spot_img
Homeຂ່າວພາຍ​ໃນງານວາງສະແດງສິນຄ້າໂອດ໋ອບ ທົ່ວປະເທດ ຄັ້ງທຳອິດ ຈະໄຂຂຶ້ນໄວໆນີ້ ທີ່ສູນການຄ້າລາວ-ໄອເຕັກ

ງານວາງສະແດງສິນຄ້າໂອດ໋ອບ ທົ່ວປະເທດ ຄັ້ງທຳອິດ ຈະໄຂຂຶ້ນໄວໆນີ້ ທີ່ສູນການຄ້າລາວ-ໄອເຕັກ

Published on

ງານວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໋ອບ ຈະຈັດຂຶ້ນຢ່າງຍິ່ງໃຫຍ່ ໃນລະຫວ່າງວັນທີ 22-26 ກຸມພາ 2017 ທີ່ຈະມາເຖິງນີ້ ທີ່ສູນການຄ້າລາວ-ໄອເຕັກ (ຫຼັງຕໍ່າ) ນະຄອນຫຼວງວຽງຈັນ ເຊິ່ງຖືເປັນການຕໍ່ຍອດຄວາມສຳເລັດ ໂດຍອີງໃສ່ການຜັນຂະຫຽາຍນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ເພື່ອຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຢ່າງສິ້ນເຊີງໃນປີ 2020.

ອີງຕາມການຖະແຫຼງຂອງ ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະການຄ້າ ພ້ອມດ້ວຍ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ.ລາວ ໃນວັນທີ 14 ກຸມພາ 2017 ທີ່ສະມາຄົມນັກຂ່າວ ໄດ້ໃຫ້ຮູ້ວ່າ ການຈັດງານວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ທົ່ວປະເທດ ຄັ້ງທີ 1 ນີ້ ແມ່ນເພື່ອນຳສະເໜີສິນຄ້າໂອດ໋ອບໃນຂອບເຂດທົ່ວປະເທດ ພ້ອມທັງສ້າງໂອກາດໃຫ້ແກ່ຫົວໜ່ວຍທຸລະກິດ ທີ່ຍັງບໍ່ທັນໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ ໃນຂອບເຂດທົ່ວປະເທດ ໄດ້ນຳເອົາຜະລິດຕະພັນ-ຜົນງານຂອງຕົນເອງ ມາວາງສະແດງ ແລະ ຈໍາໜ່າຍ ພົບປະແລກປ່ຽນ ຖອນຖອນບົດຮຽນເຊິ່ງກັນ ແລະກັນ  ທັງເປັນການໂຄສະນາຜະລິດຕະພັນຂອງຕົນເອງ ໃຫ້ແກ່ແຂກທີ່ມາທ່ຽວຊົມງານໄດ້ຮັບຮູ້ຢ່າງທົ່ວເຖິງ.

ສຳລັບຫົວໜ່ວຍທຸລະກິດທີ່ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ ຈະໄດ້ຮັບນະໂຍບາຍຫ້ອງວາງສະແດງສິນຄ້າຈຳນວນ 1 ຫ້ອງຕໍ່ 1 ບໍລິສັດ ໂດຍບໍ່ເສຍຄ່າ ປະເພດອາຫານລາວ 1 ຫ້ອງຕໍ່ 1 ບໍລິສັດ ໂດຍບໍ່ເສຍຄ່າ ສ່ວນຜະລິດຕະພັນອື່ນໆ ເຊິ່ງຈະເຂົ້າວາງສະແດງໃນງານຄັ້ງນີ້ ທາງກົມສົ່ງເສີມການຄ້າ ຈະໃຫ້ການຊ່ອຍເຫຼືອຄ່າຫ້ອງວາງສະແດງສິນຄ້າຈຳນວນ 25% ຂອງມູນຄ່າຫ້ອງວາງສະແດງສິນຄ້າ (ຄ່າຫ້ອງວາງສະແດງ 2.000.000 ກີບ ກົມຊ່ວຍ 500.000 ກີບ).

 

ແຫລ່ງຂ່າວ: ວຽງຈັນວັນນີ້

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...