spot_img
Homeຂ່າວເຫດການນະຄອນຫຼວງວາງ 4 ມາດຕະການ ເພື່ອແກ້ໄຂບັນຫາຢາເສບຕິດ

ນະຄອນຫຼວງວາງ 4 ມາດຕະການ ເພື່ອແກ້ໄຂບັນຫາຢາເສບຕິດ

Published on

ຕາມການລາຍງານ ຂອງຄະນະຊີ້ນຳວຽກງານກໍ່ສ້າງ ຮາກຖານນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຢາເສບຕິດໄດ້ແຜ່ຫລາຍໃນສັງຄົມ ແລະ ໄດ້ກາຍເປັນໄພຄຸກຄາມຄວາມບໍ່ສະຫງົບສຸກ ແລະຄວາມປອດໄພຂອງສັງຄົມ, ກົດໜ່ວງທວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ນຳເອົາຄວາມຫາຍະນະມາສູ່ບຸກຄົນ, ຄອບຄົວ, ສັງຄົມ ພາໃຫ້ເກີດບັນຫາອາດຊະຍາກຳ ແລະ ປາກົດການຫຍໍ້ທໍ້ອື່ນໆ.

ສະນັ້ນ ໃນຕໍ່ໜ້າພາກສ່ວນກ່ຽວຂ້ອງທຸກຂັ້ນ ຈະຕ້ອງເອົາໃຈໃສ່ນຳໃຊ້ມາດຕະການຕ່າງໆ ເພື່ອແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດຄື:

  1. ຈັດຕັ້ງເຊື່ອມຊຶມນິຕິກຳຕ່າງໆກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ພະນັກງານ, ນັກຮົບລົງກໍ່ສ້າງຮາກຖານໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.
  2. ສຶກສາອົບຮົມປູກຈິດສຳນຶກໃຫ້ປະຊາຊົນທຸກເພດໄວໃຫ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ຮູ້ວິທີປ້ອງກັນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຢາເສບຕິດ.
  3. ດຳເນີນວຽກງານເກັບກຳສະຖິຕິຂຶ້ນບັນຊີເປົ້າໝາຍທີ່ເຄີຍຖືກຄຸກ, ປ່ອຍຕົວ, ດັດສ້າງໃຫ້ລະອຽດ ເພື່ອຕິດຕາມ, ສຶກສາອົບຮົມ ແລະ ແກ້ໄຂຢ່າງທັນການ.
  4. ປຸກລະດົມທຸກພາກສ່ວນເຂົ້າຮ່ວມຂະບວນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ຖືເປັນພັນທະໜ້າທີ່ລວມຂອງໝົດທຸກຄົນໃນສັງຄົມ ໂດຍສະເພາະເປັນຫູ-ເປັນຕາຊ່ວຍເຈົ້າໜ້າທີ່ ໂດຍບໍ່ໃຫ້ຖືວ່າການແກ້ໄຂບັນຫາດັ່ງກ່າວເປັນວຽກຂອງເຈົ້າໜ້າທີ່ຕຳຫລວດຝ່າຍດຽວ.ພ້ອມນີ້ ຜູ້ທີ່ຕົກເປັນທາດຢາເສບຕິດບໍ່ຮ້າຍແຮງແມ່ນຕ້ອງສຶກສາອົບຮົມ ແລະ ໃຫ້ອຳນາດການປົກຄອງຕິດຕາມເປັນໄລຍະ, ສ່ວນຜູ້ຕິດຮ້າຍແຮງຕ້ອງໃຊ້ມາດຕະການບັງຄັບສົ່ງໄປບຳບັດປິ່ນປົວເພື່ອໃຫ້ກາຍເປັນພົນລະເມືອງດີ. ຄຽງຄູ່ກັນນັ້ນ ກໍນຳໃຊ້ມາດຕະການທາງດ້ານລະບຽບກົດໝາຍແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດລາຍຍ່ອຍ ແລະ ລາຍໃຫຍ່ໃຫ້ໝົດໄປຢ່າງຂາດຕົວ.ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...