Homeຂ່າວພາຍ​ໃນອພບ ເຮັດບໍ່ທັນ ປະຊາຊົນຈູດໃຫ້ເອງ ຕົ້ນຈຳປາມູນຄ່າມະຫາສານຕາຍເປັນແຖວ

ອພບ ເຮັດບໍ່ທັນ ປະຊາຊົນຈູດໃຫ້ເອງ ຕົ້ນຈຳປາມູນຄ່າມະຫາສານຕາຍເປັນແຖວ

Published on

ສຳນັກຂ່າວລາວໂພສຕ໌ ໄດ້ຮັບການແຈ້ງຈາກ ເພື່ອນຜູ້ອ່ານທາງສັງຄົມອອນລາຍ ພ້ອມຮູບປະກອບວ່າ ບັນດາຕົ້ນຕົ້ນໄມ້ປະດັບ ໂດຍສະເພາະຕົ້ນດອກຈຳປາທີ່ລະດົມກັນປູກໃນຫຼາຍປີທີ່ຜ່ານມາ ຄິດເປັນມູນຄ່າຈຳນວນມະຫາສານ ໄດ້ຖືກໄຟລາມໄໝ້ ເຮັດໃຫ້ຕົ້ນຈຳປາຈຳນວນຫຼາຍແຫ້ງຫ່ຽວຕາຍຢ່າງໜ້າເສຍດາຍ.

ພາຍຫຼັງໄດ້ຮັບແຈ້ງ ທີມຂ່າວພວກເຮົາໄດ້ລົງໄປເບິ່ງຕົວຈິງ ພົບວ່າເກືອບຕະຫຼອດເສັ້ນທາງ 450 ປີ ແລະເສັ້ນທາງຕັດໃໝ່ແຕ່ໜອງບຶກ-ໜອງບົວທອງ ແມ່ນມີຮ່ອງຮອຍໄຟລາມປ່າ ທັງຄັນຄູກາງທາງແລະສອງຂ້າງທາງ ເຊິ່ງເຮັດໃຫ້ຕົ້ນໄມ້ປະດັບທີ່ຖືກປູກຂຶ້ນໃນຊຸມປີຜ່ານມາ ຖືກໄຟລົນ, ລວກ ແລະເຜົາ ມີສະພາບແຫ້ງຫ່ຽວແລະຕາຍໄປກໍມີ.

ໃນລະດູການທີ່ຜ່ານມາ ເສັ້ນທາງດັ່ງກ່າວທັງ 2 ເສັ້ນທາງ ໄດ້ມີຫຍ້າເກີດຂຶ້ນປົກຄຸມ ຈົນເຮັດໃຫ້ບາງຍ່ານລົດທີ່ແລ່ນຜ່ານບໍ່ສາມາດເບິ່ງເຫັນຊ່ອງທາງຟາກກົງກັນຂ້າມເລີຍ ເນື່ອງຈາກມີຫຍ້າສູງບົດບັງ. ໃນຂະນະດຽວກັນ ໜ່ວຍງານອະນາໄມ ທີ່ເຂົ້າໃຈວ່າ ຖືກຈັດຕັ້ງນຳພາໂດຍ ອົງການພັດທະນາແລະບໍລິຫານຕົວເມືອງ (ອພບ) ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ອະນາໄມ ດ້ວຍການຕັດຫຍ້າໃນເສັ້ນທາງດັ່ງກ່າວນັ້ນອອກຢູ່ ແຕ່ຍັງເຫັນວ່າເຮັດໄດ້ເປັນບາງຍ່ານເທົ່ານັ້ນ. ແລະໄລຍະຂອງການລົງກວດກາສະພາບແລະການເຮັດອະນາໄມແມ່ນຂ້ອນຂ້າງຫ່າງ ຈົນເຮັດໃຫ້ເກີດມີຫຍ້າຮົກເຮື້ອຂຶ້ນ ເມື່ອຕົກມາເຖິງລະດູແລ້ງ ຫຍ້າທີ່ເຄີຍປົກຄຸມກໍແຫ້ງຫ່ຽວ ເປັນສາເຫດໃຫ້ມີຜູ້ບໍ່ຫວັງດີ (ຫຼືຫວັງດີກໍໄດ້) ເອົາໄຟຈູດລາມຫຍ້າດັ່ງກ່າວ ເພື່ອໃຫ້ມີຄວາມເປີດແປນ ພາໃຫ້ໄຟລົນເອົາຕົ້ນໄມ້ປະດັບໃຫ້ແຫ້ງຫ່ຽວເສົາຕາຍໄປຈຳນວນຫຼາຍ.

(ນັກຂ່າວ) ຖ້າຫາກພໍມີທຶນຮອນຈຳນວນໃດໜຶ່ງ ແລ້ວໃຫ້ພາກເອກະຊົນ ຫຼືບຸກຄົນໃດໜຶ່ງ ເຂົ້າປະມູນເຮັດອະນາໄມ ກໍຄົງຈະເປັນທາງອອກທີ່ດີ ທັງຊ່ວຍໃຫ້ມີຄວາມສວຍງາມ ທັງຍັງສາມາດຮັກສາຕົ້ນໄມ້ປະດັບທີ່ປູກໄວ້ນັ້ນໃຫ້ຍືນຍົງຢູ່ໄດ້. ເພາະຕົ້ນຈຳປາຖືໄດ້ວ່າເປັນຕົ້ນດອກໄມ້ເອກະລັກປະຈຳຊາດລາວຂອງເຮົາ.

ຢູ່ປະເທດຍີ່ປຸ່ນ ຕົ້ນດອກສະກຸຣະ ເຖິງແມ່ນວ່າມັນຈະເປັນດອກພຽງໄລຍະສັ້ນໆ 2-3 ອາທິດຕໍ່ປີ ແຕ່ເຂົາເຈົ້າໄດ້ນຳມາປູກປະດັບຕາມແຄມທາງຢ່າງຫຼວງຫຼາຍ ແລະມີການຕັດແຕ່ງກິ່ງງ່າໃຫ້ສວຍງາມຢູ່ສະເໝີ ແມ່ນແຕ່ຕົ້ນຫລ້ອນໆ ບໍ່ມີໃບບໍ່ມີດອກກໍເບິ່ງງາມໄດ້. ແຕ່ຖ້າທຽບກັບດອກຈຳປາຂອງລາວ ຕົ້ນກໍງາມ, ໃບກໍງາມ, ດອກກໍງາມ ແລະທັງຍັງມີກິ່ນອັນຫອມຫວນອີກ ຖ້າເຮົາສາມາດສົ່ງເສີມກັນປູກແລະບຳລຸງຮັກສາໄດ້ ກໍຄົງຈະໂດດເດັ່ນບໍ່ນ້ອຍໜ້າດອກໄມ້ຊະນິດໃດໃນໂລກນີ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...