ຕອນທີ 1 ການເດີນທາງສູ່ໂລກກ້ວາງຂອງ ອາລີ້
ຂ້ອຍມີຊື່ວ່າ ອາລີ້ ຕັ້ງແຕ່ນ້ອຍຈົນໃຫຍ່ຂ້ອຍກໍ່ມີປ້າຈັນ ກັບ ລຸງໝັ້ນເປັນຄົນລ້ຽງຂ້ອຍມາ ຍ້ອນຕອນອາຍຸຂ້ອຍໄດ້ 10 ປີ ພໍ່ກັບແມ່ຂອງຂ້ອຍໄດ້ເກີດອຸບັດຕິເຫດເສຍຊີວິດທັງຄູ່ ດັ່ງນັ້ນປ້າກັບລຸງຈິ່ງໄດ້ຮັບຂ້ອຍມາລ້ຽງເປັນລູກບຸນທຳ ພວກເພິ່ນມີລູກສາວຄົນໜຶ່ງຊື່ວ່າເອື້ອຍໝີນ້ອຍ, ປ້າຈັນ ກັບ ລຸງໝັ້ນ ມີອາຊີບເຜົາຖ່ານຂາຍ ເຖິງຄອບ ຄົວຈະມີຖານະລຳບາກ ອາໃສຢູ່ເຮືອນເປັນຫຼັງວິລາຊັ້ນດຽວນ້ອຍໆ 2 ຫ້ອງນອນ ແຕ່ພວກເຮົາກໍ່ຢູ່ກັນຢ່າງມີຄວາມສຸກດີ ປີນີ້ຂ້ອຍຮຽນຈົບມັດທະຍົມປາຍ ແລະ ຄິດວ່າປີນີ້ຄືສິບໍ່ໄດ້ຮຽນຕໍ່ໃນລະດັບວິຊາຊີບທັນທີ ຂ້ອຍຄິດວ່າຈະຫາວຽກເຮັດເກັບເງິນກ່ອນ ເພາະປັດຈຸບັນລຸງກັບປ້າກໍ່ຫາເງິນສົ່ງເອື້ອຍໝີຮຽນລະດັບວິຊາຊີບທີ່ມະຫາວິທະຍາໄລແຫ່ງ ຊາດ (ດົງໂດກ) ກໍ່ມີພາລະຄ່າໃຊ້ຈ່າບໜັກພໍແລ້ວ
ຂ້ອຍມີເອື້ອຍຮັກຄົນໜຶ່ງຊື່ສອນຕອນນີ້ລາວເຮັດອາຊີບເປັນແມ່ບ້ານ ຢູ່ເຮືອນເສດຖີ ເມື່ອວານນີ້ລາວກັບມາຢາມເຮືອນເອື້ອຍສອນໄດ້ມາແວ່ຫຼິ້ນນຳ ກ່ອນທີ່ເອື້ອຍສອນຈະເດີນທາງກັບລາວຊວນຂ້ອຍໄປເຮັດວຽກເປັນແມ່ບ້ານນຳ ເນື່ອງຈາກທີ່ເຮືອນຫົວໜ້າຂອງລາວຕ້ອງການແມ່ບ້ານ 1 ຕຳແໜ່ງ ເພາະຄົນເກົ່າໄດ້ແຕ່ງງານ ແລະ ລາອອກໄປແລ້ວ, ລາວເຫັນວ່າຂ້ອຍເອງກໍ່ວ່າງງານ ທັງບໍ່ໄດ້ຮຽນຕໍ່ບໍ່ມີພັນທະຫຍັງເລີຍແນະນຳວຽກນີ້ໃຫ້ເພື່ອຂ້ອຍຈະສົນໃຈ ເບື້ອງຕົ້ນຂ້ອຍຮູ້ສຶກລັງເລໃຈ ແຕ່ກໍ່ຄິດທົບທວນຢູ່ໜຶ່ງມື້ໜຶ່ງຄືນກ່ຽວກັບເງື່ອນໄຂທີ່ເອື້ອຍສອນສະເໜີມາ ເງິນເດືອນເລີ່ມຕົ້ນ 1 ລ້ານກີບ, ມີທີ່ພັກ ແລະ ອາຫານໃຫ້ 3 ຄາບ ເຖິງເງິນເດືອນຈະໜ້ອຍແຕ່ຫາກຄິດບວກລົບຄູນຫານກັນດີໆແລ້ວເງື່ອນໄຂນີ້ກໍ່ໜ້າສົນໃຈຢູ່ ເພາະຂ້ອຍບໍ່ຕ້ອງກັງວົນເລື່ອງທີພັກ,ອາຫານ ແລະ ພາຫະນະໃນການເດີນທາງເພາະຂ້ອຍເອງກໍ່ຫຍຸ້ງ ຍາກບໍ່ມີພາຫະນະຖຽວວຽກຄືຄົນອື່ນ ທີ່ເຮືອນລຸງກັບປ້າມີລົດຈັກພຽງ 2 ຄັນ 1ຄັນ ເອື້ອຍໝີນ້ອຍກໍ່ເອົາໄປປະຈຳທີ່ໂຮງຮຽນ ສ່ວນອີກຄັນກໍ່ເປັນລົດຊາເລັງທີ່ລຸງກັບປ້າໄວ້ແກ່ຖ່ານໄປຂາຍ, ເງິນເດືອນທີ່ໄດ້ ແຕ່ລະເດືອນກໍ່ມີແຕ່ເກັບທ້ອນ ເຄິ່ງໜຶ່ງກໍ່ແບ່ງຝາກມາຊ່ວຍຈ່າຍຄ່ານ້ຳຄ່າໄຟທີ່ເຮືອນຂອງລຸງກັບປ້າໄດ້ອີກ ນີ້ກໍ່ຖືວ່າເປັນໂອກາດດີທີ່ຂ້ອຍຈະໄດ້ຫາເງິນເພື່ອຊ່ວຍລຸງກັບປ້າແບ່ງເບົາພາລະທາງຄອບຄົວໄດ້ ເຖິງມັນຈະໜ້ອຍແຕ່ກໍ່ຖືວ່າຫຼຸດລາຍຈ່າຍໄປຫຼາຍສ່ວນຢູ່ ໃນໃຈເລິກໆກໍ່ຮູ້ສຶກເປັນຫ່ວງລຸງກັບປ້າ ຖ້າຂ້ອຍໄປແລ້ວໃຜຈະຊ່ວຍວຽກສອງຄົນພວກເພິ່ນ ແຕ່ອີກໃຈໜຶ່ງຂ້ອຍກໍ່ຄິດເຖິງອານາຄົດຂ້າງໜ້າ ຊີວິດຄົນເຮົາຈະຢຸດຢູ່ບ່ອນເກົ່າບໍ່ໄດ້ຖ້າບໍ່ອອກຈາກບ້ານກໍ່ຈະບໍ່ເຫັນໂລກກ້ວາງ ເມື່ອຕັດສິນໃຈເດັດຂາດແລ້ວຂ້ອຍໄປຂໍອະນຸ ຍາດລຸງກັບປ້າທັນທີ ເບື້ອງ ຕົ້ນລຸງກັບປ້າກໍ່ບໍ່ເຫັນດີ ເພາະທັງສອງກໍ່ເປັນຫ່ວງຫຼານສາວຄົນນີ້ຢ້ານຖືກຫຼອກໄປຂາຍແຮງງານຄືກັບຍິງສາວຄົນອື່ນ ແຕ່ເມື່ອລົມກັນດ້ວຍເຫດ ແລະ ຜົນ ຕົວຂ້ອຍເອງກໍ່ສັນຍາວ່າຈະດູແລຕົວເອງໃຫ້ດີ ຖ້າໄປແລ້ວມີຫຍັງທີ່ຜິດປົກກະຕິກໍ່ຈະກັບມາທັນທີ ແລະ ຂ້ອຍຍັງໃຫ້ປ້າກັບລຸງລົມໂທ ລະສັບກັບເອື້ອຍສອນນຳອີກ ບໍ່ຮູ້ວ່າລຸງລົມຫຍັງກັບເອື້ອຍສອງທາງໂທລະສັບຢູ່ດົນເຕີບ ແລ້ວໃນທີ່ສຸດລຸງກັບປ້າກໍ່ຍອມໃຫ້ຂ້ອຍໄປເຮັດວຽກຕາມທີ່ຂໍເມື່ອຕັດສິນໃຈເດັດຂາດແລ້ວຂ້ອຍໄປຂໍອະນຸຍາດລຸງກັບປ້າ
ຄືນໜຶ່ງກ່ອນອອກເດີນທາງໃນຂະນະທີ່ຂ້ອຍນັ່ງພັບເຄື່ອງນຸ່ງໃາກະເປົາເສື້ອຜ້າ ຂ້ອຍໄດ້ແນມໄປທົ່ວໆຫ້ອງນ້ອງດ້ວຍສີໜ້າບຶງຕຶງພາຍໃນຈິດໃຈເຕັມໄປດ້ວຍອາລົມທີ່ໂສກເສົ້າ ບໍ່ຢາກຈາກແຕ່ກໍ່ຕ້ອງຈຳໃຈໄປ ເພື່ອເງິນ, ເພື່ອອານາຄົດຂ້າງໜ້າທີ່ບໍ່ເຫັນຈຸດໝາຍປາຍທາງ ຄິດມາລະຄ້ອຍໃຈຢູ່ຄົນດຽວໃນຫ້ອງນອນ ນ້ອຍໆສີລ່ຽມກໍ່ດິນບ໋ອກຝາຫ້ອງຍັງບໍ່ມັນໄດ້ໂບກປູນ ແລ້ວນ້ຳຕາຢົດໃສກໍ່ໄຫລອອກມາຈາກທັງສອງຕາ.
ຮຸ່ງເຊົ້າຂຶ້ນມາຫຼັງຈາກກິນເຂົ້າເຊົ້າແລ້ວ ປ້າກັບລຸງໄດ້ອອກມາສົ່ງທີ່ທາງໃຫຍ່ໜ້າສວນຊຽງຄວັນ ເພື່ອຂຶ້ນລົດເມທ່າເດື່ອເດີນທາງເຂົ້າສູ່ຕົວຕະຫຼາດເຊົ້າ ກ່ອນຂຶ້ນລົດເມປ້າກັບລຸງກ່າວຄຳອວຍພອນຈົນເຮັດໃຫ້ຂ້ອຍຮູ້ສຶກສະທ້ານໄປເຖິງຊວງຈົນບໍ່ສາມາດກ່າວຄຳເວົ້າໃດໆອອກຈາກປາກໄດ້ເລີຍແມ່ນແຕ່ຄຳດຽວ ສິ່ງທີ່ເຮັດໄດ້ກໍ່ພຽງຟັງ, ຍິ້ມເບົາພ້ອມງຶກຫົວຕອບຮັບຄຳເວົ້າຂອງພວກເພິ່ນເທົ່ານັ້ນ ເພາະຖ້າຫາກຂ້ອຍເອີ່ຍປາກເວົ້າຢ້ານນ້ຳຕາຂ້ອຍຈະໄຫລຕໍ່ໜ້າຜູ້ເຖົ້າທັງສອງທີ່ຂ້ອຍຮັກ ແລະ ເຄົາລົບທີ່ສຸດ ມັນຄົງບໍ່ດີແທ້ຖ້າພວກເພິ່ນເຫັນນ້ຳຕາຂອງຂ້ອຍກ່ອນຂຶ້ນລົດເມ ເມື່ອກ້າວຂຶ້ນລົດເມໃນຂະນະທີ່ຂ້ອຍຍ່າງໄປນັ່ງທີ່ຕັ່ງປະຕູລົດເມກໍ່ຄ່ອຍໆປິດເຂົ້າ ຂ້ອຍແນມອອກທາງນອກຜ່ານແວ່ນແກ້ວໃສໆເຫັນສອງຜູ້ເຖົ້າໂບກມືບ່າຍ!ບ່າຍ ຂ້ອຍກໍ່ຟ້າວໂບກມືບ່າຍ!ບ່າຍ ຕອບທັງນ້ຳຕາທັງທີ ໂຊກດີທີ່ເວລານັ້ນຜູ້ໂດຍສານໃນລົດເມມີພຽງ 3 ຄົນ ຈິ່ງບໍ່ມີໃຜໄດ້ເຫັນນ້ຳຕາຂອງຂ້ອຍ ລົດເມໄດ້ມາຈອດຮັບເອົາຄົນທີ່ຂົວມິດຕະພາບວຽງຈັນ-ໜອງຄາຍ ຢູ່ພັກໃຫຍ່ກ່ອນຈະເດີນທາງມຸ່ງໜ້າໄປທີ່ຄິວລົດເມຕະຫຼາດຂົວດິນຕາມທາງກໍ່ແວ່ຈອດຮັບຜູ້ໂດຍສານຕາມປົກກະຕິ.
ເມື່ອລົດເມມາຈອດທີ່ຄິວລົດຕະຫຼາດຂົວດິນ ຜູ້ໂດຍສານຈຳນວນຫຼາຍໄດ້ຖະຍອຍຍ່າງລົງຈາກລົດລວມທັງຕົວຂ້ອຍນຳ ພໍແຕ່ຂ້ອຍຍ່າງລົງຈາກລົດກໍ່ເຫັນເອື້ອຍສອນມາຢືນຖ້າຮຽບຮ້ອຍແລ້ວ, ເອື້ອຍສອນຍ່າງເຂົ້າມາຫາຂ້ອຍດ້ວຍສີໜ້າຍິ້ມແຍ້ມທັງຈັບເອົາກະເປົາເຄື່ອງຈາກມືຂອງຂ້ອຍຫິ້ວຍ່າງໄປທີ່ຄອກຝາກລົດ, ເອື້ອຍສອນໄດ້ຂັບລົດຈັກພາຂ້ອຍໄປທີ່ເຮືອນເຈົ້ານາຍຂອງລາວ ເມື່ອໄປຮອດເຫັນພຽງແຕ່ຮົ້ວກຳແພງສີຂາວສູງໃຫຍ່ ຂ້ອຍຈິ່ງຄິດໃນໃຈວ່າ
ອາລີ້ (ຄິດໃນໃຈ) “ກຳແພງຍັງສູງໃຫຍ່ຂະໜາດນີ້ ແລ້ວເຮືອນຢູ່ຈະຂະໜາດໃດນໍ້”
ເມື່ອຂີລົດຜ່ານປະຕູເຂົ້າໄປຂ້ອຍເຖິງຕາໃຫຍ່ອ້າງປາກຂ້າງ ແລະ ອຸທານຢູ່ໃນໃຈວ່າ
“ວ້າວ! ເຫັນແຕ່ໃນໂທລະທັດບໍ່ເຄີຍຄິດເລີຍວ່າເຮົາຈະໄດ້ມາເຮັດວຽກທີ່ເຮືອນຫຼັງໃຫຍ່ໂຕມະໂຫລານແບບນີ້ ທີ່ເດີນບ້ານມີສວນດອກໄມ້ສວຍງາມ ດັ່ງສວນອຸດທະຍານ”
ຂ້ອຍຮູ້ສຶກເບີກບານໃຈເມື່ອໄດ້ເຫັນສິ່ງສວຍງາມຈົນລືມອາລົມຄິດຮອດບ້ານໄປຊົ່ວໄລຍະໜຶ່ງທັນທີ. ເອື້ອຍສອນໄດ້ຂັບລົດໄປຈອດທີ່ຫ້ອງເກັບລົດ ແລະ ພາຂ້ອຍເອົາກະເປົາເສື້ອຜ້າໄປເກັບມ້ຽນທີ່ຫ້ອງນອນຂອງລາວ ເຊິ່ງເປັນຫ້ອງນອນຂອງແມ່ບ້ານ ເມື່ອເປີດປະຕູຫ້ອງເຂົ້າໄປ ສິ່ງທີ່ຂ້ອຍຄິດທຳອິດຫຼັງຈາກທີ່ຂ້ອຍເຫັນຫ້ອງນອນຂອງເອື້ອຍສອນ
“ຫ້ອງນອນຄົນຮັບໃຊ້ບ້ານນີ້ງາມ ແລະ ສະອາດເປັນລະບຽບກວ່າຫ້ອງນອນຂອງເຮືອນເຮົາຫຼາຍເທົ່າ! ຂະໜາດຫ້ອງນອນແມ່ບ້ານຍັງໜ້າຢູ່ປານນີ້ ແລ້ວຫ້ອງນອນເຈົ້າຂອງເຮືອນຈະໜ້າຢູ່ຊ່ຳໃດນໍ້”
ຫຼັງຈາກເກັບກະເປົາເສື້ອຜ້າຂອງຂ້ອຍແລ້ວເອື້ອຍສອນກໍ່ພາຂ້ອຍໄປພົບກັບຫົວໜ້າຂອງລາວທັນທີ ເອື້ອຍສອນກໍ່ພາຂ້ອຍຍ່າງເຂົ້າໄປທີ່ໃນເຮືອນໃຫຍ່ເພື່ອຈະໄປພົບກັບເຈົ້າຂອງເຮືອນ ໃນລະຫວ່າງທີ່ຍ່າງເຂົ້າໄປຂ້ອຍໄດ້ໃຊ້ສາຍຕາສຳຫຼວດເບິ່ງທົ່ວໆເຮືອນ ແລະ ຄິດຢູ່ໃນໃຈວ່າ
“ເຮືອນຫຼັງນີ້ເບິ່ງຈາກໂຄງສ້າງ ແລະ ແບບການຕົບແຕ່ງກໍ່ບົ່ງບອກໄດ້ວ່າເຈົ້າຂອງເຮືອນນີ້ເປັນຄົນມີຣົດນິຍົມດີສຸດໆ, ພື້ນປູດ້ວຍຫີນອ່ອນທັງຫຼັງ ແລະ ເຈົ້າຂອງເຮືອນຄົງຈະມັກໂທນສີຂາວ ກັບ ສີເທົາເປັນຫຼັກ ເພາະສັງເກດຈາກສີທີ່ທານອກເຮືອນກໍ່ເປັນສີຂາວສະອາດຕາ ທາງໃນເຮືອນກໍ່ເປັນໂທນສີຂາວ ຕິດຝາແກ້ວບານໃຫຍ່ເກືອບທັງຫຼັງ ສາມາດແນມເບິ່ງວິວທາງນອກໄດ້ຢ່າງຊັດເຈນ, ຕົບແຕ່ງໂຊຟາສີເທົາເຄັ້ມ, ຕິດຜ້າກັ້ງກໍ່ສີເທົາອ່ອນໆ, ບາງມຸມຂອງເຮືອນກໍ່ມີຕູ້, ໂຕະ, ຕັ່ງ ເປັນສີດຳນິນ ທັງໂຕມໄຟ, ດອກໄຟ ທີ່ປະສົມປະສານພາຍໃນເຮືອນທຸກຢ່າງເປັນສີ ລຽບໆ ແຕ່ດູດີ ເບິ່ງແລ້ວຮູ້ສຶກເຢັນຕາໜ້າຢູ່ດີ”
ຂ້ອຍມົວແຕ່ຄິດຄົນດຽວເພີນໆໃນໃຈແນມເບິ່ງທົ່ວໆເຮືອນຈົນບໍ່ໄດ້ສັງເກດວ່າຕົນເອງກຳລັງຢືນຢູ່ຕໍ່ໜ້າຍິງ ລຸ້ນກາງຄົນໆໜຶ່ງກຳ ລັງນັ່ງຂາຊ້າຍໄຂ່ວຂຶ້ນຫ້າງ ແຂນຊ້າຍຍົກຂຶ້ນວາງທີ່ຂາ ທີ່ໂຊກຟາລາຄາແພງກຳລັງຈ້ອງເບິ່ງໜ້າຂ້ອຍດ້ວຍສີໜ້າແວວຕານິ້ງໆ, ຈົນເອື້ອຍສອນສະກິດທີ່ແຂນເບົາໆ ຂ້ອຍຈິ່ງຮູ້ສຶກຕົວ ແມ່ຍິງທີ່ນັ່ງຢູ່ຕໍ່ໜ້າຂ້ອຍມີຜິວຂາວນຽນ, ຮູບຮ່າງພໍດີງາມບໍ່ຕຸ້ຍບໍ່ຈ່ອຍ, ໜ້າທັງດັງຄົມເຫັນແລ້ວອ່ອນຊອນໃຈ ຂ້ອຍເກິໄປຊົ່ວວູບໜຶ່ງກໍ່ດຶງສະຕິກັບມາໄດ້ ຂ້ອຍໄດ້ຍົກມືນົບ ເອື້ອຍສອນພາຂ້ອຍນັ່ງພັບພຽບຮຽບຮ້ອຍທີ່ພື້ນ ຈາກນັ້ນເອື້ອຍສອນກໍ່ໄດ້ແນະນຳໃຫ້ຂ້ອຍຮູ້ຈັກແມ່ຍິງທີ່ນັ່ງຢູ່ຕໍ່ໜ້ານີ້ແມ່ນ “ມາດາມ ລິນດາ” ເປັນແມ່ຍິງທີ່ມີສິດໃຫຍ່ທີ່ສຸດອີກຄົນຂອງເຮືອນຮອງຈາກຜົວຂອງ ມາດາມ ນັ້ນກໍ່ຄື ທ່ານ ດຣ. ສົມສຸກ ວົງສັກດາ
ເອື້ອຍສອນກ່າວແນະນຳຕົວຂ້ອຍໃຫ້ມາດາມລິນດາໄດ້ຮູ້ດ້ວຍວາຈາອ່ອນນ້ອມວ່າ “ມາດາມ! ຂ້ານ້ອຍນຳຜູ້ຊ່ວຍແມ່ບ້ານຄົນໃໝ່ມາແນະນຳຕົວ”
ຂ້ອຍກໍ່ເລີ່ມຕົ້ນດ້ວຍການບອກຊື່ຂອງຕົນເອງໃຫ້ມາດາມໃຫ້ຮູ້ຈັກດ້ວຍສີໜ້າຍິ້ມແຍ້ມກຶ່ງໆຕື່ນເຕັ້ນເລັກໜ້ອຍວ່າ: “ຂ້ານ້ອຍມີຊື່ວ່າ ອາລີ້ ຂໍຝາກເນື້ອຝາກຕົວດ້ວຍ”
ມາດາມ ລິນດາຜູ້ນີ້ມີລັກສະນະຄວາມເປັນຜູ້ດີສູງ, ເປັນຄົນນິ້ງໆອອກຍິ່ງເລັກນ້ອຍ ນາງບໍ່ໄດ້ເວົ້າຫຍັງກັບຂ້ອຍຫຼາຍ ມີແຕ່ບອກວ່າ: “ເລີ່ມເຮັດວຽກມື້ອື່ນເຊົ້າເປັນຕົ້ນໄປ ມື້ນີ້ໄປສອນກໍ່ຊ່ວຍແນະນຳວຽກງານໃຫ້ກັບ ອາລີ້ໃຫ້ຮູ້ຈັກກ່ອນ”
ເມື່ອເວົ້າສຸດຄວາມມາດາມລິນດາ ກໍ່ລຸກຈາກໂຊຟາແລ້ວຍ່າງຂຶ້ນຂັນໄດໄປຊັ້ນສອງຂອງເຮືອນທັນທີ ຫຼັງຈາກນັ້ນເອື້ອຍສອນກໍ່ພາຂ້ອຍມາທີ່ຫ້ອງຄົວແລ້ວອະທິບາຍວຽງງານທີ່ຂ້ອຍຕ້ອງເຮັດວ່າມີຫຍັງແນ່ ເຊິ່ງຕອນແລງນີ້ວຽກທຳອິດຂອງຂ້ອຍແມ່ນຊ່ວຍເອື້ອຍສອນແຕ່ງອາຫານຄ່ຳ ແລ້ວນຳໄປເສີບທີ່ໂຕະອາຫານ ແລະ ກໍ່ຢືນຖ້າຂ້າງໆໂຕະອາຫານ ເພື່ອລໍຖ້າຄຳສັ່ງເພີ່ມ ທຸກຢ່າງເຮັດເປັນລະບົບລະບຽບຈົນຂ້ອຍຮູ້ສຶກອຶດອັດໃຈເລັກນ້ອຍ ເມື່ອເຈົ້ານາຍກິນອາຫານແລ້ວກໍ່ຈັດມ້ຽນໂຕະຂົນຖ້ວຍໄປລ້າງທີ່ຫ້ອງຄົວ ຫຼັງຈາກລ້າງຖ້ວຍແລ້ວ, ເກືອໝາຊື່ ຈໍາໂບ້ ກັບ ລູຊີ້, ເມື່ອເກືອໝາແລ້ວ ເອື້ອຍສອນກໍ່ພາຂ້ອຍໄປລີດເຄື່ອງທີ່ຫ້ອງຊັກລີດຕໍ່ເລີຍ ກວ່າຈະໄດ້ນອນກໍ່ຮອດເວລາ 23:00 – 24:00 ໂມງ ແລະ ຕ້ອງຕື່ນຕອນເຊົ້າເວລາ 5:00 ໂມງເຊົ້າທຸກມື້ ເຖິງຈະຮູ້ສຶກເມື່ອຍແຕ່ກໍ່ຕ້ອງທົນ.
ແຕ່ງໂດຍ: ແອັດມິນນາມປາກາ “ສາຍນ້ຳມັດ”