຸ້ມເຫຼັກ ເນື່ອງຈາກເບິ່ງລວມໆແລ້ວສ່ວນໃຫຍ່ແລ້ວຈະແມ່ນຫຼັງຄາເຮືອນຂອງຊາວບ້ານເປັນສັງກະສີປົກຄຸມທົ່ວທັງເກາະ

ແຕ່ມີສິ່ງໜຶ່ງທີ່ໜ້າແປກປະຫຼາດໃຈກໍ່ຄື ເກາະທີ່ມີຊື່ວ່າ ຢູຊິງໂກ (Usingo) ເຊິ່ງຢູ່ຫ່າງອອກຈາກເກາະ ມິກິງໂກ ພຽງບໍ່ພໍເທົ່າໃດແມັດ ແລະ ກໍ່ມີເນື້ອທີ່ຫຼາຍກວ່າ ແຕ່ບໍ່ມີຄົນອາໃສພຽງແຕ່ຄົນດຽວ ເຊິ່ງຊາວບ້ານໃນເກາະມິກິງໂກ ເລົ່າວ່າ ສາເຫດທີ່ບໍ່ມີໃຜກ້າໄປຢູ່ທີ່ເກາະ ຢູກິງໂກ ຍ້ອນມີຕຳນານເລົ່າຂານກັນວ່າ ເກາະນັ້ນເປັນບ່ອນສິງສະຖິດຂອງວິນຍານຮ້າຍ ບໍ່ມີຊາວປະມົງຄົນໃດ້າເຂົ້າໄປຢຽບ ແລະ ເຖິງຈະເປັນພຽງແຕ່ເລື່ອງເລົ່າ ແຕ່ກໍ່ເຮັດໃຫ້ທຸກຄົນເຊື່ອ ແລະ ເລືອກທີ່ຈະຢູ່ຮວມກັນໃນເກາະທີ່ແອອັດແຫ່ງນີ້.

ສຳລັບເລື່ອງຄວາມປອດໄພຂອງຄົນໃນໝູ່ເກາະ ເຖິງແມ່ນວ່າຈະມີເຈົ້າໜ້າຕຳຫຼວດຂອງທັງອູກັນດາ ແລະ ເຄນຢາ ເຂົ້າໄປດູແລຄວາມຮຽບຮ້ອຍ ແຕ່ກໍ່ຍັງມີເຫດໂຈນສະລັດເຂົ້າໄປປຸ້ນຢູ່ ສ່ວນຫຼາຍແມ່ນເກີດເຫດໃນຕອນກາງຄືນ ເພື່ອຈະລັກເອົາເຮືອ ຫຼື ເຄື່ອງຍົນຂອງຊາວປະມົງ ແລະ ມີບາງເທື່ອກໍ່ລົງມືຂ້າຊາວບ້ານ ຊາວປະມົງທີ່ໄປຂັດຂວາງ ແຕ່ປັດຈຸບັນກໍ່ເກີດເຫດບາງລົງກວ່າເມື່ອກ່ອນແລ້ວ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...