Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ແຂວງບໍລິຄຳໄຊ ຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ

ປກສ ແຂວງບໍລິຄຳໄຊ ຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ

Published on

ຕາມການລາຍງານຂອງນັກຂ່າວທ້ອງຖິ່ນ ໃນວັນທີ 21 ມີນາ 2017 ຜ່ານມາ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງບໍລິຄຳໄຊ ໄດ້ສົມທົບກັບອຳນາດການປົກຄອງ ແລະເຈົ້າໜ້າທີ່ເມືອງທ່າພະບາດ ພາຍໃນແຂວງຕົນເອງ ເຂົ້າໄປກວດຄົ້ນເຮືອນເປົ້າໝາຍຫຼັງໜຶ່ງຢູ່ເມືອງດັ່ງກ່າວ

ໃນການກວດຄົ້ນຄັ້ງນີ້ ສາມາດຢຶດຂອງກາງປະເພດຢາບ້າໄດ້ ຈຳນວນ 12.000  ເມັດ, ກັນຊາອັດແທ່ງ 2 ແທ່ງໃຫຍ່ ແລະ 12 ແທ່ງນ້ອຍ, ອາວຸດປືນ (ປືນສັ້ນ) 2 ກະບອກ, ລູກປືນ 27 ລູກ, ມີດ 1 ດວງ ພ້ອມໂທລະສັບມືຖືອີກ 5 ຫນ່ວຍ, ເງິນກີບ 640,000 ກີບ, ເງິນບາດໄທຈຳນວນ 2,000 ບາດ, ລົດຈັກ 4 ຄັນ ພ້ອມວັດຖຸມີຄ່າອີກຈຳນວນໜຶ່ງ ແລະສາມາດຈັບຕົວຜູ້ຕ້ອງຫາໄດ້ 10 ຄົນຄື: 1. ທ. ນັດທະພົງ ອາຍຸ 22 ປີ ຢູ່ບ້ານໜອງແສງ, 2. ທ. ນັນທະວັດ ອາຍຸ 19 ປີ ຢູ່ບ້ານຄຳແສນ, 3. ທ. ພົງເທບ ອາຍຸ 22 ປີ ບ້ານນາຈະເລີນ, 4. ນາງ ກິລາຄອນ (ປາ) ອາຍຸ 17 ປີ ບ້ານໂນນສະຫວ່າງ ທັງ 4 ຄົນນີ້ຢູ່ເມືອງບຶງການ ແຂວງບຶງການ ປະເທດໄທ, 5. ທ. ບຸນມາ ແກ້ວບົວບານ ອາຍຸ 37 ປີ ຢູ່ບ້ານເລົ່າ ເມືອງທ່າແຂກ ແຂວງຄຳມ່ວນ, 6. ທ. ດາລານີ ອາຍຸ 25 ປີ ຢູ່ບ້ານສີວິໄລ ເມືອງໂພນໂຮງ ແຂວງວຽງຈັນ, 7. ນາງ ມຸກ ອາຍຸ 18 ປີ ຢູ່ບ້ານໂພນສີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, 8. ທ. ລຳເງິນ ອາຍຸ 50 ປີ ບ້ານທ່າບົກ ເມືອງທ່າພະບາດ, 9. ນາງ ຄຳຄູນ ອາຍຸ 17 ປີ ຢູ່ບ້ານຄຳບອນ ເມືອງປາກຊັນ, 10. ນາງ ນິ້ມ ອາຍຸ 19 ປີ ຢູ່ບ້ານສົມສະໜຸກ ເມືອງປາກກະດິງ.

ດັ່ງນັ້ນນ ທາງເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ຈຶ່ງໄດ້ກັກຕົວຜູ້ກະທຳຜິດທັງໝົດ ມາດຳເນີນຄະດີ ສືບສວນ-ສອບສວນ ຕາມກົດໝາຍ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີອີກຕໍ່ໄປ

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...