Home​ຂ່າວບັນເທິງ20 ນາງສາວນະຄອນຫຼວງ 2017

20 ນາງສາວນະຄອນຫຼວງ 2017

Published on

ຍັບຈໍ້ມໍ່ເຂົ້າມາກັນແລ້ວ ກັບການປະກວດເວທີ ນາງສາວນະຄອນຫຼວງ 2017 ເຊິ່ງປັດຈຸບັນທາງກອງປະກວດກໍ່ໄດ້ຄັດເລືອກເອົາ 20 ນາງສາວສຸດທ້າຍທີ່ມີຄວາມພ້ອມ, ມີບຸກຄະລິກໂດດເດັ່ນທີ່ສຸດຈາກຫຼາຍນາງສາວທີ່ເຂົ້າສະໝັກໃນໂຄງການ ນາງສາວນະຄອນຫຼວງ ປຈຳປີ 2017.

ຖ້າຕອນນີ້ໃຜຍັງບໍ່ທັນໄດ້ໂຫວດໃຫ້ນາງສາວທີ່ທ່ານມັກ ກໍ່ສາມາດໂຫວດໄດ້ຕາມກົດກະຕິກາທີ່ສະແດງໃນຄລິບ ວິດີໂອລຸ່ມນີ້ ແລະ ຖ້າໃຜຍັງຕ້ອງການເບິ່ງໂສມໜ້າຂອງນາງສາວ ທັງໝົດ 17 ຄົນກໍ່ສາມາດເບິ່ງໃນຄລິບວິດີໂອລຸ່ມນີ້ໄດ້ເລີຍ

ການໂຫວດໃຫ້ຄະແນນກໍ່ມີຫຼາຍຊ່ອງທາງ ແຕ່ມີທາງໜຶ່ງທີ່ສະບາຍ ແລະ ບໍ່ເສຍເງິນ ແອັດມິນແນະນຳໃຫ້ເຂົ້າໄປກົດໄລນໃຫ້ຮູບນາງສາວທີ່ທ່ານມັກໃນ ເຟສບຸກ: Miss Vientiane ນາງສາວນະຄອນຫຼວງວຽງຈັນ 1 ໄລນ ຄືໜຶ່ງກຳລັງແຮງໃຈ ທັກໃຜເຊຍໃຜກໍ່ຢ່າລືມເຂົ້າໄປກົດໄລນ,​ ກົດແຊຣ ຫຼື ໂຫວດຜ່ານເຄືອຂ່າຍ ອີທີແອວໄດ້ ເລີ່ມໂຫວດໄດ້ຕັ້ງແຕ່ວັນທີ 19/03/2017 – 08/04/2017

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...