Homeຂ່າວຕ່າງປະເທດເກົາຫຼີເໜືອ ທົດສອບຍິງຂີປະນາວຸດ

ເກົາຫຼີເໜືອ ທົດສອບຍິງຂີປະນາວຸດ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ກຸມພາ 2017 ຜ່ານມາວ່າ ເກົາຫຼີເໜືອໄດ້ປົດປ່ອຍຂີປະນາວຸດ ເມື່ອເວລາ 07:55 ໂມງ ຕາມເວລາທ້ອງຖິ່ນ ຈາກຖານທັບອາກາດ Banghyon ທີ່ຕັ້ງຢູ່ທາງພາກຕາເວັນຕົກສ່ຽງເໜືອຂອງນະຄອນປຽງຢາງ ເຊິ່ງຂີປະນາວຸດທີ່ໄດ້ທົດສອບລູກດັ່ງກ່າວ ໄປຕົກລົງໃນນ່ານນໍ້າປະເທດຍີ່ປຸ່ນ

ເຈົ້າໜ້າທີ່ເກົາຫຼີໃຕ້ ລາຍງານຈາກການວິເຄາະ ແລະຕິດຕາມຮ່ວມມືກັບສະຫະລັດອາເມລິກາ ຂີປະນາວຸດລກຫຼ້າສຸດ ທີ່ເກົາຫຼີເໜືອ ໄດ້ທົດລອງນີ້ ສາມາດເດີນທາງໄປໄດ້ໄກຈາກຈຸດປ່ອຍປະມານ 500 ກິໂລແມັດ ແນວໃດກໍຕາມຂະນະນີ້ຍັງບໍ່າມາດບອກໄດ້ວ່າຂີປະນາວຸດລູກດັ່ງກ່າວເປັນປະເພດໃດ

ການທົດສອບຂີປະນາວຸດຄັ້ງຫຼ້າສຸດນີ້ ຖືເປັນຄັ້ງທຳອິດຫຼັງຈາກ ໂດນັລ ທຣັມ ຂຶ້ນດຳລົງຕຳແໜ່ງປະທານາທິບໍດີຢ່າງເປັນທາງການ ເຊິ່ງທາງເກົາຫຼີໃຕ້ໄດ້ບອກວ່າ ການທົດສອບຄັ້ງຫຼ້າສຸດນີ້ ເປັນຄວາມພະຍາຍາມໃນການສະແດງແສນຍານຸພາບຂອງປະເທດ ຫຼັງຈາກປີຜ່ານມາ ເກົາຫຼີເໜືອ ຫາກໍທົດສອບອາວຸດນິວເຄຣຍ ແລະຂີປະນາວຸດຫຼາຍຄັ້ງ ເຊິ່ງຄວາມພະຍາມຢ່າງຕໍ່ເນື່ອງນັ້ນ ໄດ້ສ້າງຄວາມກັງວົນໃຫ້ແກ່ຫຼາຍໆປະເທດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...