spot_img
Homeຂ່າວພາຍ​ໃນດີ້ ນັກມວຍສາວລາວ ກຽມຊົກໃນເສິກ Fight for Hope - Singapore Kickboxing International

ດີ້ ນັກມວຍສາວລາວ ກຽມຊົກໃນເສິກ Fight for Hope – Singapore Kickboxing International

Published on

ວັນທີ 25 ກຸມພາ 2017 ທີ່ຈະມາຮອດນີ້ ແຟນມວຍລາວທັງຊາດຢ່າລືມສົ່ງກຳລັງໃຈໄປເຊຍ “ດາວມະຍຸລີ ຈັນທິລາດ ຫຼື ດີ້” ນັກມວຍສາວນ້ອຍໝາກເພັດຂີ້ໜູ ຕົວແທນຈາກ ສປປ ລາວ ທີ່ຈະຂຶ້ນສັງວຽນ Fight for Hope ຈັດຂຶ້ນທີ່ປະເທດ ສິງກະໂປ.

ມວຍຄູ່ເອກຂອງລາຍການນີ້ ເປັນການພົບກັນລະຫວ່າງ “ດາວມະຍຸລີ ຫຼື ດີ້” ນັກມວຍສາວນ້ອຍໝາກເພັດຂີ້ໜູ ຈາກ ສປປ ລາວ ກັບຄູ່ຊົກກະດູເຫຼັກຢ່າງ “ມາບິແລນ ລາສາຣກ” ນັກຊົກຈາກສິງກະໂປ ທັງຄູ່ຈະຊົກກັນໃນປະເພດມວຍຄິກບ໋ອກຊິງ.

ເຖິງໄຟລນີ້ ດາວມະຍຸລີ ຫຼື ດີ້ ຈະໄດ້ພົບກັບງານຫິນ ແຕ່ນາງກໍ່ບອກວ່າຈະສູ້ເຕັມທີ່ຈົນສຸດກຳລັງທີ່ມີ ແລະ ກໍ່ຂອບໃຈທຸກຄົນທີ່ສົ່ງກຳລັງໃຈເຊຍ.

ເຮົາມາລຸ່ນຊົມລຸ້ນເຊຍນັກມວຍສາວລາວຄົນນີ້ວ່າຈະສາມາດຂົນອາວຸດທີ່ມີໄປເອົາຊະນະຄູ່ຕໍ່ສູ້ໄດ້ ຫຼື ບໍ່! ໄຟລດັ່ງກ່າວຈະເລີ່ມຊົກຕັ້ງແຕ່ເວລາ 19:00 ໂມງ ຂອງວັນທີ 25 ກຸມພາ 2017 ເປັນຕົ້ນໄປ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...