spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ຈັບ ຜູ້ຮັບຈ້າງແລ່ນເຂົ້າໂຮງຮຽນ

ເຈົ້າໜ້າທີ່ຈັບ ຜູ້ຮັບຈ້າງແລ່ນເຂົ້າໂຮງຮຽນ

Published on

ເຈົ້າໜ້າທີ່ຕຳຫຼວດພະແນກເສດຖະກິດ ປກສ ແຂວງວຽງຈັນ ໄດ້ຮັບແຈ້ງຄວາມ ແລະຄຳຮ້ອງຟ້ອງຈາກຜູ້ຖືກເສຍຫາຍຈຳນວນ 8 ຄົນ ໃນວັນທີ 12 ຕຸລາ 2016 ຜ່ານມາວ່າ: ນາງ ວອນແສງ ອາຍຸ 60 ປີ ປະຊາຊົນບ້ານ ນຳແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ ຮັບແລ່ນເອກະສານເອົາຄົນເຂົ້າໂຮງຮຽນຊົນເຜົ່າເດັກກຳພ້າຫຼັກ 67 ພ້ອມສໍ້ໂກງຊັບພົນລະເມືອງ ລວມມູນຄ່າການເສຍຫາຍ 100 ກວ່າລ້ານກີບ, ຈາກນັ້ນເຈົ້າໜ້າທີ່ໄດ້ເກັບຫຼັກຖານຕົວຈິງ ເຫັນວ່າມີຂໍ້ມູນຄວາມຈິງ ຈຶ່ງໄດ້ກັກຕົວ ນາງ ວອນແສງ ໃນັນທີ 18 ຕຸລາ 2016 ມາສືບສວນ-ສອບສວນ

ຜ່ານການສືບສວນ ນາງ ວອນແສງ ໄດ້ຮັບສາລະພາບວ່າ: ປີ 2015 ໄດ້ເຄື່ອນໄຫວເລີ່ມຮັບແລ່ນເອກະກສານເອົາຄົນເຂົ້າໂຮງຮຽນຊົນເຜົ່າເດັກກຳພ້າຫຼັກ 67 ຈົນມາຮອດປີ 2016 ໄດ້ມີຜ້ເສຍຫາຍ 8 ຄົນຈາກແຂວງບໍລິຄຳໄຊ ມາຫານາງ ວອນແສງ ເພື່ອໃຫ້ຜູ້ກ່ຽວແລ່ນເອກະສານເອົາເຂົ້າຮຽນ ເຊິ່ງຜູ້ກ່ຽວໄດ້ຮັບປາກວ່າຈະແລ່ນໃຫ້ ເພາະຮູ້ຈັກກັບຜູ້ໃຫຍ່ທີ່ສາມາດເອົານັກຮຽນເຂົ້າຮຽນໄດ້, ຈາກນັ້ນ ນາງວອນແສງ ໄດ້ສະເໜີເງື່ອນໄຂໃນການແລ່ນເອກະສານ ໂດຍໃຫ້ຈ່າຍກ່ອນເຄິ່ງໜຶ່ງ ຖ້າໄດ້ເຂົ້າຮຽນຈຶ່ງຈ່າຍສ່ວນທີ່ເຫຼືອ, ເງິນທີ່ໄດ້ໃຫ້ນາງແສງວອນໄປກ່ອນໃນງວດທີ 1 ມີຈຳນວນ 39,55 ລ້ານກີບ, ເງິນບາດໄທ 1,25 ແສນບາດ ພ້ອມເອກະສານທີ່ປະກອບຄົບຊຸດ ຫຼັງຈາກໄດ້ເງິນແລ້ວ ຜູ້ກ່ຽວບໍ່ໄດ້ແລ່ນເອກະສານຕາມຕົກລົງໄວ້ ແລະບໍ່ມີການຕິດຕໍ່ພົວພັນອີກ

ຕໍ່ມາ ນາງວອນແສງ ໄດ້ສະເໜີເອົາເງິນທີ່ເຫຼືອນຳຜູ້ເສຍຫາຍເປັນງວດທີ 2 ເປັນເງິນຈຳນວນ 58,65 ລ້ານກີບ, ເງິນບາດໄທ 30 ພັນບາດ ທັງທີ່ຮູ້ດີວ່າ ຜູ້ກ່ຽວແລ່ນເຂົ້າຮຽນນັ້ນແມ່ນບໍ່ມີລາຍຊື່ເຂົ້າຮຽນ ແຕ່ກໍຍັງຕົວະໃຫ້ຜູ້ເສຍຫາຍເອົາເງິນມາຈ່າຍໃຫ້ອີກ, ໂດຍອ້າງວ່າຈະເອົາເງິນຈຳນວນນີ້ໄປຊຸກຍູ້ໃຫ້ຜູ້ມີຕຳແໜ່ງອີກ ຜູ້ເສຍຫາຍຈຶ່ງຫຼົງເຊື່ອ ແລະຍອມມອບເງິນໃຫ້.

ຈົນມາຮອດວັນທີ 12 ຕຸລາ 2016 ຜູ້ເສຍຫາຍຈຶ່ງຮູ້ວ່າແລ່ນເອກະສານໃຫ້ເຂົ້າຮຽນບໍ່ໄດ້ຕາມການຕົກລົງກັນໄວ້ ຜູ້ກ່ຽວແມ່ນ ເຈດຕະນາສໍ້ໂກງຊັບພົນລະເມືອງຢ່າງແທ້ຈິງ ເຊິ່ງຜູ້ກ່ຽວໄດ້ຕົວະຍົວະຫຼອກລວງຜູ້ອື່ນ ໂດຍອ້າງບຸກຄົນທີ່ບົດບາດ ແລະມີຖານະຕຳແໜ່ງກັບຜູ້ກ່ຽວ. ການກະທຳຂອງນາງ ວອນແສງ ເປັນການກະທຳຜິດທາງກົດໝາຍອາຍາ ແຫ່ງ ສປປລາວ ໃນມາດຕາ 120 ການສໍ້ໂກງຊັບຂອງພົນລະເມືອງ, ປະຈຸບັນເຈົ້າໜ້າທີ່ຕຳຫຼວດ ເສດຖະກິດ ປກສ ແຂວງວຽງຈັນ ໄດ້ສະຫຼຸບສຳນວນຄະດີ ແລະໄດ້ດຳເນີນຄຳດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...