spot_img
Homeຂ່າວຕ່າງປະເທດນັກວິທະຍາສາດຄົ້ນພົບທະວີບທີ່ສູນຫາຍ 84 ລ້ານປີ ໃນອິນເດຍ

ນັກວິທະຍາສາດຄົ້ນພົບທະວີບທີ່ສູນຫາຍ 84 ລ້ານປີ ໃນອິນເດຍ

Published on

ສຳນັກຂ່າວຊີເອັນເອັນ ລາຍງານເມື່ອວັນທີ 6 ກຸມພາ 2017 ຜ່ານມາວ່າ ທີມນັກວິທະຍາສາດຂອງມະຫາວິທະຍາໄລວິກເວີສແຣນ ໃນແອັບຟລິກາໃຕ້ ໄດ້ພົບຫຼັກຖານສຳຄັນ ພົບທະວີບທີ່ສູນຫາຍຢູ່ໃຕ້ມະຫາສະໝຸດອິນເດຍ ເມື່ອ 84 ລ້ານປີກ່ອນ ແລະໄດ້ຕັ້ງຊື່ໃຫ້ວ່າ “ມໍຣິເຊຍ” ເພາະວ່າບໍລິເວນທີ່ພົບທະວີບທີ່ສູນຫາຍນີ້ ຢູ່ໃຕ້ເກາະມໍຣິເຊຍ ເກາະທ່ອງທ່ຽວຊື່ດັງ ໃນມະຫາສະໝຸດອິນເດຍໃນຍຸກນີ້ ແລະທີວີບມໍຣິເຊຍ ໄດ້ຖືກກືນຫາຍສາບສູນ ຈາກນໍ້າໃນມະຫາສະໝຸດ

ທີມນັກວິທະຍາາດບອກວ່າ ຈາກການສຶກສາວິໄຈແຮ່ທາດຈາກກ້ອນຫີນ ທີ່ພົ້ນມາໜ້ານໍ້າໃນມະຫາສະໝຸດອິນເດຍ ເຮັດໃຫ້ຮູ້ວ່າທະວີບມໍຣິເຊຍ ເກີດຂຶ້ນຈາກລາວາພູເຂົາໄຟ ທີ່ເກີດການລະເບີດໃນອະດີດ ແລະຍັງພົບຫຼັກຖານສຳຄັນອີກຄື ການຄົ້ນພົບຜຶກຂອງແຮ່ເຊີຄອນໃນກ້ອນຫີນອາຍຸປະມານ 3 ພັນລ້ານປີ ເຊິ່ງມີອາຍຸຫຼາຍກວ່າແຮ່ທາດທີ່ພົບໃນເກາະມໍຣິເຊຍໃນປັດຈຸບັນNjpUs24nCQKx5e1A7xHFVD14CPtbf4Ao1FIlArquJJz

ຈາກການສຶກສາວິໄຈເພີ່ມເຕີມ ຂອງທີມນັກວິທະຍາສາດມະຫາວິທະຍາໄລວິກເວີສແຣນ ຍັງພົບວ່າ ທະວີບມໍຣິເຊຍ ເປັນສ່ວນໜຶ່ງຂອງແຜ່ນທະວີບທີ່ໃຫຍ່ໃນຍຸກບູຮານ ທີ່ເອີ້ນວ່າ “ກອນວານາ” ອາຍຸ 200 ລ້ານກວ່າປີ, ຈາກນັ້ນ ໄດ້ແຕກອອກເປັນທະວີບແອນຕາກຕິກ, ອັບຟະລິກາ, ອອສເຕຣເລຍ ແລະອາເມລິກາໃຕ້ໃນປັດຈຸບັນ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...