spot_img
Home​ຂ່າວບັນເທິງກຽມພົບຜົນງານເພງໃໝ່ຂອງ "ອາເລັກຊານດ້າ" ທີ່ຮ້ອງຄູ່ກັບ "ຕິກຊິໂຣ" ໄວໆນີ້

ກຽມພົບຜົນງານເພງໃໝ່ຂອງ “ອາເລັກຊານດ້າ” ທີ່ຮ້ອງຄູ່ກັບ “ຕິກຊິໂຣ” ໄວໆນີ້

Published on

ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ແອັດມິນມີຂ່າວຄາວຜົນງານຂອງ ສາວ ອາເລັກຊານ ບຸນຊ່ວຍ ຊຸບເປີສະຕາຣ ແຫ່ງວົງການເພງບ້ານເຮົາມາອັບເດດໃຫ້ແຟນໆໄດ້ຮູ້ນຳກັນ ເນື່ອງຈາກມື້ນີ້ ແອັດໄດ້ເຂົ້າໄປສ່ອງ ເຟສບຸກສ່ວນຕົວຂອງສາວອາເລັກຊານດາ ກໍ່ເລີຍບໍ່ພາດທີ່ຈະເກັບຂ່າວມາຝາກ ເນື່ອງຈາກບໍ່ດົນມານີ້ ສາວອາເລັກຊານດ້າ ໄດ້ຄວງ ສອງໜຸ່ມ ໜຶ່ງໜຸ່ມສາຍຂາຣ໋ອກສຽງແຫບສະເໜ່ ຢ່າງ “ສັກ ວົງເຊລ” ອີກໜຶ່ງໜຸ່ມຄືດາລາໜ້າຫຼໍ່ຂັວນໃຈໄວ ທຣີນ ແຫ່ງວົງການບັນເທີງບ້ານເຮົາຢ່າງ ໜຸ່ມ “ອາເລັກ” ບິນລັດຟ້າໄປທີ່ ບາງກອກ ປະເທດໄທ.

ງານນີ້ທັງສາວອາເລັກຊານດ້າ, ບ່າວ ສັກ ວົງເຊວ ແລະ ບ່າວອາເລັກ ເພິ່ນບໍ່ໄດ້ໄປຫຼິ້ນໆ ແຕ່ທັງສາມມີໂປຣເຈັກໃໝ່ທີ່ໄປເຮັດຮ່ວມກັບ ນັກຮ້ອງຊື່ດັງຮຸ້ນໃຫຍ່ຂອງວົງການເພງຂອງໄທ ຢ່າງ “ຕິກຊິໂຣ” ໂອ້ໂຫ!… ໄດ້ຍິນພຽງແຕ່ເທົ່ານີ້ ຕ່ອມເຜືອກຂອງແອັດມິນກໍ່ຢາກຮູ້ຂຶ້ນມາທັນທີວ່າພວກເຂົາຈະໄປສ້າງຜົນງານຫຍັງຮ່ວມກັນ ແຕ່ກໍ່ຍັງດີທີ່ສາວ ອາເລັກຊານດ້າ ນາງໄດ້ມາເວົ້າເກິ່ນໆໃຫ້ຟັງວ່າ ການໄປຄັ້ງນີ້ ແມ່ນໄປເພື່ອສ້າງຜົນງານເພງຮ່ວມກັນລະຫວ່າງ “ອາເລັກຊານດ້າ ກັບ ຕິກຊິໂຣ” ແຕ່ຕອນນີ້ຍັງບໍ່ທັນໄດ້ບອກຊື່ຜົນງານເພງ ແຕ່ກໍ່ຝາກໃຫ້ທຸກຄົນຕິດຕາມ ເພາະຄາດວ່າຜົນງານເພງຮ້ອງຄູ່ກັນຂອງທັງສອງຈະອອກມາໄວໆນີ້

ນີ້ຖືວ່າເປັນການໂຄຈອນມາພົບກັນຂອງສອງຊຸບຕາຣ ຈາກສອງປະເທດ ແອັດຄິດວ່າມີຫຼາຍຄົນຕ້ອງຢາກຕິດຕາມແນ່ນອນ! ເອົາເປັນມື້ນີ້ພໍເທົ່ານີ້ກ່ອນ ມື້ໜ້າຖ້າມີການເຄື່ອນໄຫວແນວໃດຕື່ມດຽວແອັດມິນຈະມາອັບເດດເພີ່ມອີກຄັ້ງ

ຮູບພາບປະກອບຈາກ: Alexandra Bounxouei

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...