spot_img
Homeຂ່າວຍົນຕົກປະຕິຫານແທ້ໆ ຍົນໂດຍສານຊູດານໃຕ້ຕົກຟາດພື້ນ 43 ຊີວິດລອດຕາຍທັງໝົດ

ປະຕິຫານແທ້ໆ ຍົນໂດຍສານຊູດານໃຕ້ຕົກຟາດພື້ນ 43 ຊີວິດລອດຕາຍທັງໝົດ

Published on

ເກີດເຫດເຮືອບິນໂດຍສານຕົກໃນພາກຕາເວັນຕົກສ່ຽງເໜືອຂອງປະເທດຊູດານໃຕ້ ເມື່ອວັນຈັນ ວັນທີ 20 ມີນາ 2017 ທີ່ຜ່ານມາ (ຕາມເວລາໃນທ້ອງຖິ່ນ) ເນື່ອງຈາກໝອກລົງໜັກ ແນວໃດກໍຕາມຍັງເຄາະດີທີ່ບໍ່ມີຜູ້ໃດເສຍຊີວິດໃນເຫດການນີ້ຈັກຄົນເລີຍ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດເຮືອບິນໂດຍສານຂະໜາດນ້ອຍຟາດໃສ່ພື້ນໃນເວລາລົງຈອດ ທ່າມກາງສະພາບອາກາດທີ່ບໍ່ດີ ທີ່ສະໜາມບິນໃນເມືອງວາອູ ທາງຕາເວັນຕົກສຽງເໜືອຂອງປະເທດຊູດານໃຕ້ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບເປັນຈຳນວນຫຼາຍ ແຕ່ບໍ່ມີຜູ້ໃດເສຍຊີວິດ.

ຕາມການເປີດເຜີຍຂອງທ່ານອາເຕນີ ເວກ ອາເຕນີ ໂຄສົກປະທານາທິບໍດີຊູດານໃຕ້ ເຮືອບິນລຳນີ້ເດິນທາງຈາກນະຄອນຫຼວງຈູບາພ້ອມຜູ້ໂດຍສານແລະຈຸບິນ 43 ຄົນ ເຖິງເມືອງວາອູປະມານເວລາ 14:00 ຕາມເວລາທ້ອງຖິ່ນ ໂດຍຂະນະທີ່ນັກບິນເອົາເຮືອບິນລົງຈອດເກີດໝອກລົງໜັກ ເຮັດໃຫ້ນັກບິນກະເປົ້າໝາຍເທິງລັນເວຜິດພາດ ຈົນເຮືອບິນຕົກຟາດພື້ນແລະເກີດໄຟລຸກໄໝ້.

ດ້ານທ່ານໂບດ ວານ ອາເຊງ ເຈົ້າໜ້າທີ່ຂອງສາຍການບິນ ເຊົາທ໌ ຊູພຣີມ ກ່າວວ່າ ໄຟລຸກໄໝ້ເຮັດໃຫ້ຕອນທຳອິດບໍ່ມີໃຜເຊື່ອວ່າຈະມີຜູ້ລອດຊີວິດ ແນວໃດກໍຕາມ ຜູ້ໂດຍສານແລະຈຸບິນພັດລອດຊີວິດໄດ້ຢ່າງປາຕິຫານ ໂດຍມີຜູ້ບາດເຈັບ 25 ຄົນ ຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍ ແລະອີກ 18 ຄົນປອດໄພດີ.

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...