spot_img
Homeຂ່າວຕ່າງປະເທດພະຍາດໄຂ້ຫວັດສັດປີກ ສາຍພັນ H5N6 ລະບາດຢູ່ ໄຕ້ຫວັນ

ພະຍາດໄຂ້ຫວັດສັດປີກ ສາຍພັນ H5N6 ລະບາດຢູ່ ໄຕ້ຫວັນ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດວ່າ ໄຕ້ຫວັນຢືນຢັນວ່າ ພົບການລະບາດຂອງເຊື້ອໄວຣັດໄຂ້ຫວັດສັດປີກສາຍພັນ H5N6 ໃນ 3 ເມືອງເຊັ່ນ: ເມືອງໄຖໜານ, ເມືອງເຈຍອື້ ແລະເມືອງຮົວຫຼຽນ

ນັບຕັ້ງແຕ່ປີ 2016 ຜ່ານມາ ໄຕ້ຫວັນ ຂ້າສັດປີກໄປແລ້ວເກືອບ 130,000 ໂຕ ໃນຈຳນວນນີ້ສ່ວນຫຼາຍແມ່ນຜົນກະທົບຈາກ ໄຂ້ຫວັດສັດປີກ ສາຍພັນ H5N2 ແລະ  ສາຍພັນ H5N8

ທ່ານ ຫວງ ຈື ຊຸງ ຜູ້ອຳນວຍການສຳນັກງານກວດສອບພືດ ແລະສັດ ບອກວ່າ ມີຄວາມກັງວົນຫຼາຍກ່ຽວກັບການລະບາດຂອງໄຂ້ຫວັດສັດປີກສາຍພັນ H5N6 ຫຼາຍ ເຖິງແມ່ນວ່າຈະບໍ່ຖ່າຍທອດຈາກສັດປີກສູ່ມະນຸດ ແຕ່ອາດສົ່ງຜົນກະທົບຄ້າຍຄືກັບເກົາຫຼີໃຕ້ ທີ່ຕ້ອງໄດ້ຂ້າສັດປີກຈຳນວນຫຼາຍໃນຊ່ວງເວລາ 3 ເດືອນ ແລະສ້າງຄວາມເສຍຫາຍຕໍ່ເສດຖະກິດຈຳນວນມະຫາສານ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...