Homeສຸຂະພາບ ແລະ ສີ່ງແວດລ້ອມໂຣກລຳໄສ້ປັ່ນປ່ວນ! ອາການ ແລະ ວິທີຮັກສາ

ໂຣກລຳໄສ້ປັ່ນປ່ວນ! ອາການ ແລະ ວິທີຮັກສາ

Published on

ໂຣດລຳໄສ້ປັ່ນປ່ວນນັ້ນເກີດໄດ້ຈາກຫຼາຍສາເຫດ ທັງຄວາມຜິດປົກກະຕິຂອງລະບົບທາງເດີນອາຫານເອງ ຫຼື ຈາກປັດໄຈພາຍນອກເຊັ່ນ ານຕິດເຊື້ອໃນລະບົບທາງເດີນອາຫານ, ຄວາມຜິດປົກກະຕິຂອງຊະນິດແບັດທີເຣຍ ຫຼື ປະລິມານ ແບັດທີເຣຍໃນລະບົບທາງເດີນອາຫານ ແລະ ອາດເກີດຈາກການຮັບປະທານອາຫານບາງຊະນິດໃນປະລິມານຫຼາຍ ກໍ່ອາດເຮັດໃຫ້ເກີດລຳໄສ້ປັ່ນປ່ວນໄດ້

ອາການຂອງໂຣກລຳໄສ້ປັ່ນປ່ວນ

ອາການສຳຄັນຂອງໂຣກນີ້ແມ່ນຈະມີອາການທ້ອງອືດ ຫຼື ບໍ່ສະບາຍບໍລິເວນທ້ອງ ໂຣກນີ້ອາດເກີດກັບບາງຄົນທີ່ມີຄວາມຮູ້ສຶກໄວຕໍ່ອາຫານບາງຊະນິດເຊັ່ນ:​ ນ້ຳສົ້ມສາຍຊູ, ກາເຟ, ອາຫານເຜັດ, ອາຫານມັນ ຫຼື ໝາກໄມ້ບາງຊະນິດ ເຊິ່ງອຕ່ລະຄົນກໍ່ຈະແຕກຕ່າງກັນອອກໄປ

ໂຣກລຳໄສ້ປັ່ນປ່ວນສາມາດຮັກສາໄດ້ໂດຍ

1. ຄວນຫຼີກລ່ຽງການກິນອາຫານທີ່ສົ່ງຜົນໃຫ້ເກີດອາການ ເຊິ່ງແຕ່ລະຄົນອາຫານກໍ່ຈະຕ່າງກັນອອກໄປ

2. ຄວນຫຼຸດຜ່ອນການກິນອາຫານປະເພດທີ່ມີຣົດຊາດເຜັດ, ອາຫານມັນ, ໜັງເປັດ, ໜັງໄກ່, ຄຣີມ, ນົມ, ເນີຍ ໃນປະລິມານຫຼາຍ

3. ກິນອາຫານປະເພດແປ້ງ ແລະ ນຳຕານໃນປະລິມານທີ່ພໍດີ

4.​ ເລືອກກິນອາຫານທີ່ມີກາກຫຼື ເສັ້ນໃຍເປັນປະຈຳ ເພາະອາຫານຈຳພວກນີ້ຈະຊ່ວມຊືມຊັບນ້ຳໃນອຸຈະຣະໄດ້ດີ ເຮັດໃຫ້ຖ່າຍງ່າຍ ແຕ່ກໍ່ຄວນກິນເທື່ອລະໜ້ອຍແຕ່ກິນເລື່ອຍໆ

5. ຄວນງົດດື່ມແອລກໍຮໍທຸກຊະນິດ, ກາເຟ, ຂອງດອງ, ນ້ຳອັດລົມ ແລະ ຢາບາງຊະນິດ

6. ພສວະຄວາມຄຽດກໍ່ເປັນອີກໜຶ່ງປັດໄຈທີ່ກະຕຸ້ນໃຫ້ເກີດການເຄັ່ງຕຶງຂອງລຳໄສ້ເພີ່ມຂຶ້ນ ສະນັ້ນທ່ານຈິ່ງຄວນຜ່ອນຄາຍເຮັດໂຕໃຫ້ສະບາຍ

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...