spot_img
Homeຂ່າວຕ່າງປະເທດເສັ້ນທາງການບິນທີ່ຍາວທີ່ສຸດໃນໂລກ ອອກບິນແລ້ວຈາກກາຕາ ໄປນິວຊີແລນ

ເສັ້ນທາງການບິນທີ່ຍາວທີ່ສຸດໃນໂລກ ອອກບິນແລ້ວຈາກກາຕາ ໄປນິວຊີແລນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ກຸມພາ 2017 ນີ້ວ່າ ກາຕາ ແອເວ ກຽມທຸບສະຖິຕິໃໝ່ ສ້າງຖ້ຽວບິນທີ່ຍາວທີ່ສຸດໃນໂລກ ພາຍໃນອາທິດນີ້ ດ້ວຍເປົ້າໝາຍການເດີນທາງຈາກນະຄອນໂດຮາ ເມືອງຫຼວງຂອງກາຕາ ໄປຫາເມືອງອອກແລນ ຢູ່ນິວຊີແລນ ເຊິ່ງບໍ່ໄດ້ຢຸດແວ່ພັກ. ຖ້ຽວບິນດັ່ງກ່າວ ຄືຖ້ຽວບິນ 920 ຄວບຄຸມໄລຍະທາງທັງໝົດຫຼາຍຮອດ 9,032 ໄມ ຫຼືປະມານ 14,535 ກິໂລແມັດ.ກາຕາາ

ເຄື່ອງບິນລຳດັ່ງກ່າວ ເລີ່ມອອກເດີນທາງ ໃນຕອນເຊົ້າຂອງວັນທີ 5 ກຸມພາ 2017 ເວລາ 05:10 ໂມງ ຕາມເວລາທ້ອງຖິ່ນ ເຊິ່ງຈະບິນຜ່ານນະຄອນດູໄບ, ພື້ນທີ່ທາງພາກເໜືອຂອງໂອມານ ໄປຈົນຮອດທາງພາກໃຕ້ຂອງອິນເດຍ ແລະສີລັງກາ ຂ້າມມະຫາສະໝຸດອິນເດຍ ໄປຫາເວຍເທິນອອສເຕຣເລຍ ແລະຮອດຈຸດໝາຍປາຍທາງອອກແລນ ຢູ່ນິວຊີແລນ ຕາມເວລາທີ່ກຳນົດໄວ້ຄື 07:30 ໂມງ ຕາມເວລາທ້ອງຖິ່ນຂອງວັນຈັນ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...