spot_img
Homeຄົມຄິດຄົມຄົນວາເລນໄທນ໌ ຮັກແບບໃດບໍ່ໃຫ້ເປັນທຸກ

ວາເລນໄທນ໌ ຮັກແບບໃດບໍ່ໃຫ້ເປັນທຸກ

Published on

ຕ້ອນຮັບເດືອນແຫ່ງຄວາມຮັກ ເພາະອີກບໍ່ພໍເທົ່າໃດມື້ກໍ່ຈະຮອດວັນວາເລນໄທນ໌ ເຊື່ອວ່າຍິງ-ຊາຍ ຫຼາຍຄົນໃນໂລກນີ້ຕ່າງພາກັນໃຫ້ຄວາມສຳຄັນກັບວັນນີ້ (14 ກຸມພາ) ເພາະຖືເປັນຫວັງທີ່ຈະໄດ້ສະແດງຄວາມຮັກຕໍ່ອີກຝ່າຍໜຶ່ງໄດ້ຢ່າງເປີດເຜີຍ ຫຼາຍຄົນມີຄວາມສຸກກັບວັນນີ້ ແຕ່ກໍ່ມີຫຼາຍຄົນທີ່ມີເຫງົາ, ເສົ້າ ກັບວັນນີ້ເຊັ່ນດຽວກັນ ໂດຍສະເພາະຄົນໂສດ ແລະ ຄົນອົກຫັກໃໝ່ໆ ດັ່ງນັ້ນ ເພື່ອໃຫ້ເຂົ້າກັບບັນຍາກາດຂອງເດືອນແຫ່ງຄວາມຮັກ ແອັດມິນເລີຍມີບົດຄວາມສັ້ນໆ ກ່ຽວກັບຄວາມຮັກມາໃຫ້ທຸກຄົນໄດ້ອ່ານ

ວາເລນໄທນ໌ ຮັກແບບໃດບໍ່ໃຫ້ເປັນທຸກ

ສິ່ງສຳຄັນທີ່ເຮັດໃຫ້ເຮົາຮັກແບບບໍ່ເກີດຄວາມທຸກ ຄືການຕັ້ງທັດສະນະຄະຕິ ແລະ ຄ່ານິຍົມຂອງຄວາມຮັກໃຫ້ຖືກຕ້ອງເໝາະສົມ ແລະ ການນຳເອົາຫຼັກຄຸນນະທຳມາໃຊ້ໃນວັນແຫ່ງຄວາມຮັກ ເພາະການຮັກ…ໂດຍບໍ່ມີຫຼັກຄຸນນະທຳ ບໍ່ມີຈາລິຍະທຳ ຫຼື ສະຕິຄອຍບັງຄັບຕົວເຮົາໄວ້ນັ້ນກໍ່ຄື: ຄວາມຮັກແບບຫຼົງທິດທາງ ຈົນເຮັດໃຫ້ເຮົາຕົກເປັນທາດຂອງຄວາມຫຼົງຜິດ ການເປັນຍຶດຕິດວ່າຕົນເຈົ້າຂອງ ຈົນເຮັດໃຫ້ລົງມືເຮັດໃນສິ່ງທີ່ຜິດ ເຊິ່ງຈະນຳພາຄວາມທຸກມາໃສ່ຕົນ ມື້ນີ້ແອັດມິນຈະຂໍຍົກຕົວຢ່າງ ການມີຄວາມຮັກແບບຫຼົງທາງມາໃຫ້ທຸກຄົນໄດ້ລອງອ່ານ ແລະ ພິຈາລະນາໄປພ້ອມກັນ

ຄວາມຮັກແບບຫຼົງທາງ ກໍ່ຄືການທີ່ຄູ່ຮັກຫຼາຍຄູ່ຄິດວ່າການເສຍສະຫຼະຮ່າງກາຍ ພົມມະຈັນຕົນເອງໃຫ້ກັບຄົນຮັກ ໃນວັນວາເລນໄທນ໌ ໂດຍສະເພາະແມ່ຍິງມັກຕັດສິນໃຈເລືອກໃຊ້ວັນແຫ່ງຄວາມຮັກເພື່ອພິສູດຄວາມຮັກກັບຄົນຮັກ ແລະ ຄິດວ່າການມອບຄວາມສຸກຜ່ານຮ່າງກາຍໃຫ້ແກ່ຄົນຮັກເພື່ອແລກຄວາມສຳພັນພິເສດຂຶ້ນອີກຂັ້ນ ແລະ ຫວັງໃຫ້ຄົນຮັກນັ້ນຮັກຕົນເອງຫຼາຍຂຶ້ນກວ່າເກົ່ານັ້ນ ເຊິ່ງການເຮັດແບບນີ້ບາງຄົນກໍ່ອາດຈະໃຊ້ໄດ້ຜົນ ແຕ່ບາງຄົນກໍ່ອາດຈະໃຊ້ບໍ່ໄດ້ຜົນ ເພາະກໍ່ຕ້ອງຂຶ້ນກັບຄົນຮັກຂອງທ່ານເຊັ່ນດຽວກັນ ທຸກຢ່າງມັນບໍ່ໄດ້ເປັນດັ່ງທີ່ເຮົາຄິດສະເໝີ ເພາະການຕັດສິນໃຈແບບນີ້ ບາງຄົນອາດກາຍເປັນສິ່ງທີ່ຜິດພາດ ເຊັ່ນ: ເກີດການຖືພາກ່ອນເວລາສົມຄວນ ແລະ ບາງຄົນເມື່ອມອບກາຍໃຫ້ແຟນໜຸ່ມແລ້ວເຂົາກໍ່ບໍ່ເຫັນຄຸນຄ່າໃຫ້ໂຕເອງ ເມື່ອໄດ້ສົມໃຈຊາຍແລ້ວເຂົາກໍ່ເຫີນຫ່າງຈາງໄປກໍ່ມີ  ສິ່ງເຫຼົ່ານີ້ມັນຄືບາດແຜໃນໃຈເຮັດໃຫ້ຕົກຢູ່ຫ້ວງຂອງຄວາມທຸກໄປຕະຫລອດຊີວິດ ອາດມີບາງເວລາທີ່ລືມ ແຕ່ເມື່ອໃດທີ່ພາບຄວາມຊົງຈຳເຫຼົ່ານັ້ນຍ້ອນກັບມາທີ່ຫົວ ພຽງຄິດອອກແຕ່ແວັບດຽວກໍ່ເຮັດໃຫ້ຮູ້ສຶກປວດໃຈໄດ້.

ຄວາມຈິງແລ້ວຍາກໃຫ້ທຸກຄົນເຂົ້າໃຈວ່າ ວັນແຫ່ງຄວາມຮັກ ມັນບໍ່ແມ່ນມື້ທີ່ພິສູດຮັກແທ້, ມື້ເສຍຕົວ ຫຼື ມື້ແຫ່ງໄຊຊະນະເໜືອຄົນທີ່ຕົນຮັກ ແຕ່ມັນເປັນມື້ທີ່ທ່ານໃຊ້ຄວາມຮັກໃນການສ້າງຄວາມສຸກທາງໃຈໃຫ້ກັບຄົນທີ່ທ່ານຮັກ,​ ໃຫ້ກັບພໍ່-ແມ່ ພີ່ນ້ອງ, ເພື່ອນມິດສະຫາຍ ແລະ ຄົນຢູ່ອ້ອມຂ້າງຕົວທ່ານໃຫ້ມີຄວາມ ບໍ່ໄດ້ເຈາະຈົງສະເພາະເປັນວັນທີ່ຄູ່ຮັກບ່າວສາວສະແດງຄວາມຮັກຕໍ່ກັນເທົ່ານັ້ນ

ຄວາມຮັກທີ່ຄວນມີຄື “ຄວາມຫ່ວງໃຍ, ຄວາມໃສ່ໃຈ, ການໃຫ້, ຄວາມເຂົ້າໃຈໃນສິນທຳ ແລະ ມີສະຕິໃນເລື່ອງຄວາມຮັກ” ນັ້ນຄືຄວາມຮັກທີ່ມີຄ່າໃນການແບ່ງປັນ, ມີຄຸນຄ່າໃນການຮັກ ແລະ ການເປັນທີ່ຮັກ ຫາກໃຜສາມາດເຂົ້າໃຈໃນເລື່ອງຄວາມຮັກໄດ້ແບບນີ້ ທ່ານກໍ່ຈະມີຄວາມທຸກ ແລະ ມີວັນວາເລນໄທນຕະຫຼອດ 365 ມື້.
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...