spot_img
Homeຂ່າວເຫດການລັດເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກ

ລັດເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກ

Published on

ໃນວັນທີ 3 ມີນາ 2017 ຜ່ານມາ ທີ່ນະຄອນຫຼວງວຽງຈັນ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ເປັນປະທານກອງປະຊຸມເປີດກ້ວາງຂອງຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ປະຈໍາປີ 2016 ໄດ້ໃຫ້ຮູ້ວ່າ: ໃນປີ 2016 ຜ່ານມາ ຄຊກລ ສາມາດຍາດໄດ້ຜົນງານຫລາຍດ້ານ, ໂດຍໄດ້ສະເໜີຕໍ່ທ່ານນາຍົກລັດຖະມົນຕີ ປະກາດໃຊ້ຄຳສັ່ງເລກທີ 39/ນຍ, ລົງວັນທີ 28 ກັນຍາ 2016 ວ່າດ້ວຍການເພີ່ມທະວີວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ, ໄດ້ຍົກຍ້າຍການຈັດຕັ້ງຄຸ້ມຄອງວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທັງສູນກາງ ແລະທ້ອງຖິ່ນຍ້າຍມາສັງກັດຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ ແລະ ລັດຖະບານ, ໄດ້ພະຍາຍາມປະສານງານກັບບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນຕ່າງໆເພື່ອລະດົມທຶນ, ເຕັກນິກ-ວິຊາການເຂົ້າໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ອັນພົ້ນເດັ່ນແມ່ນໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮ່ວມກັບທ່ານ ບັນກີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ປະກາດຄໍາຂວັນ:“ຊີວິດປອດໄພຈາກລະເບີດບໍ່ທັນແຕກ” ເປັນເປົ້າໝາຍການພັດທະນາແບບຍືນຍົງອັນດັບທີ 18, ນອກນີ້ທ່ານ ບາຣັກ ໂອບາມາ ອະດີດປະທານາທິບໍສະຫະລັດອາເມລິກາ ໄດ້ປະກາດເພີ່ມທຶນຊ່ວຍເຫລືອແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ລາວຈຳນວນ 90 ລ້ານໂດລາສະຫະລັດໃນ 3 ປີຂ້າງໜ້າ, ນາຍົກລັດຖະມົນຕີ ນິວຊີແລນປະກາດໃຫ້ທຶນຊ່ວຍເຫລືອ ການເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຊຽງຂວາງຈໍານວນ 7,2 ລ້ານໂດລາສະຫະລັດ.

ໃນປີ 2017 ນີ້ໂຄງການເກັບກູ້ລະເບີດແຫ່ງຊາດຈະສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ຂອງລັດຖະບານ, ເພື່ອຫລຸດຜ່ອນຈຳນວນຜູ້ບາດເຈັບ ແລະ ເສຍຊີວິດຈາກລະເບີດບໍ່ທັນແຕກ, ເພີ່ມເນື້ອທີ່ດິນໃຫ້ມີຄວາມປອດໄພໃນການຜະລິດກະສິກຳ ແລະ ການພັດທະນາ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ

ພ້ອມດຽວກັນນີ້, ທ່ານ ຄຳແພງ ໄຊສົມແພງ ໃຫ້ຮູ້ວ່າ: ຄຊກລ ໄດ້ພະຍາຍາມຊີ້ນຳໃຫ້ບັນດາອົງການປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກຂອງລາວ ແລະ ຕ່າງປະເທດ, ປະຕິບັດການໂຄສະນາທີ່ມາ ແລະ ຄວາມອັນຕະລາຍຂອງລະເບີດບໍ່ທັນແຕກ, ຈັດຕັ້ງການສຳຫລວດ-ເກັບກູ້ ແລະ ການຊ່ວຍເຫລືອຜູ້ລອດຊີວິດຈາກລະເບີດບໍ່ທັນແຕກໃຫ້ຫລາຍຕື່ມອີກ.

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...