spot_img
Homeຄວາມງາມ5 ເຄື່ອງສຳອາງທີ່ຕ້ອງເກັບຮັກສາໄວ້ທີ່ຕູ້ເຢັນ

5 ເຄື່ອງສຳອາງທີ່ຕ້ອງເກັບຮັກສາໄວ້ທີ່ຕູ້ເຢັນ

Published on

ເວົ້າເລື່ອງເຄື່ອງສຳອາງແລ້ວຫຼາຍຄົນກໍ່ຄົງຈະຮູ້ຈັກເປັນຢ່າງດີ ວ່າແຕ່ລະຢ່າງໃຊ້ແນວໃດ ແຕ່ມີນ້ອຍຄົນທີ່ຈະຮູ້ວ່າ ເຄື່ອງສຳອາງບາງຊະນິດຕ້ອງເກັບໄວ້ໃນຕູ້ເຢັນເພື່ອຮັກສາຄຸນນະພາບຂອງມັນ ໃນຄໍລຳ ຄວາມງາມ ແອັດກໍ່ຈະມາບອກໃຫ້ຮູ້ວ່າມີເຄື່ອງສຳອາງປະເພດໃດແນ່ທີ່ຕ້ອງເກັບຮັກສາໄວ້ໃນຕູ້ເຢັນ

1.ອາຍໄລເນີ

ເຄື່ອງສຳອາງທີ່ໃຊ້ສຳລັບຂຽນຂອບຕາ ການເກັບອາຍໄລເນີໄວ້ທີ່ຕູ້ເຢັນແມ່ນຈະຊ່ວຍເພີ່ມປະສິດທິພາບ ແລະ ເຮັດໃຫ້ຂຽນງ່າຍຂຶ້ນ ແຖມຍັງຊ່ວຍຢືດອາຍຸການນຳໃຊ້ໄດ້ຍາວຂຶ້ນໄປອີກ

2. ຄຣີມບຳລຸງຜິວໜ້າ 

ເປັນອີກນຶ່ງເຄື່ອງສຳອາງທີ່ຄວນເກັບໄວ້ທີ່ຕູ້ເຢັນ ເພາະຈະເຮັດໃຫ້ຢືດອາຍຸຂອງຄຣີມທາໜ້າໃຫ້ຍາວຂຶ້ນອີກ ແລະ ສາມາດເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວໄດ້ດີຂຶ້ນເປັນສອງເທົ່າ

3. ອາຍຄຣີມ

ເກັບອາຍຄຣີມໄວ້ໃນຕູ້ເຢັນ ຈະຊ່ວຍກະຕຸ້ນໃຫ້ອາຍຄຣີມມີປະສິດທິພາບສູງຂຶ້ນ ແລະ ຊ່ວຍຫຼຸດການບວມລຸ່ມຕາເວລາທາໄດ້ດີອີກຕາງຫາກ  ທັງຍັງເຮັດໃຫ້ຮູ້ສຶກເຢັນສະບາຍຕາ ແລະ ຊ່ວຍຢືດອາຍຸການນຳໃຊ້ຂອງອາຍຄຣີມໄດ້

4. ສໍຂຽນຂອບຕາ

ການເກັບສໍຂຽນຂອບຕາໄວ້ໃນຕູ້ເຢັນບໍ່ພຽງແຕ່ຊາຍຢືດອາຍຸການນຳໃຊ້ໄດ້ເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ສາມາດໃຊ້ສໍຂຽນຂອບຕາໄດ້ຢ່າງງ່າຍດາຍ ແລະ ໄດ້ເສັ້ຍທີ່ເບິ່ງເດັ່ນຊັດຄົມຂຶ້ນໄປອີກ

5. ນ້ຳຫອມ

ການເກັບນ້ຳຫອມໄວ້ທີ່ຕູ້ເຢັນ ຈະຊ່ວຍໃຫ້ມີກິ່ນຫອມຍາວນານ ແລະ ມີປະສິດຕິພາບສູງ ສາມາດໃຊ້ງານໄດ້ຢ່າງຄຸ້ມຄ່າ

ເມື່ອຮູ້ແບບນີ້ແລ້ວກໍ່ລອງເຮັດຕາມຄຳແນະນຳທີ່ກ່າວມາຂ້າງເທິງນີ້ເບິ່ງ ໃຊ້ໄດ້ຜົນແບບໃດຢ່າງລືມບອກຕໍ່ໃຫ້ເພື່ອນໆຮູ້ຈັກນຳເດີ້

 

ຂໍ້ມູນຈາກ: http://women.sanook.com/58087/

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...