Homeໜັງໃໝ່"ຕໍ່ເວລາ 45 ວັນ" ຮູບເງົາລາວກຽມພົບກັນໄວໆນີ້

“ຕໍ່ເວລາ 45 ວັນ” ຮູບເງົາລາວກຽມພົບກັນໄວໆນີ້

Published on

45 Days the movie ຫຼື ເປັນຊື່ພາສາລາວວ່າ “ຕໍ່ເວລາ 45 ວັນ” ເປັນເລື່ອງລາວລຶກລັບຂອງຍິງສາວຄົນໜຶ່ງ ທີ່ໄດ້ພົບຮັກກັບຜູ້ຊາຍທຳມະດາຄົນໜຶ່ງ ໃນຫຼາຍໆສາກຂອງເລື່ອງນີ້ໄດ້ບອກເລົ່າເຫດການທີ່ເໝືອກົດເກນທຳມະ ຊາດກຳນົດ ພຽງເຫັນແຕ່ຕົວຢ່າງສັ້ນໆເທົ່ານັ້ນກໍ່ເຮັດໃຫ້ຊວນຄິດ ຢາກຮູ້ເຖິງບົດສະຫຼຸບຂອງເລື່ອງຈະເປັນແນວໃດແລ້ວ ແຕ່ກໍ່ຕ້ອງອົດໃຈລໍຄອຍກັນກ່ອນ ເພາະຕອນນີ້ຍັງບໍ່ມີການກຳນົດວັນສາຍຢ່າງເປັນທາງການ ແຕ່ກໍ່ຄາດວ່າຄົງຈະໄວໆນີ້ ຄໍຮູບເງົາຊາວລາວຄົງຈະໄດ້ເບິ່ງກັນແນ່ນອນ

ຮູບເງົາລາວເລື່ອງ: ຕໍ່ເວລາ 45 ວັນ

ຈາກຜົນງານການສ້າງຂອງທີມງານ The Three Production
ນັກສະແດງດຳຝ່າຍຍິງ:  ຈາລະວີ ສີຣິມົງຄຸນ
ນັກສະແດງນຳຝ່າຍຊາຍ: ພຸດສະງ່າ ພົມມະບຸດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ...