spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເບິ່ງຄືນເລື່ອງການຮັບພະນັກງານລັດຖະກອນ

ເບິ່ງຄືນເລື່ອງການຮັບພະນັກງານລັດຖະກອນ

Published on

ເພື່ອນຜູ້ອ່ານຄົງຈະບໍ່ຖຽງເນາະວ່າ “ການຮັບພະນັກງານ(ລັດຖະກອນ)” ຂອງອົງການລັດບາງກໍລະນີໃນໄລຍະທີ່ຜ່ານມາ ເປັນສິ່ງຫຍໍ້ທໍ້ໜຶ່ງໃນລະບົບການບໍລິຫານລັດ ມີຫາງສຽງຈົ່ມວ່າຈາກມະຫາຊົນຢ່າງໜາຫູ ຈົນກາຍເປັນຄວາມເສຍຫາຍຕໍ່ລັດ ແລະເຮັດໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ລະບົບການຮັບພະນັກງານຂອງລັດ ຢ່າງຫຼີກລ້ຽງບໍ່ໄດ້.

ວັນທີ 15 ກຸມພາ 2017 ທີ່ຜ່ານມາ ມີອະດີດພະນັກງານຄູຜູ້ໜຶ່ງ ໄດ້ຂຽນລະບາຍຄວາມນ້ອຍໃຈຂອງຕົນເອງລົງເຟສບຸກຊື່ Khamphien Phetsy ເຖິງຄວາມງຸນງົງສົງໄສຕໍ່ວິທີຄັດເລືອກເອົາພະນັກງານລັດຖະກອນ ໂດຍລະບຸວ່າບາງຄົນມີຄະແນນໜ້ອຍ ແຕ່ເປັນລູກຫຼານຂອງພະນັກງານຜູ້ຮັບຜິດຊອບການຄັດເລືອກ ພັດໄດ້ຖືກຮັບເຂົ້າເປັນພະນັກງານ ໃນຂະນະທີ່ມີບາງຄົນມີຄະແນນຫຼາຍແຕ່ບໍ່ມີເສັ້ນມີສາຍ ພັດບໍ່ຖືກເລືອກ ໂດຍຍົກຕົວຢ່າງລູກຂອງຕົນເອງ ທີ່ບໍ່ຖືກເລືອກມາຢ່າງລະອຽດຈະແຈ້ງ. ການໂພສດັ່ງກ່າວຂອງຜູ້ກ່ຽວໄດ້ຮັບຄວາມສົນໃຈຕໍ່ຜູ້ຄົນໃນສັງຄົມຢ່າງຫຼວງຫຼາຍ, ຖືກແຊຕໍ່ຢ່າງກວ້າງຂວາງເຖິງ 1,600 ກວ່າແຊ ແລະມີຜູ້ເຂົ້າມາປະກອບຄຳເຫັນເກືອບ 1,000 ຄຳເຫັນ ໃນນັ້ນເກືອບ 100% ແມ່ນສະໜັບສະໜຸນຕໍ່ຜູ້ໂພສບັນຫາດັ່ງກ່າວ ແລະສະແດງຄວາມເຫັນໃຈຕໍ່ຜູ້ກ່ຽວ. ເບິ່ງລາຍລະອຽດໄດ້ລີ້ງນີ້: https://goo.gl/ddajdH 

ທ່ານຜູ້ອ່ານສາມາດພິສູດບົດຂຽນນີ້ໄດ້ ໂດຍການສອບຖາມພະນັກງານໃນອົງການຈັດຕັ້ງລັດ ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ (ເຮັດວຽກກ່ຽວຂ້ອງກັບເງິນ) ທ່ານອາດຈະຮູ້ວ່າພະນັກງານຫຼາຍຄົນເຂົ້າເຮັດວຽກ ຍ້ອນມີຜູ້ໃຫ້ຄວາມຊ່ວຍເຫຼືອ ຫຼື ເປັນຄົນຝາກຂອງຜູ້ທີ່ມີອຳນາດ.

ບັນຫາດັ່ງກ່າວນີ້, ເປັນຫາງສຽງທີ່ໂດ່ງດັງມາໄດ້ຫຼາຍປີ ທັງການຊື້ຈ້າງເຂົ້າເຮັດວຽກ, ທັງການຫຼອກລວງເອົາເງິນແລ້ວບໍ່ໄດ້ເຮັດວຽກ ແລະການຫລິ້ນເສັ້ນຫລິ້ນສາຍ ຄົນເຈົ້າ ຄົນຂ້ອຍ ໂດຍບໍ່ໄດ້ຄັດເລືອກເອົາຕາມຄວາມຮູ້ຄວາມສາມາດທີ່ແທ້ຈິງຂອງຜູ້ສະໝັກ ບັນຫາດັ່ງກ່າວໄດ້ກາຍເປັນສິ່ງຫຍໍ້ທໍ້ທີ່ທາງພາກລັດໄດ້ພະຍາຍາມຫາວິທີທາງແກ້ໄຂ ດ້ວຍການສຶກສາອົບຮົມການເມືອງ-ແນວຄິດ ແລະສິນທຳປະຕິວັດໃຫ້ແກ່ພະນັກງານລັດຖະກອນ ໃນອົງການຈັດຕັ້ງຕ່າງໆຢ່າງສະໝໍ່າສະເໝີ.

ແນວໃດກໍຕາມ, ກໍບໍ່ໄດ້ໝາຍຄວາມວ່າຈະເປັນແບບນັ້ນໝົດທຸກບ່ອນ ຫຼືພະນັກງານທຸກຄົນລ້ວນແຕ່ເຂົ້າເຮັດວຽກດ້ວຍ ວິທີທາງທີ່ບໍ່ຖືກຕ້ອງແບບນັ້ນທຸກຄົນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...