spot_img
Homeຂ່າວທ້ອງຖິ່ນເຈົ້າແຂວງສະຫວັນນະເຂດ ສັ່ງຍຸບເລີກໂຮງງານໄມ້ ແລະຜະລິດເຟີນິແບບຜິດກົດໝາຍ

ເຈົ້າແຂວງສະຫວັນນະເຂດ ສັ່ງຍຸບເລີກໂຮງງານໄມ້ ແລະຜະລິດເຟີນິແບບຜິດກົດໝາຍ

Published on

ທ່ານ ສີທົນ ນັນທະລາດ ຫົວໜ້ພະແນກອຸດສະຫະກຳ ແລະການຄ້າ ແຂວງສະຫວັນນະເຂດໄດ້ເຜີຍແຜ່ຕໍ່ບັນດາຮອງຫົວໜ້າພະແນກທີ່ກ່ຽວຂ້ອງ, ຫົວໜ້າຫ້ອງການອຸດສະຫະກຳ-ການຄ້າທັງ 15 ເມືອງ ໃນກຫວ່າງວັນທີ 15 ກຸມພາ 2017 ຜ່ານມາ ເຈົ້າແຂວງສະຫວັນນະເຂດໄດ້ອອກຄໍາສັ່ງເລກທີ 236/ຈຂ.ສຂ ວ່າດ້ວຍການຍຸບເລີກ ແລະຮື້ຖອນເຟີນິເຈີແບບຄອບຄົວທີ່ບໍ່ມີໃບອະນຸຍາດຖືກຕ້ອງ ໃນທົ່ວແຂວງຈຳນວນ 253 ແຫ່ງ, ໃນນີ້ເມືອງອອກອະນຸຍາດໃຫ້ 87 ແຫ່ງ ແລະບໍ່ມີເອກະສານ 166 ແຫ່ງ, ມອບໃຫ້ທາງເຈົ້າເມືອງຂອງແຕ່ລະເມືອງ ແຕ່ງຕັ້ງກຳມະການເພື່ອຮື້ຖອນອາຄານ, ເຄື່ອງຈັກ, ອຸຸປະກອນຕ່າງໆ ທີ່ຮັບໃຊ້ທຳລາຍປ່າໄມ້ ໃຫ້ທຳລາຍຖິ້ມທັງໝົດ

ຖ້າຍັງມີໂຮງງານເຟີນີເຈີແບບຄອບຄົວທີ່ບໍ່ມີໃບອະນຸຍາດ ທີ່ນອກເໜືອຈາກ 253 ແຫ່ງນີ້ ໃຫ້ດຳເນີນການຮື້ຖອນເຊັ່ນກັນ ແລະຫ້າມບໍ່ໃຫ້ມີໂຮງງານປຸງແຕ່ງໄມ້ທຸກປະເພດ ທຸກຂະໜາດທີ່ບໍ່ມີໃບອະນຸຍາດ ດຳເນີນກິດຈະການໂຮງງານຢູ່ບັນດາເມືອງຕ່າງພາຍໃນແຂວງເດັດຂາດ

ຕໍ່ມາວັນທີ 17 ກຸມພາ 2017 ເຈົ້າແຂວງກໍໄດ້ອອກຄໍາສັ່ງອີກໜຶ່ງສະບັບເລກທີ 248/ຈຂ.ສຂ ວ່າດ້ວຍການຍຸບເລີກ ແລະຮື້ຖອນບັນດາໂຮງງານປຸງແຕ່ງໄມ້ທີ່ຕັ້ງໃນເຂດ 3 ປະເພດປ່າເຊັ່ນ: ປ່າສະຫງວນແຫ່ງຊາດພູຊ້າງແຫ່, ປ່າສະຫງວນແຫ່ງຊາດດົງພູວຽງ, ປ່າສະຫງວນແຫ່ງຊາດເຊບັ້ງນວນ, ປ່າສະຫງວນດົງນາຕາດ, ປ່າປ້ອງກັນນໍ້າເຊໂດນ, ປ່າປ້ອງກັນແຫ່ງຊາດຍອດນໍ້າເຊນ້ອຍ-ເຊບາຍ, ປ່າຜະລິດດົງສີທວນ ແລະເຂດອະນຸຮັກໂອ່ງ-ມັ່ງ, ໃນນັ້ນປະກອບມີ 27 ແຫ່ງ ທີ່ຕັ້ງຢູ່ໃນ 3 ປະເພດປ່າ ແລະບັນດາໂຮງາປຸງແຕ່ງໄມ້ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຈຳນວນ 47 ແຫ່ງ

ການປະຕິບັດຄຳສັ່ງດັ່ງກ່າວນັ້ນ ເຈົ້າແຂວງໄດ້ມອບໃຫ້ອຸດສາຫະກຳ-ການຄ້າແຂວງ ເປັນໃຈກາງໃນການສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ແລະຮື້ຖອນ ເຊິ່ງຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້: ເຮັດບົດບັນທຶກກັບເຈົ້າຂອງໂຮງງານໃຫ້ຢຸດເຊົາດຳເນີນກິດຈະການ ແລະຮື້ຖອນໂຮງງານ ພ້ອມທັງແຈ້ງຖອນໃບທະບຽນວິສາຫະກິດ, ຖອນໃບອະນຸຍາດດຳເນີນກິດຈະການໂຮງງານ ແລະໃບອະນຸຍາດຕ່າງໆຂອງຂະແໜງການຕາມຂັ້ນຕອນຂອງກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ, ໃຫ້ລົງມືປະຕິບັດຕົວຈິງ ຫາກພົບຄວາມຫຍຸ້ງຍາກໃຫ້ຮີບຮ້ອນໃຫ້ລາຍງານການນຳໃຫ້ຮັບຊາບ ເພື່ອແກ້ໄຂບັນຫາໃຫ້ທັນການ, ສະຫຼຸບລາຍງານໃຫ້ແຂວງຮັບຊາທຸກໆວັນພຸດ, ສ່ວນການຍຸບເລີກ-ຮື້ຖອນໃຫ້ສຳເລັດກ່ອນທ້າຍເດືອນມິຖຸນາ 2017 ນີ້.

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...