spot_img
Home​ຂ່າວທ່ອງທ່ຽວສປປ ລາວ ກຽມສະເໜີມໍລະດົກໂລກເພີ່ມ 2 ແຫ່ງ

ສປປ ລາວ ກຽມສະເໜີມໍລະດົກໂລກເພີ່ມ 2 ແຫ່ງ

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ເມື່ອວັນທີ 16 ມີນາ 2017 ທີ່ ນະຄອນຫລວງວຽງຈັນ , ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ພົບປະ ແລະ ເຮັດວຽກກັບສະມາຊິກສະພາແຫ່ງ ຊາດຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງ ວຽງຈັນ ພ້ອມດ້ວຍຄະນະ ເພື່ອປະຕິບັດພາລະໜ້າທີ່ຂອງສະພາແຫ່ງຊາດ ໃນນີ້ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ຕ້ອງໄດ້ລົງໄປພົບປະ ຢ້ຽມຢາມ ຫລື ເຜີຍແຜ່ເອກະສານ, ການຕົກລົງບັນຫາຕ່າງໆ ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາ.

ໂອກາດນີ້ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍງານສະພາບລວມ ແລະ ວຽກ ງານປິ່ນອ້ອມຂອງ ກະຊວງ ຖວທ ໂດຍສະເພາະ ໄດ້ສຸມໃສ່ບັນລຸເປົ້າໝາຍແຜນພັດທະນາວຽກງານໃນຂະແໜງຂອງຕົນ ໃຫ້ໄດ້ຮັບຜົນສຳເລັດໃນແຕ່ລະດ້ານເຊັ່ນ : ຜ່ານມາວຽກງານຖະແຫລງຂ່າວສື່ມວນຊົນ ນັບມື້ກ້າວສູ່ຄຸນນະພາບໃໝ່ – ທັນສະໄໝ, ວ່ອງໄວ ໃນການກະຈາຍຂໍ້ມູນຂ່າວສານ, ເຮັດບົດບາດເປັນກະບອກສຽງທີ່ແຫລມຄົມໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ພາຍໃນ ແລະ ຕ່າງປະເທດ, ດ້ານວັດທະນະທຳ ແມ່ນໄດ້ມີຄວາມພະຍາຍາມເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນ ເປັນຕົ້ນ UNESCO ເພື່ອກະກຽມເອກະສານສະເໜີເອົາທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ສ່ວນປ່າສະຫງວນຫີນໜາມໜໍ່ ສະເໜີເຂົ້າເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ໄປຄ່ຽງຄູ່ ກັບການສົ່ງເສີມຜະລິດຕະພັນການທ່ອງທ່ຽວ ກໍໄດ້ສົ່ງເສີມໃຫ້ເສດຖະກິດ – ສັງຄົມຂອງປະເທດ.

ຂະນະທີ່ ແຫລ່ງທ່ອງທ່ຽວມໍລະດົກໂລກ 2 ແຫ່ງຄື: ແຂວງຫລວງພະບາງ ແລະ ຈໍາປາສັກເປັນຈຸດຂາຍສໍາລັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຊິ່ງສະແດງອອກ ຈຳນວນນັກທ່ອງທ່ຽວ ເຂົ້າມາໃນປະເທດ ໄດ້ເພີ່ມຂຶ້ນໃນແຕ່ລະປີ ສະເລ່ຍປະມານ 10-14%, ຕົວເລກປີ 2015 ມີຫລາຍກວ່າ 4.600.000 ຄົນ ສາມາດສ້າງລາຍຮັບເຂົ້າປະເທດໄດ້ຫລາຍກວ່າ 725.000.000 ໂດລາ ເພີ່ມຂຶ້ນ15% ກວ່າ ທຽບໃສ່ 5 ປີ ຜ່ານມາ ແລະ ໃນປີ 2016 ນັກທ່ອງທ່ຽວເຂົ້າມາລາວ ຈຳນວນ 5 ລ້ານກວ່າຄົນ ໄດ້ຊ່ວຍຊຸກຊູ້ໃຫ້ຂະແໜງການອື່ນໆ ມີການຂະຫຍາຍຕົວໄປພ້ອມໆກັນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...