ເຫດຜົນທີ່ຄວນດື່ມນໍ້າໝາກເລັ່ນທຸກວັນ

0
1894

ຄົນສ່ວນຫຼາຍ ມັກເອົາໝາກເລັ່ນປະກອບອາຫານເທົ່ານັ້ນ, ແຕ່ຮູ້ບໍວ່າ ນໍ້າໝາກເລັ່ນ ມີຄຸນຄ່າທາງໂຄສະນາການທີ່ເປັນປະໂຫຍດຫຼາຍຕໍ່ສຸຂະພາບຂອງເຮົາ, ຫາກເຮົາດື່ມນໍ້າໝາກເລັ່ນທຸກວັນ ຈະເຮັດໃຫ້ສຸຂະພາບຂອງເຮົາສົດຊື່ນ, ຜິວງາມຂຶ້ນອີກຄັ້ງ

  1. ແຫຼ່ງວິຕາມິນ: ນໍ້າໝາກເລັ່ນສົດ ເປັນແຫຼ່ງວິຕາມິນຈາກທຳມະຊາດ ທີ່ປະກອບດ້ວຍວິຕາມິນເອ ແລະວິຕາມິນຊີ ທີ່ຊ່ວຍເສີມສ້າງພູມຄຸ້ມກັນຂອງເຮົາໄດ້ເປັນຢ່າງດີ ແລະຍັງເຮັດໃຫ້ສຸຂະພາບກະດູກ ແລະແຂ້ວຂອງເຮົາໄດ້ດີ
  2. ປ້ອງກັນມະເຮັງ: ຢູ່ໃນໝາກເລັ່ນອຸດົມດ້ວຍໄລໂຄປີນ ທີ່ຊ່ວຍປ້ອງກັນການເກີດພະຍາດມະເຮັງໄດ້ຫຼາຍຊະນິດ ທັງມະເຮັງປອດ, ມະເຮັງເຕົ້ານົມ, ມະເຮັງຕ່ອມລູກໝາກ ແລະມະເຮັງຕັບອ່ອນ
  3. ປ້ອງກັນພະຍາດຫົວໃຈ: ນໍ້າໝາກເລັ່ນ ອຸດົມດ້ວຍວິຕາມິນບີ 6 ທີ່ຊ່ວຍປ້ອງກັນການເກີດພະຍາດຫົວໃຈ ເພາະມີໂຮຊີສເຕອີນ ເຊິ່ງເປັນກົດອະມິໂນ ທີ່ຊ່ວຍປ້ອງກັນການເກີດພະຍາດໄດ້ເປັນຢ່າງດີ
  4. ຫຼຸດຄໍເລດເຕີຣໍ: ນໍ້າໝາກເລັ່ນອຸດົມດ້ວຍເສັ້ນໃຍ ແລະໄນອາຊິນ ທີ່ສາມາດຫຼຸດລະດັບຄໍເລດເຕີຣໍໃນຮ່າງກາຍຂອງເຮົາໄດ້ດີ
  5. ຊ່ວຍຫຼຸດນໍ້າໜັກ: ນໍ້າໝາກເລັ່ນ ມີໃຍອາຫານທີ່ເຮັດໃຫ້ເຮົາຮູ້ສຶກອິ່ມໄດ້ໃນເວລາທີ່ເຮົາກິນເຂົ້າໄປ ພ້ອມກັບສານອາຫານທີ່ດີອີກຫຼາຍຢ່າງ
  6. ກຳຈັດສານພິດອອກຈາກຮ່າງກາຍ: ນໍ້້າໝາກເລັ່ນມີຄໍຣີນ ແລະກຳມະຖັນ ທີ່ສາມາດຊ່ວຍລ້າງສານພິດໃນຕັບ ແລະໝາກໄຂ່ຫຼັງອອກມາໄດ້ເປັນຢ່າງດີ
  7. ມີສານຕ້ານອະນຸມູນອິດສະລະ: ນໍ້າໝາກເລັ່ນມີສານຕ້ານອະນຸມູນອິດສະລະ ທີ່ເຂົ້າໄປທຳລາຍສານອະນຸມນອິດສະລະທີ່ເປັນສານໃນການເກີດພະຍາດມະເຮັງຕ່າງໆ
  8. ບຳລຸງຜິວ: ເຮົາສາມາດເອົານໍ້າໝາກເລັ່ນ ໄປທາຜິວຂອງເຮົາໄດ້ໂດຍກົງ ເພື່ອກຳຈັດສິ່ງເປິເປື້ອນເຮັດໃຫ້ເກີດສິວ ແລະຍັງຊ່ວຍປິດຮູຂຸມຂົນໄດ້ດີ
  9. ກະຕຸ້ນການເຮັດວຽກຂອງລຳໄສ້: ຫຼາຍໆຄົນມັກມີບັນຫາກ່ຽວກັບລຳໄສ້ຂອງເຮົາ ແຕ່ບັນຫາເຫຼົ່ານີ້ຈະໝົດໄປພຽງເຮົາດື່ມນໍ້າໝາກເລັ່ນ ມັນຈະຊ່ວຍໃນລະບົບຍ່ອຍອາຫານຂອງເຮົາ