Homeຂ່າວຕ່າງປະເທດຫຼຽນໃຫຍ່ທອງຄຳແທ້ນ້ຳໜັກ 100 ກິໂລກຣາມ ໃນພິພິດຕະພັນ ເຢຍລະມັນ ຖືກລັກເມື່ອວານນີ້

ຫຼຽນໃຫຍ່ທອງຄຳແທ້ນ້ຳໜັກ 100 ກິໂລກຣາມ ໃນພິພິດຕະພັນ ເຢຍລະມັນ ຖືກລັກເມື່ອວານນີ້

Published on

ເວັບໄຊຂ່າວ ມະຕິຊົນ ລາຍງານເມື່ອວັນທີ 28 ມີນາ 2017 ນີ້ວ່າ ເມື່ອເວລາປະມານ 03.30 ນາທີ ຕາມເວລາທ້ອງຖິ່ນຂອງປະເທດ ເຢຍລະມັນ ຂອງວັນທີ 27 ມີນາ ທີ່ຜ່ານມາ ໄດ້ມີໂຈນເຂົ້າມາລັກເອົາຫຼຽນທອງຂະໜາດໃຫຍ່ ເຊິ່ງຫຼຽນດັ່ງກ່າວມີຊື່ຮຽນກັນວ່າ “ບິ໊ກເມເປິລລີຟ” ດ້ານໜຶ່ງເປັນພະພັກຂອງສົມເດັດພຣະຣາຊິນີນາດເອລິຊສເບດທີ 2 ແລະ ອີກດ້ານໜຶ່ງຂອງຫຼຽນເປັນຮູບໃບເມເປິລເຊິ່ງເປັນສັນຍາລັກຂອງປະເທດ ການາດາ, ຫຼຽນດັ່ງກ່າວນີ້ສ້າງຂຶ້ນຈາກທອງຄຳແທ້ 24 ກະຣັດ ມີນ້ຳໜັກກວ່າ 100 ກິໂລກຣາມ ແລະ ມີມູນຄ່າສູງເຖິງ 4 ລ້ານໂດລາສະຫະ ລັດ ໄປຈາກພິພິດຕະພັນ ບໍເດີ ເຊິ່ງເປັນໜຶ່ງໃນພິພິດຕະພັນທີ່ຕັ້ງຢູ່ໝູ່ເກາະແຫ່ງພິພິດຕະພັນໃຈກາງນະຄອນ ຫຼວງ ເບີຣລິນ ປະເທດ ເຢຍລະມັນ

ທາງເຈົ້າໜ້າທີ່ຍັງບໍ່ທັນໄດ້ລະບຸຊັດເຈນວ່າ ໂຈນທີ່ເຂົ້າມາລັກຫລຽນທອງຄຳນີ້ສາມາດຜ່ານລະບົບເຕືອນໄພ ແລະ ນຳຫຼຽນທີ່ມີນ້ຳໜັກຫຼາຍ ຮວມເຖິງມີຂະໜາດໃຫຍ່ເກືບເຄິ່ງແມັດອອກໄປຈາກພິພິດຕະພັນໄດ້ແນວໃດ ທັງນີ້ເຊື່ອວວ່າໂຈນບໍ່ໄດ້ລົງມື້ພຽງຄົນດຽວແນ່ນອນ ເນື່ອງຈາກຂະໜາດຂອງຫຼຽນ ແລະ ຫຼຽນນີ້ຍັງຖືກເກັບໄວ້ໃນຕູ້ແກ້ວກັນລູກປືນໃນອາຄານຂອງພິພິດຕະພັນເປັນຢ່າງດີ ໂດຍຄາດວ່າໂຈນໜ້າຈະເຂົ້າມາທາງປະຕູປ່ອງຢ້ຽມຂອງພິພິດຕະ ພັນ ເພາະເຈົ້າໜ້າທີ່ຕຳຫຼວດພົບຂັນໄດຖືກຖິ້ມໄວ້ແຖວທາງລົດໄຟໃຫ້ກັບພິພິດຕະພັນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...