spot_img
Homeຂ່າວພາຍ​ໃນເທດສະການລາວຣັກບີ້ 2017

ເທດສະການລາວຣັກບີ້ 2017

Published on

ຂໍເຊີນຊວນບັນດາແຟນບານທຸກຄົນເຂົ້າມາຮ່ວມມ່ວນຊື່ນນຳກັນໃນການແຂ່ງຂັນ Asia Rugby Sevens Trophy, Vientiane International Rugby Championship ແລະ ການແຂ່ງຂັນ ແທກ ຈຳປາ ບານ ຂັບເຄືອນໂດຍ Pass It Back ວຽງຈັນ. ໃນມື້ວັນສຸກ ແລະ ເສົາ, ສະຫະພັນຣັກບີ້ລາວຈະໄດ້ຈັດການແຂ່ງຂັນ Asia Rugby Sevens Trophy ເປັນຄັ້ງທຳອິດຂອງ ເອເຊຍຣັກບີ້ຍິງ ປະເພດ 7 ຄົນທຳອິດ ເຊິ່ງຈະມີ 7ປະເທດເຂົ້າຮ່ວມຄື ອິນເດຍ, ລາວ, ມາເລເຊຍ, ເນປານ, ປະກິດສະຖານ, ຟິລິບປີນ ແລະ ສ.ເກົາຫຼີ, ສະຫະພັນກິລາຣັກບີ້ແຫ່ງຊາດແມ່ນເປັນເຈົ້າພາບຈັດງານການແຂ່ງຂັນເທດສະການລາວຣັກບີ້ ໃນວັນທີ 17-19 ກຸມພາ 2017 ທີ່ເດີ່ນເຕະບານ ເຈົ້າອານຸວົງ.

ນອກຈາກນັ້ນພິເສດໃນງານຍັງມມີການແຂ່ງຂັນ ແທກ ຈຳປາ ບານ ຈະໄດ້ແຂ່ງຂັນໃນມື້ທຳອິດຂອງເຊິ່ງເປັນສະຖານທີດຽວກັບງານ Asia Rugby Sevens Trophy. ແລະ ເພື່ອສະເຫຼີມສະຫຼອງຄົບຮອບ 10 ປີຂອງການແຂ່ງຂັນຣັກບີ້ນາໆຊາດວຽງຈັນ (VIRC)

ການແຂ່ງຂັນໃນປີນີ້ມີທັງໝົດ 24 ທີມ ໃນ 5 ດິວີຊັນ: ທີມປະສົບການຊາຍ ປະເພດຫລີ້ນ10ຄົນ, ທີມພັດທະນາຊາຍ ປະເພດຫລີ້ນ 10 ຄົນ, ທີມລຸ້ນອາຍຸບໍ່ເກີນ 13 ປີ ຊາຍ ແລະ ຍິງ

ຂໍ້ມູນເພິ່ມເຕີມ,ສາມາດສົ່ງເຂົ້າມາອີເມວ info@laorugby.com ຫຼື ໂທ 021 315 795.

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...