spot_img
Homeຂ່າວຕ່າງປະເທດຜູ້ນຳສະຫະລັດອາເມຣິກາ ໂດນັນ ທຣັມ ຈະເຂົ້າຮ່ວມປະຊຸມກຸ່ມນາໂຕ້ ເດືອນພຶດສະພານີ້

ຜູ້ນຳສະຫະລັດອາເມຣິກາ ໂດນັນ ທຣັມ ຈະເຂົ້າຮ່ວມປະຊຸມກຸ່ມນາໂຕ້ ເດືອນພຶດສະພານີ້

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6​ ກຸມພານີ້ວ່າ ທ່ານ ໂດນັນ ທຣັມ ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ຕົກລົງທີ່ຈະເຂົ້າຮ່ວມກອງປະຊຸມກັບ ບັນດາຜູ້ນຳຊາດພັນທະມິດ ກຸ່ມສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ ໃນເດືອນພຶດສະພາທີ່ຈະມາເຖິງນີ້ ຫລັງຈາກທີ່ໄດ້ເຈລະຈາກັບ ທ່ານ ເຈນສ໌ ສະໂຕເຕັນເບິກ ເລຂາທິການກຸ່ມນາໂຕ້ ໃນວັນອາທິດທີ 5 ກຸມພາຜ່ານມານີ້.

ທັງນີ້ ເປັນທີ່ຄາດການວ່າ ທ່ານ ທຣັມ ຈະດຳເນີນການຊຸກຍູ້ໃຫ້ສະມາຊິກນາໂຕ້ ເພີ່ມການລະດົມກຳລັງໄປເຂດຕາເວັນຕົກ ເພື່ອບັນເທົາຄ່າໃຊ້ຈ່າຍທາງທະຫານຂອງ ກອງທັບສະຫະລັດອາເມຣິກາ ຕາມທີ່ທ່ານໄດ້ເຄີຍເວົ້າໃນເວລາຫາສຽງເລືອກຕັ້ງ, ແນວໃດກໍຕາມ ຂໍ້ສະເໜີດັ່ງກ່າວນີ້ ໄດ້ຖືກສະມາຊິກພັກຣີພາບລິກັນ ແລະ ຝ່າຍຄ້ານໃນພັກເດໂມແຄຣັດເອງ ມີຄວາມເປັນຫວ່ງວ່າ ນະໂຍບາຍດັ່ງກ່າວນີ້ ຈະເປັນການເອື້ອປະໂຫຍດທາງທະຫານ ໃຫ້ແກ່ຝ່າຍຣັດເຊຍ.

 

 

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...