spot_img
Homeຍ້ອງຍໍຄົນດີເດັ່ນທ້າວ ແສງໄຊ ໄຊຍະຈັກ ສ້າງຜົນງານດີ ຄວ້າໄດ້ທີ 1 Microsoft office

ທ້າວ ແສງໄຊ ໄຊຍະຈັກ ສ້າງຜົນງານດີ ຄວ້າໄດ້ທີ 1 Microsoft office

Published on

ທ້າວ ແສງໄຊ ໄຊຍະຈັກ ນັກສຶກສານັກລາວຄົນທຳອິດໄດ້ຮ່ວມແຂ່ງຂັນ Microsoft office ທີ່ສະຫະລັດອາເມລິກາ
ທ້າວ ແສງໄຊ ໄຊຍະຈັກ ນັກສຶກສາ ປີທີ 1 ຂອງສູນ IT ມະຫາວິທະຍາໄລສະຫວັນນະເຂດ ສ້າງຜົນງານດີ ຄວ້າໄດ້ທີ 1 ໃນການແຂ່ງຂັນ Microsoft office word 2010 ລະດັບປະເທດ ໃນໂຄງການແຂ່ງຂັນລະດັບໂລກ ຫຼັງຜ່ານການແຂ່ງຂັນຈົນເຫຼືອ 3 ຄົນສຸດທ້າຍ ທີ່ຂຶ້ນໄປສອບເສັງຢູ່ທີ່ນະຄອນຫຼວງວຽງຈັນ ໃນວັນທີ 31/05/2014 ພ້ອມສ້າງປະຫວັດສາດເຂົ້າຮ່ວມແຂ່ງຂັນວິຊາໂປຣແກຣມ Microsoft office ທີ່ໄດ້ຈັດຂຶ້ນໃນປະເທດ ສະຫະລັດອາເມລິກາ ໃນວັນທີ 27-30 ກໍລະກົດ 2014.
ເພື່ອເປັນຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ກໍຄືຄວາມພາກພຽນພະຍາຍາມຂອງທ້າວ ແສງໄຊ ໄຊຍະຈັກ ດັ່ງນັ້ນ, ມາໃນວັນທີ 7 ສິງຫາ 2014 ທາງມະຫາວິທະຍາໄລສະຫວັນນະເຂດ ຈິ່ງໄດ້ຈັດພິທີມອບ-ຮັບໃບຍ້ອງຍໍ ໃຫ້ທ້າວ ແສງໄຊ ໄຊຍະຈັກ ທີ່ຊະນະເລີດໃນການແຂ່ງຂັນການນຳໃຊ້ Microsoft office word 2010 ລະດັບປະເທດໃນໂຄງການແຂ່ງຂັນລະດັບໂລກ ຢູ່ທີ່ຫ້ອງປະຊຸມມະຫາວິທະຍາໄລ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ດຣ ບຸນປົງ ແກ້ວໂຣດົມ ອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ, ມີຕ່າງໜ້າຈາກຫ້ອງວ່າການປົກ ຄອງແຂວງ, ຫົວໜ້າສູນ ICT ແຂວງ, ແຂກຖືກເຊີນ ຕະຫຼອດພະນັກງານ-ຄູອາຈານ, ນັກຮຽນ-ນັກສຶກສາຂອງມະຫາວິທະຍາໄລເຂົ້າຮ່ວມ.
ທ້າວ ແສງໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວເຮົາວ່າ: ພາຍຫຼັງທີ່ທາງມະຫາວິທະຍາໄລສະຫວັນນະເຂດ ໄດ້ແຈ້ງໃຫ້ຮູ້ກ່ຽວກັບການສະໝັກເຂົ້າຮ່ວມແຂ່ງຂັນຄວາມສາມາດໃນການນຳໃຊ້ໂປຣແກຣມຄອມພິວເຕີ Micro- soft office word 2010 ແລະ Excel 2010 ເພື່ອຄັດເລືອກໄປສອບເສັງລະດັບໂລກປະຈຳປີ 2014 ທີ່ປະເທດສະຫະລັດອາເມລິກາ ໂດຍຕົນເອງກໍໄດ້ເຂົ້າຮ່ວມ ແລະ ເປັນຜູ້ທີ່ສາມາດເຮັດຄະແນນໄດ້ສູງສຸດໃນລະດັບແຂວງ ຈາກນັ້ນກໍໄດ້ຂຶ້ນໄປແຂ່ງຂັນທີ່ນະຄອນຫຼວງວຽງຈັນ ຈົນສາມາດຊະນະເລີດໄດ້ໃນການແຂ່ງຂັນດ້ວຍຄະແນນ 918 ຈາກ 1.000 ຄະແນນ ແລະ ເປັນໂຕແທນນັກສຶກສາຂອງ ສປປ ລາວ ຄົນທຳອິດທີ່ໄດ້ໄປຮ່ວມແຂ່ງຂັນວິຊາໂປຣແກຣມ Microsoft office ທີ່ຈັດຂຶ້ນຢູ່ປະເທດສະຫະລັດອາເມລິກາ ເຊິ່ງຕົນເອງຮູ້ສຶກດີໃຈ ແລະ ພາກພູມໃຈ ທີ່ຕົນເອງສາມາດຄວ້າໄດ້ລາງວັນຊະນະເລີດໃນການແຂ່ງຂັນການນຳໃຊ້ Microsoft office word ລະດັບປະເທດ ຫຼັງຈາກໄດ້ໃຊ້ຄວາມພາກພຽນພະຍາຍາມບໍ່ວ່າຈະເປັນການອ່ານໜັງສື, ເຮັດແບບຝຶກຫັດຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ຕົນເອງມີຄວາມພ້ອມດີທີ່ສຸດ ຈົນສາມາດຮັບຜົນສຳເລັດຄືແນວນີ້ ເຖິງແມ່ນວ່າການແຂ່ງຂັນລະດັບໂລກຈະບໍ່ໄດ້ຈັດອັນດັບທີກໍຕາມ ເພາະວ່າເພິ່ນຈັດລຳດັບພຽງ 1-3 ເທົ່ານັ້ນ ແຕ່ມັນກໍເປັນປະສົບການໃໝ່ທີ່ຕົນເອງໄດ້ມີໂອກາດໄປສຳຜັດ ແລະ ໃນປີໜ້າທີ່ຈະມີການແຂ່ງຂັນຄືແບບນີ້ ຕົນເອງກໍຈະເຂົ້າຮ່ວມອີກ ແຕ່ຈະໄປແຂ່ງຂັນໃນຫົວຂໍ້ໃໝ່.

ຂໍຂອບໃຈ facebook.com/savanphatththananews

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...