Homeຂ່າວຕ່າງປະເທດປະທານບໍລິສັດໂຕຊິບາ ລາອອກຈາກຕຳແໜ່ງ ຫຼັງບໍລິສັດຂາດທຶນ

ປະທານບໍລິສັດໂຕຊິບາ ລາອອກຈາກຕຳແໜ່ງ ຫຼັງບໍລິສັດຂາດທຶນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ກຸມພາ 2017 ຜ່ານມາວ່າ ທ່ານ ຊິເກໂນຣິ ຊິກະ ປະທານບໍລິສັດໂຕຊິບາ ໄດ້ຕັດສິນໃຈລາອອກຈາກຕຳແໜ່ງ ຫຼັງຈາກທີ່ບໍລິສັດປະສົບກັບບັນຫາຂາດທຶນຫຼາຍເຖິງ 6 ພັນລ້ານໂດລາສະຫະລັດ ຈາກທຸລະກິດນິວເຄຣຍໃນສະຫະລັດອາເມລິກາ, ທາງໂຕຊີບາ ໄດ້ບອກວ່າ ຊິກະ ລາອອກເພື່ອຮັບຜິດຊອບຕໍ່ຄວາມເສຍຫາຍຂອງບໍລິສັດ ແຕ່ຍັງຄົງຢູ່ໃນຄະນະກຳມະການບໍລິຫານບໍລິສັດຕໍ່ໄປ ຈົນເຖິງເດືອນມິຖຸນາ ເພື່ອຈັດການກັບບັນຫາທີ່ເກີດຂຶ້ນ

ການຂາດທຶນຄັ້ງໃຫຍ່ດັ່ງກ່າວ ເຮັດໃຫ້ນັກວິເຄາະເຕືອນວ່າ ອະນາຄົດຂອງບໍລິສັດອາດຕົກຢູ່ໃນຄວາມສ່ຽງ ເຊິ່ງທາງໂຕຊິບາ ໄດ້ຮ້ອງຂໍເວລາຈາກເຈົ້າໜ້າທີ່ ເພື່ອຈັດການເຮັດລາຍງານຄວາມເສຍຫາຍທາງທຸລະກິດ ເຊິ່ງຈະລວມເຖິງລາຍລະອຽດຕ່າງໆ ທີ່ບໍລິສັດວາງໄວ້ ເພື່ອຮັບມືກັບຜົນກະທົບທາງການເງິນທີ່ເກີດຂຶ້ນ

ຈາກຂ່າວດັ່ງກ່າວ ໄດ້ເຮັດໃຫ້ຮຸ້ນຂອງໂຕຊິບາ ປັບຫຼຸດລົງອີກ 9% ຫຼັງຈາກທີ່ມູນຄ່າຮຸ້ນຂອງບໍລິສັດປັບລົງມາແລ້້ວເຖິງ 50% ນັບຕັ້ງແຕ່ເດືອນທັນວາ ປີ 2016 ຜ່ານມາ ເຊິ່ງຖືເປັນຄັ້ງທຳອິດທີ່ມີການເຕືອນເຖິງບັນຫາຄວາມຮ້າຍແຮງ

ບົດຄວາມຫຼ້າສຸດ

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ...

ເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຈາກກໍລະນີຄະດີສາວແອ ຖືກຈັບກຸມໃນຂໍ້ຫາລັກລອບຂົນເຮໂຣອີນເຂົ້າປະເທດອົດສະຕາລີ ເມື່ອວັນທີ 25​ ມິຖຸນາ 2026 ທີ່ຜ່ານມາ. ໃນວັນທີ 15 ກໍລະກົດ 2026, ເຈົ້າໜ້າທີ່ໄທສາມາດກັກຕົວກຸ່ມບຸກຄົນທີ່ມີຄວາມສຳຄັນໃນຄະດີໄດ້ ແລະ ຍັງສືບຕໍ່ປະສານການຂະຫຍາຍຜົນການສືບສວນກັບທາງການປະເທດອົດສະຕາລີ...

ສຸມໃສ່ແກ້ໄຂໜີ້ສິນສາທາລະນະ ແລະ ເກັບກູ້ໜີ້ສິນຈາກວິສາຫະກິດ.

ລັດຖະບານຈະດຳເນີນ 5 ມາດຕະການ ເພື່ອບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ. ເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ບັນດາຄາດໝາຍທາງດ້ານມະຫາພາກທີ່ສະພາແຫ່ງຊາດໄດ້ຮັບຮອງ, ລັດຖະບານ ຈະສືບຕໍ່ປະຕິບັດຕາມ 6 ທິດທາງ, 4 ມາດຕະການຈັດຕັ້ງພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, 14 ມາດຕະການເພີ່ມເຕີມ,...