spot_img
Homeຂ່າວຕ່າງປະເທດພາຍຸ ພັດເຂົ້າ ລັດຄາລິຟໍເນຍ ເສຍຊີວິດແລ້ວ 4 ຄົນ

ພາຍຸ ພັດເຂົ້າ ລັດຄາລິຟໍເນຍ ເສຍຊີວິດແລ້ວ 4 ຄົນ

Published on

ສຳນັກຂ່າວເອເອຟຟີລາຍງານເມື່ອວັນທີ 18 ກຸມພາ 2017 ຜ່ານມາວ່າ ທາງການນະຄອນລອສແອງເຈລິສ ລັດຄາລິຟໍເນຍ ສະຫະລັດອາເມລິກາ ໄດ້ອອກມາຖະແຫຼງຂ່າວ ກ່ຽວກັບເຫດພາຍຸກຳລັງແຮງທີ່ສຸດໃນຮອບຫຼາຍປີ ພັດຖະຫຼົ່ມພື້ນ ໃນວັນທີ 17 ກຸມພາ ທີ່ບໍລິເວນພາກໃຕ້ຂອງລັດຄາລິຟໍເນຍ

ກະແສລົມແຮງ ແລະຝົນຕົກໜັກຢ່າງຕໍ່ເນື່ອງສົ່ງຜົນໃຫ້ເສົາໄຟຟ້າຫັກ, ໄຟຟ້າດັບເປັນບໍລິເວນກວ້າງ, ປະຊາຊົນເມືອງລອສແອງເຈລິສ 60.000 ກວ່າຄົນບໍ່ມີໄຟຟ້າໃຊ້ ແລະຈຳເປັນຕ້ອງເລື່ອນຖ້ຽວບິນຫຼາຍຮ້ອຍຖ້ຽວ

ນອກຈາກນີ້ ພາຍຸຮຸນແຮງຄັ້ງນີ້ ສົ່ງຜົນໃຫ້ເກີດນໍ້າຖ້ວມ ຄວບຄຸມບໍລິເວນກວ້າງ ເຮັດໃຫ້ຫຼາຍຮ້ອຍຄອບຄົວ ຕ້ອງໄດ້ອົບພະຍົບອອກຈາກພື້ນທີ່ອາໄສ ແລະຕ້ອງໃຊ້ເຮືອຢາງໃຫ້ຄວາມຊ່ວຍເຫຼືອປະຊາຊົນ ທີ່ອາໄສຢູ່ແຄມແມ່ນໍ້າ ລອສແອງເຈລິສ ທາງເຈົ້າໜ້າທີ່ລາຍງານວ່າມີຜູ້ເສຍຊີວິດຈາກໄພທຳມະຊາດຄັ້ງນີ້ແລ້ວ 4 ຄົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...