Homeຂ່າວ​ໄອ​ທີຫຼຸດຮູບໂຕເຄື່ອງ Huawei P10 Plus ມາພ້ອມຈໍໂຄ້ງ ແລະກ້ອງຄູ່ Leica

ຫຼຸດຮູບໂຕເຄື່ອງ Huawei P10 Plus ມາພ້ອມຈໍໂຄ້ງ ແລະກ້ອງຄູ່ Leica

Published on

ເບິ່ງຄືວ່າໃນຊ່ວງໃກ້ຈະຮອດງານ MWC ຫຼື Mobile World Congress 2017 ທີ່ຈະຈັດຂຶ້ນຢູ່ Barcelona ກໍເລີ່ມມີຮູບຫຼຸດຈາກຄ່າຍດັງໆອອກມາແລ້ວ ແລະໜຶ່ງໃນນັ້ນກໍຄື: Huawei P10 ແລະ P10 Plus. 

ສຳລັບຮູບທີ່ຫຼຸດອອກມານີ້ສະແດງໃຫ້ເຫັນຄວາມແຕກຕ່າງຂອງໜ້າຈໍໄດ້ຊັດເຈນເລີຍ ເພາະ P10 Plus ນັ້ນມາພ້ອມກັບຈໍແບບໂຄ້ງ (ຕາມຮູບດ້ານລຸ່ມນີ້), ແຕ່ໃນຂະນະທີ່ P10 ເປັນຈໍແບບທຳມະດາແທນ. ໃນເລື່ອງຂອງປຸ່ມ Home ກໍແຕກຕ່າງກັນໄປ ເພາະ P10 ນັ້ນມາແບບປຸ່ມສຳຜັດໂຕຈິງ, ແຕ່ P10 Plus ຍັງເປັນແບບສຳຜັດໃນໜ້າຈໍແທນ. 

P10 Plus
P10

ໃນສ່ວນສະເປັກຂອງ 2 ລຸ້ນນີ້ຈະມີສ່ວນຄ້າຍຄືກັນຫຼາຍຢ່າງເຊັ່ນ: ໜ້າຈໍ 5.5 ນິ້ວ, ຄວາມລະອຽດ Quad HD, ໃຊ້ຊິບ Kirin 960, ໜ່ວຍຄວາມຈຳ 32/64/128GB, ກ້ອງຫຼັງຄູ່ຈາກ Leica ດ້ວຍຄວາມລະອຽດ 12 ລ້ານພິກເຊວ ແລະກ້ອງໜ້າ 8 ລ້ານພິກເຊວ. ນອກຈາກນີ້ P10 ແລະ P10 Plus ຍັງມາພ້ອມກັບແບັດເຕີຣີຂະໜາດ 3100mAh ແລະລະບົບ Android 7.0 Nougat.

ແຕ່ນີ້ກໍຖືເປັນຮູບຫຼຸດ ແລະຂ່າວລືທີ່ມີໃນຕອນນີ້ຍັງບໍ່ມີຂໍ້ມູນຢືນຢັນເທື່ອເດີ້, ຢ່າງໃດກໍຕາມເຮົາມາຖ້າຕິດຕາມຊົມໃນງານເປີດໂຕຢ່າງເປັນທາງການທີ່ຈະຈັດຂຶ້ນໃນອາທິດໜ້ານີ້ນຳກັນເນາະ ^^

ທີ່ມາ: gizmochina

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...