spot_img
Home​ຂ່າວທ່ອງທ່ຽວພູເອີ໋ເຫມີຍ ຫຼື ພູງໍ້ໄບ້ ຍອດເຂົາແຫ່ງຕຳນານ ແລະ ວັດທະນະທຳທາງປະຫວັດສາດຂອງຈີນ

ພູເອີ໋ເຫມີຍ ຫຼື ພູງໍ້ໄບ້ ຍອດເຂົາແຫ່ງຕຳນານ ແລະ ວັດທະນະທຳທາງປະຫວັດສາດຂອງຈີນ

Published on

ທ່ອງທ່ຽວຕ່າງແດນ ກັບ ລາວໂພສຕ໌ ມື້ນີ້ເຮົາຈະມາຮູ້ຈັກກັບ ພູເອີ໋ເຫມີຍ ຫຼື ພູງໍ້ໄບ້  ເຊິ່ງເປັນພູເຂົາສູງສຽດຟ້າ ຕັ້ງຢູ່ມົນທົນ ເສສວນ ໂດຍມີຄວາມສູງ 3,077 ແມັດ ແລະ ມີວັດວາອາຣາມຕັ້ງຢູ່ເຖິງພູງໍ້ໄບ້ ກວ່າ 30 ວັດ ທັງຍັງມີບູຮານສະຖານສະໃໝ ຣາຊາວົງໝິງ ແລະ ຊິງ ທີ່ມີປະຫວັດສາດຍາວນານກວ່າ 2,000 ປີ

c000010

ພຣະພຸດທະຮູບສັນຍາລັກ ຣາຊາວົງຖັງ ແລະ ຊົງ, ເຈດີຢົກ ກຸ່ມສຸສານທີ່ໜ້າຜາສະໃໝຣາຊາວົງຮັ່ນ ຍັງອຸດົມໄປດ້ວຍວັດຖຸລ້ຳຄ່າຫວ່າ 7,000 ກວ່າສິ້ນ ນອກຈາກຄວາມໂດ່ງດັງໃນຖານະເປັນຍອດເຂົາແຫ່ງຕຳນານ ແລະ ວັດ ທະນະທຳທາງປະຫວັດສາດທີ່ຂຶ້ນຊື່ແລ້ວ ຍັງມີສະເໜ່ອັນງົດງາມຂອງທຳມະຊາດສຸດອະລັງການ ເຮັດໃຫ້ຊື່ສຽງຂອງ ພູງໍ້ໄບ້ ໂດ່ງດັງໄປທົ່ວປະເທດຈີນ ແລະ ຕ່າງປະເທດ

ນອກຈາກນີ້ຍັງເປັນແຫຼ່ງພືດພັນທາງທຳມະຊາດອັນມີຄ່າ ໂດຍສະເພາະການເປັນແຫຼ່ງປົກຄຸມຂອງພືດເຂດຮ້ອນ ເຊິ່ງອຸດົມດ້ວຍພືດຊັ້ນສູງເຖິງ 242 ຕະກູນ ແຍກເປັນ 3,200 ກວ່າຊະນິດ ມີພື້ນທີ່ປ່າປົກຄຸມເຖິງ 87% ຈິ່ງເປັນແຫລ່ງສຶກສາວິໄຈສາຍພັນຫາຍາກຂອງໂລກ.

55-99

Mount Emei(2)

20081 gpp
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...