spot_img
Homeຂ່າວຕ່າງປະເທດເກີດເຫດນໍ້າຖ້ວມ "ຈາກາຕາ" ຢ່າງໜັກ

ເກີດເຫດນໍ້າຖ້ວມ “ຈາກາຕາ” ຢ່າງໜັກ

Published on

ສຳນັກຂ່າວເອເອຟຟີລາຍງານ ເມື່ອວັນທີ 21 ກຸມພາ 2017 ຜ່ານມາວ່າ ນະຄອນຫຼວງຈາກາຕາ ເມືອງຫຼວງຂອງອິນໂດເນເຊຍ ນໍ້າຖ້ວມຢ່າງແຮງ ຫຼັງຈາກົນຕົກລົງມາຢ່າງໜັກດົນຫຼາຍຊົ່ວໂມງ ສົ່ງຜົນໃຫ້ບ້ານເຮືອນປະຊາຊົນຫຼາຍພັນຫຼັງຖືກນໍ້າຖ້ວມ, ລົດຍົນຕິດຄ້າງ ແລະປະຊາຊົນຈຳນວນຫຼາຍ ຕ້ອງຍ່າງລຸຍນໍ້າ, ບາງບ່ອນມີລະດັບນໍ້າຂຶ້ນສູງເຖິງ 1.5 ແມັດ

ເບື້ອງຕົ້ນເຈົ້າໜ້າທີ່ທາງການທ້ອງຖິ່ນ ບໍ່ສາມາດປະເມີນຕົວເລກທີ່ຊັດເຈນ ເຖິງປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກເຫດນໍ້າຖ້ວມຄັ້ງນີ້ໄດ້, ສຳນັກງານໄພພິບັດ ຂອງອິນໂດເນເຊຍ ໄດ້ບອກວ່າ ໄດ້ຮັບລາຍງານຫຼາຍກວ່າ 400 ຄັ້ງຈາກພື້ນທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມຄັ້ງນີ້

ໂຄສົກສຳນັກງານໄພພິບັດຂອງອິນໂດເນເຊຍເປີດເຜີຍວ່າ ເຫດການນໍ້າຖ້ວມກະທັນຫັນນີ້ ເປັນຜົນມາຈາກທາງລະບາຍນໍ້າໃນນະຄອນຫຼວງຈາກາຕາລະບາຍນໍ້າບໍ່ທັນ ຫຼັງຈາກຝົນທີ່ຕົກລົງມາຢ່າງໜັກ ແລະຢ່າງຕໍ່ເນື່ອງ ແລະເຮັດໃຫ້ລະດັບນໍ້າໃນແມ່ນໍ້າລົ້ນຈາກຝັ່ງ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...