spot_img
Homeໜັງໃໝ່"ວັນຄົບຮອບ" ຮູບເງົາລາວທີ່ໜ້າຕິດຕາມ

“ວັນຄົບຮອບ” ຮູບເງົາລາວທີ່ໜ້າຕິດຕາມ

Published on

ຄຳລຳ ໜັງໃໝ່ ມື້ນີ້ແອັດມິນຮູບເງົາເລື່ອງໃຫມ່ທີ່ຈະມາແນະນຳ ບອກເລີຍວ່າເລື່ອງນີ້ໜ້າເບິ່ງສຸດໆອີກເລື່ອງໜຶ່ງ ເຊິ່ງເປັນຮູບເງົາທີ່ຜະລິດໂດຍສີມືຂອງຄົນລາວ ຢ່າງ “ວັນຄົບຮອບ”.

ສົມກັບການລໍຄອຍອັນແສນຍາວນານ ສຳລັບຮູບເງົາເລື່ອງ “ວັນຄົບຮອບ” ທີ່ໄດ້ຜູ້ກຳກັບມືທອງຢ່າງ JoJo Miracle ຊຸບຕາຣ໌ແຫ່ງວົງການບັນເທີງບ້ານເຮົາ ງານນີ້ຜູ້ກຳກັບຄົນເກັ່ງບ່າວ ໂຈໂຈ້ ທຸ້ມເຕັມທີ່ເພື່ອເຮັດໃຫ້ຜົນງານອອກມາດີທີ່ສຸດເພື່ອບໍ່ໃຫ້ແຟນໆທີ່ລໍຄອຍເບິ່ງຜົນງານຕ້ອງຜິດຫວັງ ສຳລັບບົດພະນາງຂອງຮູບເງົາເລື່ອງນີ້ໄດ້ດາຣາສາວໜ້າຫວານຢ່າງ ສາວ “ວີນ່າ” ແລະ ບ່າວໜ້າຫຼໍ່ໜ້າກິນຢ່າງ “ປັອບປີ” ທັງສອງຖືເປັນການໂຄຈອນມາຮ່ວມງານກັນໃນດ້ານການສະແດງຮູບເງົາຄັ້ງທຳອິດກໍ່ວ່າໄດ້ ແລະ ນອກຈາກນີ້ຍັງມີດາຣາແຖວໜ້າຂອງເມືອງລາວອີກຫຼາຍທ່ານຮ່ວມສົມທົບ ແຖມຍັງໄດ້ທີມງານຄຸນນະພາບຢ່າງ Miraclelao Productions ມາເຮັດໜ້າທີ່ຖ່າຍທຳໃຫ້ອີກຕ່າງຫາກ ເວົ້າມາແລ້ວກໍ່ຢ່າງໃຫ້ຮອດມື້ສາຍໄວໆ ເພາະຈະໄດ້ເບິ່ງຜົນງານເລື່ອງນີ້

“ວັນຄົບຮອບ” ຈະເຂົ້າສາຍໃນໂຮງຮູບເງົາບ້ານເຮົາພ້ອມກັນ 3 ໂຮງຮູບເງົາ Major Cineplex Vientiane Center , Major Cineplex Pakse & Itec Cineplex Vientiane ໃນວັນທີ 30 ມີນາ 2017 ນີ້ ແຟນຮູບເງົາທີ່ມັກເບິ່ງແນວຮັກໂຣແມນຕິກບໍ່ຄວນພາດ! ແຕ່ກ່ອນຈະຮອດມື້ສາຍ ແອັດກໍ່ມີຕົວຢ່າງຮູບເງົາມາໃຫ້ແຟນເວັບໄຊລາວໂພສຕ໌ ເບິ່ງອຸ່ນເຄື່ອງກັນກ່ອນ.

 

ຂໍ້ມູນຈາກ: JoJo Miracle

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...