Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ ຈັບໂຈນປຸ້ນຊັບພົນລະເມືອງໄດ້ 2 ຄົນ

ເຈົ້າໜ້າທີ່ ຈັບໂຈນປຸ້ນຊັບພົນລະເມືອງໄດ້ 2 ຄົນ

Published on

ເຈົ້າໜ້າທີ່ ປກສ ເມືອງໄກສອນພົມວິຫານ ໄດ້ເປີດເຜີຍໃນວັນທີ 9 ມີນາ 2017 ຜ່ານມາວ່າ ໃນວັນທີ 2 ມີນາ 2017 ເວລາ 16:30 ໂມງ ເຈົ້າໜ້າທີ່ວິຊາສະເພາະໜ່ວຍງານຄະດີອາຍາ ຮ່ວມກັບໜ່ວຍງານສືບຂ່າວ ປກສ ເມືອງໄກສອນພົມວິຫານ ໄດ້ກັກຕົວເປົ້າໝາຍປຸ້ນຊັບ, ຊີງຊັບພົນລະເມືອງໄດ້ 2 ຄົນຄື: ທ້າວ ຄຳແສນ ອາຍຸ 35 ປີ ແລະທ້າວ ລຸ້ງທິບ ອາຍຸ 25 ປີ ເຊິ່ງທັງສອງຄົນອາໄສຢູ່ບ້ານທ່າແຮ່ ເມືອງໄກສອນພົມວິຫານ ແຂວງສະຫວັນນເຂດ ໄດ້ກໍ່ເຫດຊິງຊັບພົນລະເມືອງມາແລ້ວ 5 ຄັ້ງຕິດຕໍ່ກັນ

ຜ່ານການສືບສວນ-ສອບສວນ ທັງສອງໄດ້ສາລະພາບວ່າ: ໄດ້ຮ່ວມກັນປຸ້ນຊັບພົນລະເມືອງ ໂດຍການໃຊ້ມີດຍາວ 40 ຊັງຕີແມັດ ເປັນອາວຸດ, ເຄີຍກໍ່ເຫດຮ່ວມກັນມາ 5 ຄັ້ງ, ເຊິ່ງຄັ້ງທີ 1 ຢູ່ເສັ້ນທາງ A1 ເຂດບ້ານໂພນສະຫວ່າງເໜືອ ປຸ້ນເອົາໂທລະສັບໄອໂຟນ 6 ຈຳນວນ 1 ເຄື່ອງ ແລະໄອໂຟນ 4 ຈຳນວນ 1 ເຄື່ອງ; ຄັ້ງທີ 2 ຢູ່ເສັ້ນທາງ A1 ເຂດບ້ານສະໜາມໄຊ ປຸ້ນໄດ້ແທັບເລັດ 1 ເຄື່ອງ ແລະເງິນ 6 ແສນ; ຄັ້ງທີ 3 ຢູ່ເສັ້ນທາງເລກ 9 ບ່ອນຊື້-ຂາຍແບ້ ຫຼັກ 9 ປຸ້ນຊັບໄດ້ໂທລະສັບແອັບໂປ້ 1 ໜ່ວຍ ແລະໂທລະສັບໄອຄິວ 1 ໜ່ວຍ; ຄັ້ງທີ 4 ຢູ່ຖະໜົນເລກ 9 ຕໍ່ໜ້າໂອດັອບ ຫຼັກ 6 ປຸ້ນຊັບໄດ້ໂທລະສັບໄອໂມບາຍ 1 ເຄື່ອງ; ຄັ້ງທີ 5 ຢ່ເຂດບ້ານດດົງດຳດວນປຸ້ນຊັບໄດ້ໂທລະສັບຊຳຊຸງ J7 1 ເຄື່ອງ ເຊິ່ງທັງ 5 ຄັ້ງນີ້ໄດ້ລັກຕິດຕໍ່ກັນ

ນອກຈາກນັ້ນ ຍັງມີການຊິງຊັບໄດ້ຄຳ 2 ສະຫຼຶງ ໂດຍໃຊ້ມີດຈີ້ຢູ່ທາງລົງບ້ານໜອງຜື, ລັກເຂົ້າເຮືອນປະຊາຊົນ ຢູ່ເຂດບ້ານນາເລົ່າ ໄດ້ໂທລະພາບຂະໜາດ 42 ນິ້ວ ຈຳນວນ 1 ເຄື່ອງ, 32 ນິ້ວ 1 ໜ່ວຍ, ນອກນັ້ນ ກໍມີຂັນເງິນ 1 ໜ່ວຍ, ລັກເບຍລາວ (ປະເພດເບຍປ໋ອງ) ຈຳນວນ 4 ແກັດອີກ

ຕາມການສືບສວນ-ສອບສວນເບື້ອງຕົ້ນທັງສອງໄດ້ສາລະພາບວ່າ: ໄດ້ພາກັນຊອກຫາເປົ້າໝາຍ ໂດຍສະເພາະແມ່ນແມ່ຍິງ, ຂີ່ໄປຮອດບ່ອນເໝາະກໍໃຊ້ມີດຈີ້ເອົາຊັບ ແລະພາກັນຫຼົບໜີ, ຈາກນັ້ນກໍເອົາເຄື່ອງທີ່ປຸ້ນໄດ້ນັ້ນ ໄປຂາຍເອົາເງິນເພື່ອໄປຊື້ຢາເສບຕິດ. ສຳລັບຂອງກາງທີ່ທັງສອງໄດ້ປຸ້ນ 5 ຄັ້ງຕິດຕໍ່ກັນນັ້ນແມ່ນນຳມາໄດ້ເກືອບໝົດ ຍັງເຫຼືອພຽງໂທລະພາບ 2 ໜ່ວຍ ເຊິ່ງຄາດວ່າຈະນຳມາໄດ້ໃນມໍ່ໆນີ້, ຖ້າຫາກໃຜທີ່ຖືກພວກດັ່ງກ່າ ຈີ້ຊີງຊັບ ຫືຖືງັດເຮືອນ ໃຫ້ໄປພົວພັນກັບເຈົ້າໜ້າທີ່ໃນໂມງລັດຖະການ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ  

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...