spot_img
Homeຂ່າວພາຍ​ໃນທ່ານຮອງລັດຖະມົນຕີກະຊວງ (ອຄ) ເນັ້ນ ສິນຄ້າທີ່ນຳເຂົ້າຕ້ອງຕິດສະຫຼາກເປັນພາສາລາວກ່ອນຈຳໜ່າຍ

ທ່ານຮອງລັດຖະມົນຕີກະຊວງ (ອຄ) ເນັ້ນ ສິນຄ້າທີ່ນຳເຂົ້າຕ້ອງຕິດສະຫຼາກເປັນພາສາລາວກ່ອນຈຳໜ່າຍ

Published on

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ຈາກພະແນກອຸດສະຫະກຳ ແລະ ການຄ້າ ນະຄອນຫຼວງ ໄດ້ລົງເຄື່ອນໄຫວກວດກາການຕິດຕິດສະຫຼາກສິນຄ້ານຳເຂົ້າຂອງ 3 ບໍລິສັດໃຫຍ່ຄື: ບໍລິສັດ ຊີໄອການຄ້າ ຂາອອກ-ຂາເຂົ້າ ຈຳກັດ, ບໍລິສັດ ພອນສະຫວັນການຄ້າ ຂາອອກ-ຂາເຂົ້າຈຳກັດ ແລະ ບໍລິສັດ ສົມບູນການຄ້າ ຂາອອກ-ຂາເຂົ້າ ຈຳກັດ. ໃນວັນທີ 10 ກຸມພາ 2017 ທີ່ຜ່ານມານີ້.

ຜ່ານການລົງຕິດຕາມກວດກາທັງສາມບໍລິສັດນຳເຂົ້າສິນຄ້າຈາກຕ່າງປະເທດລາຍໃຫຍ່ຂອງລາວ ເຫັນໄດ້ວ່າທັງສາມ ບໍລິສັດ ໄດ້ປະຕິບັດຕາມຄຳສັ່ງເລກທີ 2501/ຄອ.ຄພນ ລົງວັນທີ 16 ທັນວາ 2016 ກ່ຽວກັບການຕິດສະຫຼາກສິນຄ້າເປັນພາສາລາວ. ໂດຍໄດ້ມີການຕິດສະຫຼາກສິນນຳເຂົ້າເປັນພາສາລາວ ເພື່ອກຽມຈະຈຳໜ່າຍເປັນທີ່ຮຽບຮ້ອຍແລ້ວ, ບາງບໍລິສັດກໍ່ໃຫ້ທາງຜູ້ຜະລິດສິນຄ້າຕິດສະຫຼາກເປັນພາສາລາວໃຫ້ພ້ອມ ແລະ ບາງບໍລິສັດກໍ່ນຳສະຫຼາກມາຕິດເອງ.

ສຳລັບຂະແໜງອຸດສະຫະກຳ ແລະ ການຄ້າ ການຕິດສະຫຼາກເປັນພາສາລາວ ກໍ່ເປັນເຄື່ອງມືໜຶ່ງທີ່ຈະຊ່ວຍດຶງດູດເອົາລະບົບການຄ້າໃຫ້ເຂົ້າເປັນລະບົບ ເຊິ່ງຈະເຮັດໄດ້ຄືແນວນັ້ນຕ້ອງແມ່ນເລີ່ມຈາກຜູ້ນຳເຂົ້າສິນຄ້າລາຍໃຫຍ່ ວິທີດັ່ງກ່າວນີ້ຈະເປັນອີກທາງໜຶ່ງທີ່ຊ່ວຍປ້ອງກັນການລັກລອບນຳເຂົ້າສິນຄ້າຈາກກຸ່ມແມ່ຄ້າລາຍຍ່ອຍ ແລະ ຍັງເພື່ອຮັບປະກັນຄຸນນະພາບສິນຄ້າທີ່ນຳເຂົ້າໄດ້ອີກດ້ວຍ.

ທີ່ຜ່ານການຈັດຕັ້ງປະຕິບັດລະບຽບດັ່ງກ່າວກໍ່ພົບຄວາມຫຍຸ້ງຍາກ ຍ້ອນບາງບໍລິສັດກໍ່ໃຫ້ຄວາມຮ່ວມມື ແລະ ບາງບໍລິສັດກໍ່ບໍ່ໃຫ້ຄວາມຮ່ວມມື ແລະ ກໍ່ມີບາງກຸ່ມແມ່ຄ້າລາຍຍ່ອຍທີ່ບໍ່ຫວັງດີປ່ອຍຂ່າວດ້ານທີ່ບໍ່ດີເນື່ອງຈາກຕົນເສຍຜົນປະໂຫຍດ.

 

ແຫລ່ງຂ່າວ ແລະ ຮູບພາບປະກອບຈາກ: ໜັງສືພິມ ເສດຖະກິດ-ການຄ້າ

 

 

 

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...