ຕອນທີ 8 ຈຸດເລີ່ມຕົ້ນອຸປະສັກຂອງຄວາມຮັກ
1 ປີ ໜູນໄປໄວດັ່ງວົງລໍ້ແຫ່ງເວລາໃນທີ່ສຸດກໍ່ຮອດມື້ທີ່ນາຍນ້ອຍເອກຮັບໃບປະກາດຊະນີຍະບັດ ຄອບຄອບພໍ່ແມ່ ແລະ ເອື້ອຍ ໄດ້ເດີນທາງຈາກລາວໄປສະແດງຄວາມຍິນດີກັບນາຍນ້ອຍເອກຮອດໂຮງຮຽນ ກ່ອນຈະກັບມາທີ່ລາວພວກເຂົາກໍ່ໄດ້ພາກັນໄປຍ່າງເລາະຊື້ເຄື່ອງ-ກິນອາຫານທີ່ຫ້າງຊັບພະສິນຄ້າແຫ່ງໜຶ່ງດ້ວຍຄວາມເບີກບານໃຈ ຄອບ ຄົວຂອງນາຍນ້ອຍເອກໄດ້ນອນພັກຄ້າງຄືນທີ່ໂຮງແຮມແຫ່ງໃນກຸງເທບມະ ຫານະຄອນກ່ອນ ຮູ່ງເຊົ້າຈະອອກຈາກໂຮງແຮມມາຂຶ້ນເຮືອບິນທີ່ສະໜາມບິນສຸວັນນພູມເພື່ອຂຶ້ນເຮືອບິນ BKK-VTE ໂດຍສາຍການບິນລາວແອຣໄລນ ເຊິ່ງເລີ່ມອອກເດີນທາງແຕ່ເວລາ 9:35 – 11:10 ນາທີ ເມື່ອຮອດຈະໜາມບິນສາກົນວັດໄຕ ພວກເຂົາກໍ່ໄດ້ພາ ກັນຍ່າງມາຢືນລໍຖ້າທີ່ໜ້າທາງອອກ-ທາງເຂົ້າສະໜາມບິນນານາຊາດສາກົນວັດໄຕກ່ອນທີ່ຈະໂທໃຫ້ຄົນຂັບລົດທີ່ຕອດລົດລໍຖ້າໃນເຂດຈອດລົດຂັບລົດມາຮັບເອົາ ເວລານັ້ນຖືກຊ່ວງອາຫານສວາຍພໍດີ ສະນັ້ນພວກເຂົາຈິ່ງໄປແວ່ກິນມີ່ກ້ຽວຮ້ານດັງແຖວສີຫອມກ່ອນກັບເຮືອນ.
ເມື່ອລົດຂັບເຂົ້າໄປຈອດທີ່ໜ້າປະຕູເຮືອນໃຫຍ່ ກໍ່ເຫັນເອື້ອຍສອນ ກັບ ອາລີ້ຢືນຖ້າຕ້ອນຮັບບັນດານາຍກັບເຮືອນດ້ວຍສີໜ້າຍິ້ມແຍ້ມ ພໍລົດຈອດ ແລະ ທຸກຄົນໄຂປະຕູລົງລົດກັນໝົດ ອາລີ້ ກັບ ເອື້ອຍສອນກໍ່ພາກັນຟ້າວເຂົ້າໄປຫິ້ວເອົາກະເປົາເຄື່ອງຫຼັງລົດເພື່ອເອົາຂຶ້ນໄປເກັບໃນຫ້ອງນອນຂອງເຈົ້ານາຍທັນທີ. ນາຍນ້ອຍເອກ, ພໍ່ແມ່ ແລະ ເອື້ອຍນູ່ນີ່ ຮູ້ສຶກອ່ອນເພຍກັບການເດີນທາງຈິ່ງໄດ້ເຂົ້າໄປນອນພັກທີ່ຫ້ອງນອນຂອງໃຜມັນ ເມື່ອເວລາປະມານ 14:00 ໂມງ ຫຼັງຈາກຕື່ນນອນແລ້ວກໍ່ພາກັນມານັ່ງຫຼິ້ນຄົບໜ້າຄົບຕາກັນທີ່ຫ້ອງຮັບແຂກໃຫຍ່ ຂ້ອຍກັບເອື້ອຍສອນຈິ່ງໄດ້ພາກັນນຳນ້ຳເຢັນ ແລະ ໝາກໄມ້ເຂົ້າໄປເສີບໃຫ້ເຈົ້ານາຍໄດ້ກິນຫຼິ້ນ ໃນຂະນະທີ່ຂ້ອຍກຳລັງເອົາຖາດໝາກໄມ້ວາງລົງເທິງໂຕະຂ້ອຍກັບນາຍນ້ອຍກໍ່ແອບສົບຕາກັນເລັກໜ້ອຍ ຫຼັງຈາກນັ້ນຂ້ອຍ ກັບ ເອື້ອຍສອນກໍ່ຍ່າງກັບເຮືອນຄົວເພື່ອໄປເຮັດວຽກທີ່ຍັງຄ້າງ.
ມາດາມ ລິນດາ ເອີ່ຍກັບລູກຊາຍດ້ວຍສີໜ້າ ແລະ ນ້ຳສຽງທີ່ມີຄວາມສຸກວ່າ: “ເອກ! ມື້ນີ້ເປັນມື້ທີ່ແມ່ດີໃຈທີ່ສຸດ! ຕະຫຼອດ 4-5 ປີທີ່ລູກໄປຮຽນຢູ່ຕ່າງແດນແມ່ທັງເປັນຫ່ວງ ແລະ ເຝົ້າຄິດຮອດມາລູກຕະຫຼອດ! ມື້ນີ້ລູກກໍ່ຈົບການສຶກສາກັບມາຢູ່ກັບແມ່ແລ້ວ! ແມ່ດີໃຈຈົນຮູ້ສຶກຕື້ນຕັນນ້ຳຕາແທບຈະໄຫລ”
ນາຍນ້ອຍເອກ ແນມເບິ່ງໜ້າແມ່ ແລະ ຍິ້ມພໍມຸມປາກເບົາວ່າກ່ອນຕອບກັບວ່າ: “ຂໍອະໄພທີ່ລູກເຮນັດໃຫ້ແມ່ເປັນທຸກ ຕໍ່ໄປແມ່ບໍ່ຈຳເປັນຕ້ອງເຝົ້າຄິດຮອດ ແລະ ເປັນຫ່ວງລູກອີກຕໍ່ໄປແລ້ວ ເພາະລູກຈະບໍ່ຈາກແມ່ ແລະ ພໍ່ໄປໃສອີກແລ້ວ”
ມາດາມ ລິນດາ ໄດ້ຈັບມືລູກຊາຍທັງສອງຂ້າງເອົາໄວ້ແລ້ວກ່າວຄຳສັ້ນໆວ່າ: “ດີ! ດີ”
ດ.ຣ ສົມບູນ: ເອົາລະ! ເພື່ອນຍິນດີກັບຄວາມສຳເລັດຂອງລູກຊາຍພໍ່ທີ່ສຳເລັດການສຶກສາ ພໍ່ຈະຍົກເຮືອນໃຫ້ໜຶ່ງຫຼັງທີ່ຫາກໍ່ສ້າງແລ້ວ ຢູ່ແຖວໆດອນປ່າໃໝ່ ເອົາໄວ້ເປັນເຮືອນຫໍໃນວັນທີ່ລູກສ້າງຄອບຄົວ
ນາຍນ້ອຍເອກ ຍິ້ມຕອບຮັບເລັກນ້ອຍ ແລ້ວຍົກມືນົບກ່ອນກ່າວ: “ຂອບໃຈພໍ່”
ມາດາມ ລິນດາ: ສຳລັບແມ່ແລ້ວ ລູກສາມາດຂໍຂອງຂັວນຈາກແມ່ໄດ້ 1 ຢ່າງ ຕອນນີ້ລູກຕ້ອງການສິ່ງໃດຈົ່ງຂໍມາໄດ້
ນາຍນ້ອຍເອກແອບຍິ້ມເລັກນ້ອຍ ກ່ອນກ່າວກັບມານດາໄປວ່າ: “ລູກມີສິ່ງໜຶ່ງທີ່ຄິດຢາກໄດ້ຢູ່ໃນໃຈ ແຕ່ເມື່ອເວລາທີ່ເໝາະສົມມາຮອດ ລູກຈະຂໍສິ່ງນັ້ນກັບແມ່ຕາມພາຍຫຼັງ”
ມາດາມ ລິນດາ: “ເລື່ອງທີ່ລູກຈະຂໍນັ້ນຄົງແມ່ນສິ່ງສຳຄັນຫຼາຍ! ແລ້ວແມ່ຈະລໍຖ້າຄຳຂໍຂອງລູກ! ເອະ! ເມື່ອພໍ່ເຈົ້າເວົ້າເລື່ອງເຮືອນຫໍແລ້ວ ແມ່ກໍ່ຄິດໄດ້! ພໍດີເລີຍ, ອີກ 3 ເດືອນຕໍ່ໜ້າຄູ່ໝັ້ນຄູ່ໝາຍຂອງລູກກໍ່ຈະຮຽນຈົບມາຈາກຈີນແລ້ວ ພໍ່ກັບແມ່ວ່າຈະລົມກັບລູກໃນເລື່ອງນີ້ພໍດີ”
ນາຍນ້ອຍເອກຮູ້ສຶກຂັດໃຈຂຶ້ນມາທັນທີເມື່ອໄດ້ຍິນແມ່ເອີ່ຍຄຳນີ້ ຈາກສີໜ້ານິ້ງທຳມະດາກໍ່ກາຍເປັນບຶ້ງຕຶງຄິ້ວທັງສອງຂ້າງດຶງເຂົ້າຫາກັນເລັກນ້ອຍ ກ່ອນຈະເອີ່ຍອອກໄປວ່າ: “ເລື່ອງນີ້ລູກຍັງບໍ່ທັນຄິດ ເພາະຫາກໍ່ຮຽນຈົບມາລູກຢາກໃຊ້ຄວາມຮູ້ທີ່ຮຽນມາຫຼາຍປີໄປທຸ້ມເທກັບການເຮັດວຽກບໍລິສັດຂອງແມ່ທີ່ຕອນນີ້ກຳລັງພົບບັນໃຫ້ກັບມາໝັ້ນຄົງຄືເກົ່າດີກວ່າ ສາວນເລື່ອງແຕ່ງງານຍັງຄົງເປັນເລື່ອງຂອງອານາຄົດ”
ມາດາມ ລິນດາ: ເອກ! ເລື່ອງບໍລິສັດແມ່ກໍ່ສຳຄັນ ສ່ວນເລື່ອງຄູ່ຂອງກໍ່ສຳຄັນລູກຢ່າກັງວົນເລື່ອງນີ້ໄປເລີຍ ຢູ່ເສີຍໆ ເຮັດໂຕຫຼໍ່ໆ ຮອດມື້ແຕ່ງກໍ່ເຮັດໜ້າທີ່ເປັນເຈົ້າບ່າວທີ່ດີເຂົ້າຮ່ວມພິທີກໍ່ພໍ ເພາະເລື່ອງຜູ້ໃຫຍ່ທັງສອງຝ່າຍຈະຈັດການເອງ! ລູກຕ້ອງເຊື່ອພໍ່ກັບແມ່ແລ້ວລູກຈະໄດ້ດີມີຄວາມສຸກຄືກັບເອື້ອຍຂອງເຈົ້າ”
ນາຍນ້ອຍເອກຮູ້ສຶກບໍ່ໂອເຄເລີຍກັບວິທີການແບບນີ້ ບັງຄັບເລື່ອງອື່ນພໍຮັບໄດ້ແຕ່ເລື່ອງຫົວໃຈນີ້ ນາຍນ້ອຍເອກຮູ້ສຶກຍາກທີ່ຈະຍອມຮັບການຕັດສິນໃຈຂອງຜູ້ໃຫຍ່ໄດ້ ຈິ່ງກ່າວອອກໄປສັ້ນໆວ່າ: “ແມ່! ແຕ່ລູກຄິດວ່າ” ນູ່ນີ່ເອື້ອຍຂອງນາຍນ້ອຍເອກເລີ່ມເຫັນບັນຍາກາດມີກິ່ນບໍ່ຄ່ອຍດີຈິ່ງເວົ້າຕັດຄວາມນ້ອງຊາຍໄປທັນທີວ່າ: “ເອກ! ເອື້ອຍວ່າເຮົາບໍ່ຢຸດຕິເລື່ອງນີ້ໄວລົມກັນພາຍຫຼັງດີບໍ່! ແມ່ດີບໍ່! ພໍ່ດີບໍ່! ຂ້ອຍຄິດວ່ານ້ອງກັບມາໃໝ່ໆຍັງເມື່ອຍໆຄວນໃຫ້ນ້ອງໄດ້ພັກສະໝອງຈັກ 2-3 ມື້ກ່ອນ ແລ້ວອີກຢ່າງເຮົາຄວນເວົ້າເລື່ອງການຈັດງານລ້ຽງສະຫຼອງໃບປະກາດຂອງນ້ອງດີກວ່າບໍ່”
ດ.ຣ ສົມບູນ: ອື້! ກໍ່ດີຄື! ງານນີ້ຕ້ອງມີລ້ຽງສະຫຼອງຢ່າງໃຫຍ່ໂຕໃຫ້ສົມກຽດກັບຜົນສຳເລັດຂອງລູກຊາຍດຽວເຮົາ
ທຸກຄົນຢຸດເວົ້າເລື່ອງການຈັບຄູ່ແລ້ວກໍ່ມາສົນທະນາກັນເລື່ອງລາຍລະອຽດການຈັດງານສະຫຼອງເຊິ່ງມີກຳນົດວັນຈັດງານເປັນອາທິດໜ້າ.
ຫົວຄ່ຳຫຼັງຈາກກິນອາຫານຄ່ຳແລ້ວນາຍນ້ອຍເອກກໍ່ກັບເຂົ້າໄປນອນທີ່ຫ້ອງທັນທີ ຄືນນີ້ຕ້ອງນອນເອົາມືກ່າຍໜ້າຜາກຄິດວົກວົນໄປມາກັບຄຳເວົ້າຂອງແມ່ ຄິດວ່າລະແຮງເມື່ອຍໃຈ
ຫຼັງຈາກເຈົ້ານາຍທັງໝົດໄດ້ຮັບປະທານອາຫານຄ່ຳແລ້ວໆ ໜ້າທີ່ຂ້ອຍກັບເອື້ອຍສອນກໍ່ແມ່ນການເກັບມ້ຽນຖ້ວຍບ່ວງ ແລະ ເຊັດໂຕະອາຫານໃຫ້ສະອາດສະອ້ານ ກວ່າຈະແລ້ວວຽກງານຄືນນີ້ຂ້ອຍກໍ່ເມື່ອຍຈົນແຖບຈະໝົດແຮງ ແຕ່ກ່ອນຈະເຂົ້ານອນຂ້ອຍກັບເອື້ອຍສອນກໍ່ຕ້ອງກວດກາເບິ່ງຄວາມ ຮຽບຮ້ອຍປິດປະຕູ, ປິດໄຟດວງທີ່ບໍ່ຈຳ ເປັນຮຽບຮ້ອຍກ່ອນເຂົ້ານອນ, ໃນລະຫວ່າງນັ້ນເອງ ສາຍໂທລະ ສັບສັ່ງນົມກໍ່ດັງເຂົ້າມາຕາມປົກກະຕິ ຫຼັງຈາກທີ່ເອື້ອຍສອນວາງສາຍໂທລະສັບ, ສຽງຂໍ້ຄວາມມືຖືຂອງຂ້ອຍກໍ່ດັງຂຶ້ນມາທັນທີ ເມື່ອຂ້ອຍເປີດອ່ານກໍ່ເປັນຂໍ້ຄວາມຂອງນາຍນ້ອຍສົ່ງມາບອກວ່າ “ອາລີ້ຍົກນົມຂຶ້ນມາສົ່ງດ່ວນ” ເຫັນຂໍ້ ຄວາມແລ້ວແທບສະດຸ້ງ ຈະຂັດຄຳສັ່ງກໍ່ຄົງຈະຂັດບໍ່ໄດ້ ເພາະເປັນຄຳສັ່ງຂອງເຈົ້ານາຍ ດັ່ງນັ້ນຂ້ອຍຈິ່ງອາສາເຮັດນົມຍົກຂຶ້ນໄປໃຫ້ນາຍນ້ອຍທີ່ຫ້ອງນອນແທນເອື້ອຍສອນ ເຊິ່ງກໍ່ເຂົ້າທາງເອື້ອຍສອນພໍດີ ເພາະເອື້ອຍສອນເພິ່ນຟ້າວໄປເບິ່ງລະຄອນ ເມື່ອມີຄົນອາສາແທນເອື້ອຍສອນກໍ່ອະນຸມັດທັນທີ.
ຂ້ອຍຍົກນົມຂຶ້ນໄປທີ່ຫ້ອງນອນນາຍນ້ອຍເອກ ຕາມກົດຂອງເຮືອນກໍ່ຄືເຄາະປະຕູ ແລະ ລໍຖ້າຟັງສຽງອະ ນຸຍາດຈາກເຈົ້າຂອງຫ້ອງກ່ອນຈິ່ງເຂົ້າໄປໄດ້ ແຕ່ມື້ນີ້ນາຍນ້ອຍມາແປກ ພໍແຕ່ຂ້ອຍເຄາະປະຕູຫ້ອງ 1 ເທື່ອ ນາຍນ້ອຍເອກກໍ່ໄຂປະຕູຫ້ອງອອກມາທັນທີ ແຖມຄືນນີ້ນາຍນ້ອຍມີຮອຍຍິ້ມທີ່ສົດໃສເມື່ອໄຂປະຕູຫ້ອງອອກກໍ່ຟ້າວດຶງຂ້ອຍເຂົ້າໄປທີ່ຫ້ອງນອນທັນທີ ແຖມຍັງກົດລັອກປະຕູຫ້ອງອີກຕ່າງຫາກ ຈາກນັ້ນກໍ່ຈັບເອົາຈອກນົມຈາກມືຂ້ອຍໄປວາງໄວ້ທີ່ໂຕະທັນຈາກ ນາຍນ້ອຍເອກໄດ້ຍ່າງມາຫາຂ້ອຍແລ້ວກໍ່ໂອບກອດຂ້ອຍໄວ້ແໜ້ນຢູ່ພັກໜຶ່ງຈິ່ງຄ່ອຍຄາຍອ້ອມກອດນັ້ນອອກ ຊ່ວງລານັ້ນຂ້ອຍມົວແຕ່ຕະລຶ້ງອຶ້ງໃນການກະທຳຂອງນາຍນ້ອຍຈົນບໍ່ຮູ້ຈະເວົ້າຄຳໃດອອກໄປເລີຍ ໄດ້ແຕ່ຢືນນິ້ງໆ ແລະ ເບິ່ງໜ້ານາຍນ້ອຍດ້ວຍສີໜ້າມຶນງົງ ຈົນເມື່ອນາຍນ້ອຍເອກເອີ່ຍຖາມຂ້ອຍອອກມາວ່າ:
ນາຍນ້ອຍເອກ: “ອາລີ້! ເຈົ້າມັກອ້ອມກອດຂອງຂ້ອຍບໍ່”
ອາລີ້ ງຶດກັບຄຳຖາມແຕ່ກໍ່ຕອບໄປແບບອຶ້ງໆວ່າ: “ດີ! ກອດຂອງນາຍນ້ອຍເອກອົບອຸ່ນດີແທ້”
ນາຍນ້ອຍເອກຍິ້ມມີຄວາມສຸກທັງສີໜ້າແລະແວວຕາ: “ດີ! ຊັ້ນຂ້ອຍຈະກອດເຈົ້າແບບນີ້ທຸກມື້ເລີຍ”
ອາລີ້ໜ້າຕາຕື່ນ ແລະ ຄິດຢູ່ໃນໃຈ (ໂອ້ພະສົງ) ກ່ອນຈິ່ງຕອບໄປດ້ວຍອາການເຂີນອາຍວ່າ: “ບໍ່! ບໍ່! ນາຍນ້ອຍກອດທຸກມື້ຄົງບໍ່ດີແທ້ໆ”
ນາຍນ້ອຍເອກຈ້ອງເບິ່ງທີ່ໜ້າຂ້ອຍແລ້ວກໍ່ຖາມດ້ວຍນ້ຳສຽງຢາກຮູ້ວ່າ: “ຮຶ! ເປັນຫຍັງເຈົ້າຈິ່ງວ່າມັນບໍ່ດີ”
ເມື່ອນາຍນ້ອຍຖາມມາແບບນີ້ຂ້ອຍກໍ່ຕອບໄປແບບຕົງໆຕາມທີ່ຄິດບໍ່ໄດ້ອ້ອມຄ້ອມຍັງຫຼາຍວ່າ “ກໍ່ນາຍນ້ອຍບໍ່ແມ່ນແຟນ! ບໍ່ແມ່ນຜົວຂອງຂະນ້ອຍ ແລ້ວດ້ວຍເຫດໃດຂະນ້ອຍຈະຕ້ອງຮູ້ສຶກຍິນດີກັບການທີ່ຂະນ້ອຍໄດ້ຮັບອ້ອມກອດຈາກນາຍນ້ອຍທຸກມື້”
ນາຍນ້ອຍເອກສະເງີ້ຄິດທົບທວນກັບຄຳເວົ້າຂອງອາລີ້ໄປພັກໜຶ່ງວ່າ (ທີ່ນາງເວົ້າມາກໍ່ມີເຫດຜົນ! ເຮົາບໍ່ແມ່ນແຟນ, ບໍ່ແມ່ນສາມີຂອງນາງແລ້ວເຮົາມີສິດຫຍັງທີ່ຈະໄປກອດນາງທຸກມື້ໄດ້) ເມື່ອຄິດໄດ້ແລ້ວກໍ່ເວົ້າອອກໄປວ່າ “ຊ່າງເຖາະ! ໃຫ້ເຈົ້າຄິດວ່າຂ້ອຍບໍ່ເຄີຍເວົ້າເລື່ອງນີ້ກັບເຈົ້າເລີຍກໍ່ແລ້ວກັນ”
ຂ້ອຍຄິດວ່າບົດສົນທະນາລະຫວ່າງຂ້ອຍກັບນາຍນ້ອຍເອກກຳລັງຈະຈົບລົງແລ້ວ ແລະ ຂ້ອຍກໍ່ຈະໄດ້ກັບຫ້ອງນອນແລ້ວ ແຕ່ກໍ່ບໍ່ເປັນດັ່ງທີ່ຄິດ ເມື່ອນາຍນ້ອຍເອກກ່າວອີກໜຶ່ງຄຳຖາມຂຶ້ນມາວ່າ: “ຕອນທີ່ຂ້ອຍບໍ່ຢູ່ ເຈົ້າຄິດຮອດຂ້ອຍບໍ່”
ເມື່ອນາຍນ້ອຍເອີ່ຍຄຳຖາມນີ້ມາຂ້ອຍກໍ່ຕອບແບບບໍ່ອ້ອມຄ້ອມຕອບຕົງໆຕາມຮູ້ສຶກໄປເລີຍວ່າ: “ແນ່ນອນຕ້ອງຄິດຮອດນາຍນ້ອຍຢູ່ແລ້ວ”
ນາຍນ້ອຍເອກໃຊ້ມືທັງສອງຂ້າງຂຶ້ນມາຈັບກົກແຂນທັງສອງຂ້າງຂອງຂ້ອຍໄວ້ເບົາໆ ແລ້ວຈ້ອງເບິ່ງໜ້າຂ້ອຍດ້ວຍແວວຕາສີໜ້າດີໃຈ ແລະ ບົ່ງບອກວ່າພໍໃຈກັບຄຳຕອບຂອງຂ້ອຍຫຼາຍ ແລ້ວນາຍນ້ອຍກໍ່ຕອບຂ້ອຍກັບມາດ້ວຍສີໜ້າທີ່ເບີກບານກວ່າເກົ່າວ່າ: “ຂ້ອຍກໍ່ຄິດຮອດເຈົ້າຄືກັນ” ກ່ອນຈະໂອບກອດຂ້ອຍໄວ້ອີກຄັ້ງ
ຫຼັງອອກຈາກຫ້ອງກັບໄປນອນ ຄືນນີ້ຂ້ອຍນອນເກືອບບໍ່ຫຼັບພິກຕົວໄປມາທີ່ຕຽງນອນ ສະໝອງອັນນ້ອຍໆຂອງຂ້ອຍຄິດວົນວຽນເຫັນແຕ່ເລື່ອງທີ່ເກີດຂື້ນໃນຫ້ອງຂອງນາຍນ້ອຍ ທັງສີໜ້າແວວຕາ ນ້ຳສຽງຄຳເວົ້າ ແລະ ອ້ອມກອດນັ້ນ ເຮັດໃຫ້ຂ້ອຍຮູ້ສຶກອົບອຸ່ນ ແລະ ຍິ້ມໄດ້ທັງຄືນ ນີ້ມັນແມ່ນຄວາມຝັນ ຫຼື ຄວາມຈິງນໍ້ ຢູ່ດີໆກໍ່ມີຄຳຖາມຫຼາຍຄຳຖາມເກີດຂຶ້ນ ຫົວໃຈຮູ້ສຶກກະວົນກະວາຍຢາກຮູ້ຄຳຕອບວ່າຄວາມຈິງແລ້ວນາຍນ້ອຍເອກຄິດກັບຂ້ອຍແນວແບບໃດກັນແທ້ ຈະຄິດຄືກັນກັບເຮົາບໍ່ນໍ້
ອ່ານຄືນຕອນທີ 7 ໄດ້ທີ່ລິ້ງ: https://www.laopost.com/2017/03/25/87548