spot_img
Homeຂ່າວຕ່າງປະເທດຜູ້ບັນຊາການຕຳຫລວດແຫ່ງຊາດໄທ ສັ່ງກວດສອບເຈົ້າໜ້າທີ່ 3 ຄົນ ຖ່າຍຮູບຮ່ວມກັບ ໄຊຊະນະ

ຜູ້ບັນຊາການຕຳຫລວດແຫ່ງຊາດໄທ ສັ່ງກວດສອບເຈົ້າໜ້າທີ່ 3 ຄົນ ຖ່າຍຮູບຮ່ວມກັບ ໄຊຊະນະ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກຸມພານີ້ວ່າ ພົນເອກ ຈັກກະທິບ ໄຊຈິນດາ ຜູ້ບັນຊາການຕຳຫລວດແຫ່ງຊາດໄທ ໄດ້ອອກມາລະບຸກ່ຽວກັບ ພາບຖ່າຍຂອງ ທ້າວ ໄຊຊະນະ ແກ້ວພິມພາ ພໍ່ຄ້າຢາເສບຕິດຊາວລາວ ກັບເຈົ້າໜ້າທີ່ຕຳຫລວດໄທ ຊຶ່ງເປັນຫົວໜ້າດ່ານກວດຄົນເຂົ້າເມືອງ ແລະ ຕຳຫລວດໃນພື້ນທີ່ ລວມ 3 ຄົນ, ກໍລະນີນີ້ ໄດ້ສັ່ງໃຫ້ທີມງານກວດສອບພາບດັ່ງກ່າວແລ້ວ ແລະ ໄດ້ມອບໝາຍໃຫ້ນາຍຕຳຫລວດລະດັບສູງຂອງ ສຳນັກງານກວດຄົນເຂົ້າເມືອງ ກວດສອບເຖິງຄວາມເປັນຈິງວ່າ ໄດ້ມີຄວາມສະໜິດແໜ້ນກັບ ທ້າວ ໄຊຊະນະ ແກ້ວພິມພາ ຄືແນວໃດ ແລະ ມີສ່ວນກ່ຽວຂ້ອງກັບເຄືອຂ່າຍຄ້າຢາເສບຕິດລາຍນີ້ ຫລື ບໍ່.

 

 

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...