Homeຂ່າວຕ່າງປະເທດອະລັງການ! ອາຄານຮຽນມະຫາວິທະຍາໄລໃນຈີນ ສ້າງແບບພຣະຣາຊາວັງບູຮານ

ອະລັງການ! ອາຄານຮຽນມະຫາວິທະຍາໄລໃນຈີນ ສ້າງແບບພຣະຣາຊາວັງບູຮານ

Published on

ມະຫາວິທະຍາໄລໃນມົນທົນ ຈຽງຊີ ປະເທດຈີນ ອອກແບບ ແລະ ຕົບແຕ່ງອາຄານຮຽນຄືກັບພຣະຣາຊາວັງບູຮານ ຫວັງສະແດງປະເພນີ ແລະ ວັດທະນະທຳຈີນໃຫ້ນັກສຶກສາໄດ້ຮຽນຮູ້ຜ່ານຂອງແທ້ 

ເວັບໄຊຂ່າວປະເທດຈີນລາຍງານວ່າ ເມື່ອບໍ່ດົນມານີ້ ມີຊາວເນັດໄດ້ເຜີຍແຜ່ຮູບຖ່າຍອາຄານຮຽນຂອງຄະນະວິທະຍາ ສາດ ແລະ ເທັກໂນໂລຢີ ຂອງມະຫາວິທະຍາໄລ ອີສຈຽວທົງ (East China Jiaotong University) ໃນເມືອງ ໜານຊາງ ມົນທົນ ຈຽງຊີ ທີ່ມີການອອກແບບ ແລະ ຕົບແຕ່ງຄືກັບພຣະຣາຊາວັງບູຮານຂອງແທ້ ລົງໃນສື່ໂຊຊ້ຽວມີເດຍຂອງຈີນ ຈົນສ້າງຄວາມຮືຮາ ແລະ ການສະແດງຄຳຄິດເຫັນຕາມມາບໍ່ໜ້ອຍ

ທາງເຈົ້າໜ້າທີ່ຂອງຄະນະວິທະຍາສາດ ແລະ ເທັກໂນໂລຢີໄດ້ອອກມາເປີດເຜີຍວ່າ ທາງຄະນະຕ້ອງການນຳວັດທະນະ ທຳຈີນບູຮານສະແດງໃຫ້ນັກສຶກສາໄດ້ຮຽນຮູ້ຜ່ານຂອງແທ້ ແລະ ນັກສຶກສາກໍ່ສາມາດນຳໃຊ້ສະຖານທີ່ເປັນແບບໃນການຝຶກແຕ້ມຮູບພາບໄດ້ ແລະ ໃນປັດຈຸບັນກໍ່ມີນັກສຶກສາຈຳນວນບໍ່ໜ້ອຍທີ່ນຳໃຊ້ສະຖານທີ່ຂອງໂຮງຮຽນຝຶກຝົນສີມືໃນການແຕ້ມຮູບພາບ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...