spot_img
Homeຂ່າວຕ່າງປະເທດດູໄບວາງແຜນເປີດໃຊ້ງານແທັກຊີ່ບິນໄດ້ ໃນເດືອນກໍລະກົດນີ້

ດູໄບວາງແຜນເປີດໃຊ້ງານແທັກຊີ່ບິນໄດ້ ໃນເດືອນກໍລະກົດນີ້

Published on

ສຳນັກຂ່າວຕ່າງປະເທດລາຍງານວັນທີ 14 ກຸມພາ 2017ຜ່ານມາວ່າ ດູໄບວາງແຜນເປີດໃຊ້ງານແທັກຊີ່ບິນໄດ້ ໃນເດືອນກໍລະກົດນີ້ ຫຼັງຈາກມີການທົດລອງພາຫະນະຕົ້ນແບບຈາກປະເທດຈີນ ເປັນພາຫະນະບໍ່ມີຄົນຂັບ ເຊິ່ງຄາດວ່າຈະສາມາດເອົາມານໍາໃຊ້ງານໄດ້

ການທົດລອງແທັກຊີ່ບິນໄດ້ ບໍ່ມີຄົນຂັບນີ້ ໃນວັນທີ 13 ກຸມພາ 2017 ຜ່ານມາ ພາຫະນະດັ່ງກ່າວ ມີຊື່ວ່າ EHang 184 ສາມາດເດີນທາງດ້ວຍຄວາມໄວ 100 ກິໂລແມັດຕໍ່ຊົ່ວໂມງ ແລະບິນສູງຈາກພື້ນດິນໄດ້ 300 ແມັດ ເຊິ່ງຜູ້ໂດຍສານຈະເປັນຜູ້ເລືອກເສັ້ນທາງ ຈາກນັ້ນຍານພາຫະນະກໍຈະບິນຂຶ້ນໄປຕາມເສັ້ນທາງ ແລະລົງຈອດໃນຈຸດທີ່ເລືອກໄວ້ ຕະຫຼອດໄລຍະເວລາຂອງການເດີນທາງ ຈະມີການຕິດຕາມຈາກສູນພາກພື້ນດິນ

Ehang ເປັນຍານພາຫະນະທີ່ຜູ້ຜະລິດໂດຣນໃນປະເທດຈີນ ເປັນຜູ້ພັດທະນາຂຶ້ນ ສາມາດສາກພະລັງງານໄດ້ 2 ຊົ່ວໂມງ, ທາງເຈົ້າໜ້າທີ່ການຂົນສົ່ງເວົ້າວ່າ ຍານພາຫະນະນີ້ ໄດ້ເອົາມາສະແດງໃນງານ  World Government Summit ແລະເຫັນໄດ້ວ່າ ບໍ່ແມ່ນເປັນພຽງຫຸ່ນຈຳລອງເທົ່ານັ້ນ ແຕ່ເປັນສິ່ງທີ່ຜ່ານການທົດລອງແລ້ວວ່າ ສາມາດບິນໄດ້ແທ້ ເທິງທ້ອງຟ້າຂອງດູໄບ ເຊິ່ງທາງການຄາດວ່າ ຍານພາຫະນະໃໝ່ນີ້ ຈະຊ່ວຍຫຼຸດຄວາມໜາແໜ້ນຂອງການຈະລາຈອນໃນເມືອງ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...