spot_img
Homeມູມໄອທີລາວ10 ພຶດຕິກຳໃນໂລກອອນໄລນສ່ຽງເຮັດໃຫ້ທ່ານເດືອດຮ້ອນໄດ້

10 ພຶດຕິກຳໃນໂລກອອນໄລນສ່ຽງເຮັດໃຫ້ທ່ານເດືອດຮ້ອນໄດ້

Published on

ເຕືອນຊາວເນັດຜູ້ມັກຫຼິ້ນໂຊຊ້ຽວເປັນປະຈຳ ກ່ອນທີ່ຈະໂພສຕ໌ ສິ່ງໃດລົງໄປ ທ່ານຕ້ອງຄິດໃຫ້ຖີ່ຖ້ວນກ່ອນ ເພາະບາງຢ່າງທີ່ໂພສຕ໌ລົງໄປອາດເຮັດໃຫ້ທ່ານເກີດຄວາມເດືອດຮ້ອນໄດ້ ບາງຄັ້ງສິ່ງທີ່ທ່ານໂພສຕ໌ລົງໄປນັ້ນອາດຕິດວ່າເປັນເລື່ອງມ່ວນໆໃນສາຍຕາທ່ານ ແຕ່ອາດສົ່ງຜົນໃຫ້ທ່ານຕ້ອງເທິງຂັ້ນໄດ້ຮັບໂທດທາງກົດໝາຍເລີຍກໍ່ມີ ເອົາເປັນວ່າກ່ອນທີ່ເຮົາຈະໂພສຕ໌, ແຊຣ, ກົດໄລນ ຫຼື ຄອມເມັ້ນ ສິ່ງໃດລົງໄປຕ້ອງຄິດພິຈາລະນາໃຫ້ດີກ່ອນວ່າສິ່ງໃດຄວນ ບໍ່ຄວນ

10 ພຶດຕິກຳໃນໂລກອອນໄລນ໌ທີ່ສ່ຽງເຮັດໃຫ້ທ່ານໄດ້ຮັບໂທດມີດັ່ງນີ້: 

1. ການອັບໂຫລດຮູບພາບ ຫຼື ຄລິບລາມົກອານາຈານ
2. ປ່ອຍຂ່າວໃຫ້ບ້ານເມືອງເກີດຄວາມວຸ້ນວາຍ
3. ຕັດຕໍ່ພາບ ເຮັດໃຫ້ເຈົ້າຂອງພາບຕົວຈິງເກີດຄວາມເສຍຫາຍ ອັບອາຍ ເສຍຊື່ສຽງ
4. ລັກເອົາຂໍ້ມູນຄົນອື່ນແລ້ວເອົາໄປໃຊ້ເພື່ອເປັນຜົນປະໂຫຍດກັບຕົວເອງ ເພື່ອຫາກຳໄລ ເພື່ອນຳໄປໃຊ້ກັ່ນ               ແກ້ງຄົນອື່ນ
5. ໂພສຕໃສ່ຮ້າຍປ້າຍສີຄົນອື່ນ ສ້າງເລື່ອງໃຫ້ຄົນອື່ນເສຍຫາຍ
6. ລັກເອົາ ID ຫຼື Password ຜູ້ອື່ນເພື່ອເຂົ້າໄເບິ່ງຂໍ້ມູນຂອງບຸກຄົນອື່ນ
7. ແກ້ໄຂເນື້ອຫາໃນ File ຜູ້ອື່ນ ໂດຍທີ່ເຈົ້າຂອງບໍ່ໄດ້ອະນຸຍາດ
8. ກົດແຊຣຂ່າວມົ້ວໃນສັງຄົມອອນໄລນໂດຍບໍ່ກວດສອບທີ່ມາຂອງຂ່າວກ່ອນ
9. ໂພສຕ໌ຂໍຄວາມມິ່ນປະໝາດການນຳ
10. ສ້າງເວັບໄຊທີ່ມີເນື້ອຫາລົບລູ່ສະຖາບັນເບື້ອງສູງ

ໂລກໂຊຊ້ຽວເປັນໂລກສັງຄົມອອນໄລນຂະໜາດໃຫຍ່ ແລະ ເປັນໂລກທີ່ຍາກທີ່ຈະມີຄວາມລັບ ເປັນໂລກແຫ່ງດາບສອງຄົມ ທີ່ກະຈາຍຂໍ້ມູນໄດ້ໄວທີ່ສຸດ ສະນັ້ນກ່ອນທີ່ທ່ານຈະຕັດສິນໃຈໂພສຕ໌ສິ່ງໃດລົງໄປນັ້ນຕ້ອງຄິດໃຫ້ດີກ່ອນ ເພື່ອຈະບໍ່ໃຫ້ສິ່ງທີ່ທ່ານໂພສຕ໌ນັ້ນຍ້ອນກັບມາທຳຮ້າຍທ່ານໄດ້.

ຂໍ້ມູນຈາກ : thaipbs.or.th

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...