spot_img
Homeຂ່າວພາຍ​ໃນປີດສາກລົງເປັນທາງການ ມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ທີ່ແຂວງບໍລິຄຳໄຊ

ປີດສາກລົງເປັນທາງການ ມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ທີ່ແຂວງບໍລິຄຳໄຊ

Published on

ປີດສາກລົງຢ່າງເປັນທາງການແລ້ວ ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ 6 ຫຼື ນົກກົກຄຳ ເກມ 2017 ທີ່ແຂວງບໍລິຄຳໄຊ ລະຫວ່າງວັນທີ 1-9 ກຸມພາ 2017. ຂະນະທີ່ນະຄອນຫຼວງວຽງຈັນ ຍັງຄອງເຈົ້າຫຼຽນຄໍາ ເປັນສະໄໝທີ 5 ໂດຍກວາດມາໄດ້ 26 ຫຼຽນຄຳ, 23 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 78 ຫຼຽນ. ສ່ວນເຈົ້າພາບຄັ້ງຕໍ່ໄປ (ຄັ້ງທີ 7) ແມ່ນແຂວງສາລະວັນ ໃນປີ 2020.

ເມື່ອວັນທີ 9 ກຸມພາ ຜ່ານມາ ທີ່ສະໜາມກິລາ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ມີພີທີປິດສາກງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມກ່າວປີດງານຂອງພະນະທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້​ປະ​ຈຳ​ການຄະນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເຈົ້າແຂວງບໍລິຄຳໄຊ,ປະທານຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກຳມະການສູນກາງພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາການນຳພັກ-ລັດຂັ້ນສູນກາງ, ລັດຖະມົນຕີ, ເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະຮັບຜິດຊອບຈັດງານ, ຄະນະນໍານັກກິລາ, ນັກກິລາ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

816-

ໃນໂອກາດດັ່ງກ່າວ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ​​ ໄດ້ກ່າວ​ລາຍ​ງານສະຫຼຸບຜົນ​ສຳ​ເລັດ​​ໃນການຈັດງານດັ່ງກ່າວ ວ່າ: ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ໄດ້ທຳການແຂ່ງຂັນກັນຢ່າງເປັນທາງການແຕ່ວັນທີ 1 ກຸມພາ 2017, ເຊິ່ງໄດ້ທຳການແຂ່ງຂັນໃນ 12 ປະເພດກິລາ. ຜ່ານການແຂ່ງຂັນກັນ 9 ວັນ ສາມາດສະຫຼຸບຜົນງານຂອງນັກກິລາແຕ່ລະແຂວງ ໂດຍສະເພາະແມ່ນນັກກິລາ

    1. ນະຄອນຫຼວງວຽງຈັນ ຍັງຄອງເຈົ້າຫຼຽນຄຳ ເປັນສະໄໝທີ 5 ໂດຍຍາດມາໄດ້ 26 ຫຼຽນຄຳ, 23 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 78 ຫຼຽນ;
    2. ແຂວງ ສະຫວັນນະເຂດ ຍາດໄດ້ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 14 ຫຼຽນທອງ ລວມ 59 ຫຼຽນ
    3. ແຂວງ ບໍລິຄໍາໄຊ ເຈົ້າພາບ ຍາດໄດ້ 17 ຫຼຽນຄໍາ, 16 ຫຼຽນເງິນ ແລະ 22 ຫຼຽນທອງ ລວມ 55 ຫຼຽນ
    4. ແຂວງ ຈຳປາສັກ ຍາດໄດ້ 10 ຫຼຽນຄຳ, 15 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 41 ຫຼຽນ
    5. ແຂວງ ອຸດົມໄຊ ຍາດໄດ້ 10 ຫຼຽນຄຳ, 9 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 29 ຫຼຽນ
    6. ແຂວງ ຊຽງຂວາງ ຍາດໄດ້ 10 ຫຼຽນຄຳ 4 ຫຼຽນເງິນ ແລະ 13 ຫຼຽນທອງ ລວມ 27 ຫຼຽນ
    7. ແຂວງ ຫຼວງພະບາງ ຍາດໄດ້ 9 ຫຼຽນຄຳ, 6 ຫຼຽນເງິນ ແລະ 20 ຫຼຽນທອງ ລວມ 35 ຫຼຽນ
    8. ແຂວງ ບໍ່ແກ້ວ ຍາດໄດ້ 6 ຫຼຽນຄຳ, 3 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 12 ຫຼຽນ
    9. ແຂວງ ຫົວພັນ ຍາດໄດ້ 6 ຫຼຽນຄຳ, 1 ຫຼຽນເງິນ ແລະ 8 ຫຼຽນທອງ ລວມ 15 ຫຼຽນ
    10. ແຂວງ ຄຳມ່ວນ ຍາດມາໄດ້ 4 ຫຼຽນຄຳ, 8 ຫຼຽນເງິນ ແລະ 14 ຫຼຽນທອງ ລວມ 26 ຫຼຽນ
    11. ແຂວງ ອັດຕະປື ຍາດໄດ້ 3 ຫຼຽນຄຳ, 4 ຫຼຽນເງິນ ແລະ 8 ຫຼຽນທອງ ລວມ 15 ຫຼຽນ
    12. ແຂວງ ໄຊຍະບູລີ ຍາດໄດ້ 2 ຫຼຽນຄຳ, 6 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 15 ຫຼຽນ
    13. ແຂວງ ສາລະວັນ ຍາດໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 5 ຫຼຽນ
    14. ແຂວງ ໄຊສົມບູນ ຍາດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນທອງ ລວມ 2 ຫຼຽນ
    15. ແຂວງ ວຽງຈັນ ຍາດໄດ້ 3 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 6 ຫຼຽນ
    16. ແຂວງ ຫຼວງນໍ້າທາ ຍາດໄດ້ 2 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 4 ຫຼຽນ
    17. ແຂວງຜົ້ງສາລີ ຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 3 ຫຼຽນ
    18. ແຂວງເຊກອງ ຍາດໄດ້ 1 ຫຼຽນທອງ

ຈາກການຊີງໄຊກັນທັງໝົດ 126 ຫຼຽນຄຳ, 126 ຫຼຽນເງິນ ແລະ 176 ຫຼຽນທອງ.

694-

ຫຼັງຈາກນັ້ນ, ພະນະທ່ານ ພັນ​ຄຳ ວິ​ພາ​ວັນ ກໍ່ໃຫ້ກຽດກ່າວປິດ​ງານຢ່າງ​ເປັນ​ທາງ​ການ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ, ຜົນສຳເລັດຂອງຄະນະຮັບຜິດຊອບຈັດງານ, ຄະນະພັກ, ອຳນາດການປົກຄອງ, ພີ່ນ້ອງປະຊາຊົນຊາວແຂວງບໍລິຄຳໄຊ, ບັນດາທ່ານຄະນະນຳນັກກິລາ, ຄູເຝິກ, ນັກກິລາ, ຜູ້ປະກອບການ, ຜູ້ໃຫ້ການອຸປະຖໍາ-ສະໜັບສະໜູນ ຕະຫຼອດຮອດ ຄູ-ອາຈານ ແລະ ພີ່ນ້ອງປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນເຂົ້າໃນງານຄັ້ງນີ້ ຈົນມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍຢ່າງຈົບງາມ.

ນອກຈາກນີ້, ຍັງໄດ້ມີການສວນສະໜາມຕ່າງໆ ພ້ອມທັງພິທີເຊີນທຸງຊາດ ແລະ ທຸງກິລາລົງຈາກຍອດເສົາ ແລະ ​ໄຟ​ໃນ​ອ່າງ​ທວນ​ໄຟ​​ກໍ່ຄ່ອຍໆມອດ​ລົງ ກ່ອນທີ່ຈະມີພິທີມອບທຸງກິລາໃຫ້ແກ່​ແຂວງ​ສາລະ​ວັນ​ເປັນເຈົ້າພາບ ​ຄັ້ງ​ທີ 7 ໃນປີ 2020 ໂດຍໃຫ້ກຽດຮັບຂອງທ່ານ ສີ​ສຸ​ວັນ ວົງຈອມສີ​ເຈົ້າ​ແຂວງສາລະ​ວັນ, ເຊິ່ງທ່ານກໍ່ໄດ້ຕາງໜ້າໃຫ້ຄະນະພັກ-ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ແລະ ພາກພູມໃຈເປັນຢ່າງຍິງ ທີ່ລັດຖະບານ ກໍ່ຄື ກະຊວງສຶກສາທິການ ແລະ ກິລາ ໄດ້ມອບໝາຍໃຫ້ເປັນເຈົ້າພາບ ໃນປີ 2020, ເຊິ່ງເປັນພາລະກິດອັນໜັກໜ່ວງ ແລະ ມີກຽດສະຫງ່າ ທີ່ປຽບລົ້ນໄປດ້ວຍຄວາມເຊື່ອໝັ້ນ.

418-

ສຳລັບລາຍການສະແດງສິລະປະວັນນະຄະດີ ໃນພີທີປິດດັ່ງກ່າວ, ແຂວງບໍລິຄຳໄຊ ເຈົ້າພາບ ໄດ້ຈັດສະແດງ 5 ລາຍ ການ ຄື: ລາຍການ​ທີ 1 ແມ່ນ “ປິດ​ສະ​ໜາ​ລຳ​ສາ​ລະ​ວັນ” ສະແດງເຖິງຄວາມສາມັກຄີ, ວິຖີຊີວິດ ແລະ ຮີດຄອງປະເພນີ ທີ່ໄດ້ສືບທອດກັນມາແຕ່ບັນພະບູລຸດຂອງຊາວແຂວງສາວະວັນ, ລຳສາລະວັນ ສະ​ແດງ​ໂດຍ​ນ້ອງ​ນັກຮຽນ ຈຳນວນ 32 ຄົນ ຈາກ ​ມສ ສາລະວັນ ແລະ ມສ ອົງແກ້ວ; ລາຍການ​ທີ 2 ເປັນບົດເພງ “​ນັດ​ພົບ​ກັນ​ປີ 2020” ສະແດງເຖິງການເຊີນຊວນນັກກິລາ ເຂົ້າຮ່ວມງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ປີ 2020 ສະ​ແດງ​ໂດຍ​ນ້ອງ​ນັກຮຽນຈຳນວນ 32 ຄົນ ຈາກ​ ມສ ສາລະວັນ ແລະ ມສ ອົງແກ້ວ; ລາຍການ​ທີ 3 ເປັນບົດຟ້ອນ “ຮ່ວມ​ໃຈ​ສະຫຼອງ​ໄຊ”​ ສະແດງເຖິງບັນດານັກຮຽນ, ຄູ-ອາຈານ, ທະຫານຕຳຫຼວດ, ພໍ່-ແມ່ປະຊາຊົນ, ແພດໝໍ ແລະ ທຸກຊັ້ນຄົນພາກັນມ່ວນຊື່ນສະຫຼອງຜົນສຳເລັດຂອງງານມະຫະກຳກິລານັກຮຽນໃນຄັ້ງນີ້ ສະ​ແດງ​ໂດຍ​ນ້ອງ​ນັກຮຽນຈຳນວນ 210 ຄົນ ຈາກ​ໂຮງ​ຮຽນ ມ​ສ ສີ​ທ່າ​ນາ​ໄຊ; ລາຍ​ການທີ 4 ເປັນບົດຟ້ອນ “ລູກຫຼານ​ລຸງ ​ສີ​ສົມ​ພອນ ລໍ​ວັນ​ໄຊ ຫ່າງ​ໄກ​ສິ່ງ​ເສບ​ຕິດ ເພື່ອສືບທອດພາລະກິດຂອງຊາດ” ສະແດງເຖິງຄວາມເຂັ້ມແຂງ, ແຂງ ແຮງ, ມີລະບຽບວິໃນຂອງນ້ອງນັກຮຽນ ທີ່ມີຄວາມມັກຮັກໃນສິລະປະປ້ອງກັນຕົວຂອງລາວ, ສະ​ແດງ​ໂດຍ​ນ້ອງ​ນັກຮຽນຈຳນວນ 210 ຄົນ ຈາກ​ໂຮງ​ຮຽນ ມ​ສ ສີ​ທ່າ​ນາ​ໄຊ ແລະ ປີດທ້າຍກັນທີບົດຟ້ອນ “ອະນາຄົດຂອງຊາດ” ສະແດງເຖິງພະລັງຄວາມສາມັກຄີຂອງບັນດານ້ອງນັກຮຽນທີ່ມັກຮັກໃນການຫຼິ້ນກິລາ ແລະ ເອົາໃຈໃສ່ໃນການຮ່ຳຮຽນ ເພື່ອກາຍເປັນໜໍ່ແໜງຂອງປະເທດຊາດ, ສະແດງໂດຍນ້ອງນັກຮຽນຈຳນວນ 420 ຄົນ ຈາກໂຮງຮຽນ ມສ ສີທ່ານາໄຊ.

(ໂດຍ ສັກດາວົງ) ຈາກ: ເກາະຕິດນົກກົກຄຳເກມ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...