Homeຂ່າວພາຍ​ໃນຫ້າມ​ນຳ​ເຂົ້າໝູ​ຊີ້ນ ແລະ ຜະລິດ​ຕະພັນ​ໝູ​ຈາກ​ຕ່າງ​ປະ​ເທດ!

ຫ້າມ​ນຳ​ເຂົ້າໝູ​ຊີ້ນ ແລະ ຜະລິດ​ຕະພັນ​ໝູ​ຈາກ​ຕ່າງ​ປະ​ເທດ!

Published on

​ໃນ​ວັນ​ທີ​ 6 ສິງຫາ​ຜ່ານ​ມານີ້, ຫົວໜ້າ​ກົມ​ລ້ຽງສັດ ​ແລະ ການ​ປະມົງ ກະຊວງ​ກະສິກຳ ແລະ ປ່າ​ໄມ້ ໄດ້​ອອກ​ແຈ້ງ​ການ

ເຖິງ​ຜູ້​ຮັບຜິດຊອບ​ຂະ​ແໜງ​ການ​ລ້ຽງສັດ ​ແລະ ການ​ປະມົງ ພ້ອມ​​ເຈົ້າ​ໜ້າ​ທີ່​ກວດກາ​ສັດຕະວະ​ແພດປະຈຳ​ແຕ່​ລະ

​ດ່ານ​ໃນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ສະກັດ​ກັ້ນການ​ນຳ​ເຂົ້າຊິ້ນ​ໝູ ແລະ ລູກ​ໝູເຂົ້າ​ສູ່​ປະ​ເທດ​ລາວ, ແຕ່ສຳລັບ​ລູກ​ໝູ​

ແມ່ນ​ອະນຸຍາດ​ໃຫ້​ນຳ​ເຂົ້າ​ເປັນ​ບາງ​ໂອກາດ ໃນ​ກໍລະນີ​ຫາກ​ລູກ​ໝູ​ຂາດຕະຫລາດ.

 

ຕໍ່​ບັນຫາ​ດັ່ງກ່າວ ທ່ານ ດຣ. ບຸນ​ຂວາງ ຄຳ​ບຸນ​ເຮືອງ ​ຫົວໜ້າ​ກົມ​ລ້ຽງສັດ ​ແລະ ການ​ປະມົງ ໄດ້​ໃຫ້​ເຫດຜົນວ່າ: ​ໃນ​ປັດ

ຈຸບັນການ​ຜະລິດ​ໝູ​ ຢູ່​ ສປປ ລາວ ​ໄດ້​ມີ​ການ​ປັບ​ປຸງ ​ແລະ ພັດທະນາ​ລະບົບ​ການ​ລ້ຽງ​ເກືອ​ຢ່າງ​ຕໍ່​ເນື່ອງຈາກການ​ລ້ຽງ​

ແບບ​ຄອບຄົວເອກະ​ເທດກະ​ແຈກ​ກະຈາຍ ຫັນ​ມາ​ລ້ຽງ​ແບບ​ມີ​ການ​ຄຸ້ມ​ຄອງ​ລ້ຽງ​ເກືອ ​ເປັນ​ຟາ​ມນັບ​ມື້​ນັບ​ຫລາຍ​ຂຶ້ນ

ແລະ ມີ​ໜໍ່​ແໜງ​ລ້ຽງ​ແບບ​ອຸດ​ສາ​ຫະກຳ​ທີ່​ທັນ​ສະ​ໄໝ​ຈຳນວນ​ໜຶ່ງ ຢູ່​ນະຄອນຫລວງ​ວຽງ​ຈັນ, ຄຳ​ມ່ວນ, ສະຫວັນ​ນະ​

ເຂດ ​ແລະ ຈຳປາ​ສັກ ຕາມ​ຕົວ​ເລກ​ສະຖິຕິ ໃນ​ປີ 2013 ມີ​ໝູ​ທັງ​ໝົດ​ປະມານ 3 ລ້ານ​ໂຕ, ມີ​ອັດຕາ​ການ​ຂະຫຍາຍຕົວ

ສ​ະ​ເລ່ຍ​ເພີ້​ມຂຶ້ນ 6% ຕໍ່​ປີ, ຊຶ່ງ​ສາມາດ​ຮັບປະກັນ​ການ​ຜະລິດ​ລູກ​ໝູ​ເພື່ອ​ຂະ​ຫຍາ​ຍພັນ, ການ​ຜະລິດ​ລູກ​ໝູ​ເພື່ອ​ລ້ຽງ​​

ເປັນ​ໜູ​ຊີ້ນ ແລະ ອາດສາມາດ​ຕອບ​ສະໜອງ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກຢູ່ພາຍ​ໃນ​ໄດ້ຢ່າງພຽງພໍ, ທັງ​ມີ​ໜໍ່​ແໜງ​ຂາຍ​ເປັນ​ສິນ

ຄ້າ​ສົ່ງ​ອອກຈຳນວນ​ໜຶ່ງໃນ​ແຕ່ລະ​ປີ.

 

ແຕ່ເຖິງ​ຢ່າງ​ໃດ​ກໍ​ດີ ເພື່ອ​ຫລີກ​ລ້ຽງ​ຜົນ​ກະທົບ​ທີ່​ອາດ​ຈະ​ເກີດ​ຂຶ້ນ ໃນ​ການ​ຜະລິດ​ໝູ ແລະ ການ​ສະໜອງ​ຊີ້ນ​ໝູ ເພື່ອ​

ບໍລິໂພ​ກຢູ່​ພາຍ​ໃນ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້ ເອົາ​ໃຈ​ໃສ່​ຕິດຕາມກວດກາ ​ແລະ ສະກັດ​ກັ້ນການ​ນຳ​ເຂົ້າ​ຊີ້ນ​ໝູ, ລູກ​ໝູ

ແລະ ໝູ​ຊີ້ນ ເຂົ້າ​ສູ່​ປະ​ເທດ​ລາວ, ສຳລັບ​ລູກ​ໝູ​ແມ່ນ​ຈະ​ໄດ້​ອະນຸຍາດ​ໃຫ້​ນຳ​ເຂົ້າ​ເປັນ​ບາງ​​ໂອກາດ​ ໂດຍ​ສະ​ເພາະເມື່ອໃດ​

ລູກ​ໝູ​ຂາດຕະຫລາດ ​ໃນ​ເວລາຟາ​ມບໍ່​ສາມາດ​ສະໜອງ​ລູກໜູ​ໄດ້​ຢ່າງ​ພຽງພໍ.

 

ດັ່ງ​ນັ້ນ, ທາງ​ກົມ​ລ້ຽງສັດ ​ແລະ ການ​ປະມົງ​ຈິ່ງ​ເຫັນມີ​ຄວາມ​ຈຳ​ເປັນແຈ້ງມາຍັງຂະ​ແໜງ​ການ​ລ້ຽງ​ສັດ ​ແລະ ການ​ປະມົງ​

ຂອງ​ແຂວງ, ນະຄອນຫລວງ​ວຽງ​ຈັນ, ບັນດາ​ດ່ານ​ກວດກາການ​ນຳ​ເຂົ້າຂອ​ງ​ສັດ​​ໃນຂອບ​ເຂດ​ທົ່ວ​ປະ​ເທດ ພ້ອມ​ບັນດາ​ຜູ້​

ປະກອບ​ການ​ລ້ຽງ​ໝູ​ຈົ່ງ​ຮ່ວມ​ກັນ​ປະຕິບັດ​ດັ່ງ​ນີ້:

 

ໃຫ້​ຂະ​ແໜງ​ລ້ຽງສັດ ​ແລະ ການ​ປະມົງ​ແຂວງ, ນະຄອນຫລວງ​ວຽງ​ຈັນ ຢຸດ ຫລື ໂຈະການ​ອອກ​ໃບ​ອະນຸຍາດ​ໃຫ້​ນຳ​ເຂົ້າ

​ຊີ​້ນໝູ, ລູກ​ໝູ ແລະ ໝູ​ຊີ້ນເຂົ້າ​ສູ່ປະ​ເທດ​ລາວ, ພ້ອມ​ທັງ​ຊີ້​ນຳ​ໜ່ວຍ​ງານ​ດ່ານ​ກວດກາ​ສັດຕະວະ​ແພດ​ປະຈຳ​ດ່ານ​ຊາຍ

​ແດນທີ່​ຂຶ້ນ​ກັບ​ຕົນ ທັງ​ໃນ​ດ່ານ​ສາກົນ ແລະ ດ່ານ​ທ້ອງ​ຖິ່ນ ເອົາ​ໃຈ​ໃສ່​ຕິດຕາມກວດກາ ສະກັດ​ກັ້ນ ການ​ນຳ​ເຂົ້າ​ດັ່ງກ່າວ

​ຢ່າງ​ເຂັ້ມ​ງວດ; ​ໃຫ້​ຕິດຕາມ​ກວດກາ​ ​ແລະ ບໍ່​ອະນຸຍາດ​ໃຫ້​ນຳ​ເຂົ້າ​ຊີ້ນ​ໝູ​ທຸກ​ຊະນິດ ​ເພື່ອ​ມາ​ຈຳໜ່າຍ ຫລື ຕິ​ດຕາມ​ຕົວ

​ຜູ້​ໂດຍສານ ຫລື ຜູ້ເດີນທາງ​ເຂົ້າ​ມາລາ​ວ ​ເພື່ອ​ບໍລິ​ໂພ​ກສ່ວນ​ຕົວ ຫລື ໃນ​ຄອບ​ຄົວ​​ຢ່າງ​ເດັດຂາດ; ໃຫ້​ຕິດຕາມ​ກວດກາ​

ແລະ ​ໂຈະການ​ນຳ​ເຂົ້າ​ລູກ​ໝູ ເພື່ອ​ນຳ​ມາ​ລ້ຽງ​ເປັນ​ໝູ​ຊີ້ນ ແລະ ຊີ້ນ​ໝູ; ໃນ​ກໍລະນີ ທີ່​ເຈົ້າ​ໜ້າ​ທີ່​ສັດຕະວະ​ແພດ​ປະຈຳ

​ດ່ານ ຫາກ​ກວດ​ພົບເຫັນຜູ້​ລະ​ເມີດຝ່າຝືນນຳ​ເຂົ້າ ຫລື ລັກລອບ​ນຳ​ເອົາຊີ້ນ​ໝູ, ລູກ​ໝູ ແລະ ໝູ​ຊີ້ນ ທີ່​ບໍ່​ຖືກຕ້ອງ ໃຫ້​

ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງປະຕິບັດ​ຕາ​ມ​ລະບຽບ​ກົດໝາຍຢ່າງ​ເຂັ້ມ​ງວດ.

 

ສຳລັບ​ຂອງ​ກາງ ທີ​່ກວດ​ຢຶດ​ໄດ້​ນັ້ນໃຫ້​ນຳ​​ໄປ​ທຳລາຍ​ຖີ້ມດ້ວຍ​ການ​ເຜົາ ຫລື ຝັງ, ສ່ວນ​ຜູ້​ລະ​ເມີດ​ໃຫ້​ກ່າວ​​ເຕືອນ, ປັບ

​​ໄໝ,ດຳ​ເນີນ​ຄະດີ​ທາງ​ແພ່ງ ຫລື ອາຍາ ຕາມ​ແຕ່​ລະ​ກໍລະນີ​ໝັກ ຫລື ເບົາ ​ແລະ ພ້ອ​ມນີ້, ກົມ​ລ້ຽງສັດ ​ແລະ ການ​ປະມົງ

​ຈະ​ເປັນ​ຜູ້​ຄົ້ນ​ຄວ້າ​ພິຈາລະນາ ​ແລະ ອອກ​ແຈ້ງ​ການສະ​ເພາະ​ເປັນ​ແຕ່ລະ​ໄລຍະທີ່​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ ຕ້ອງ​ໄດ້​ປະ

ກາດ​ຍົກ​ເລີກການ​ສະກັດ​ກັ້ນການ​ນຳ​ເຂົ້າຊີ້ນ​ໝູ ຫລື ປະກາດ​ຍົກ​ເລີກ​​ໂຈະ​ການ​ນຳເຂົ້າ​ລູກ​ໝູ ​ແລະ ຊີ້ນ​ໝູຕາມຄວາມ

ເປັນຈິງຕື່ມອີກ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_2.html

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...