spot_img
Homeຂ່າວຕ່າງປະເທດໄຟໄໝ້ໂຮງງານຢູ່ຟີລິບປິນ ບາດເຈັບ 100 ກວ່າຄົນ ສູນຫາຍ 3 ຄົນ

ໄຟໄໝ້ໂຮງງານຢູ່ຟີລິບປິນ ບາດເຈັບ 100 ກວ່າຄົນ ສູນຫາຍ 3 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ກຸມພາ 2017 ຜ່ານມາວ່າ ໄດ້ເຫດໄຟໄໝ້ໂຮງງານແຫ່ງໜຶ່ງຢູ່ຟີລິບປິນ ເຊິ່ງໂຮງງານຕັ້ງຢູ່ເມືອງເຈເນີຣັລ ໄທຣອັສ ຢູ່ແຂວງຄາໄວ ຖືກໄຟໄໝ້ ເປັນເຫດເຮັດໃຫ້ກຳມະກອນຈຳນວນຫຼາຍຕ່າງກໍພາກັນແລ່ນໜີເອົາຕົວລອດ ຈາກເຫດການດັ່ງກ່າວນັ້ນ ສົ່ງຜົນເຮັດໃຫ້ມີຜູ້ບາດເຈັບ 100 ກວ່າຄົນ ແລະສູນຫາຍອີກ 3 ຄົນ

ທ່ານ ຈີຊັສ ຄຣິສປິນ ເຣມຸນ ເຜີຍວ່າ ໂຮງງານແຫ່ງນີ້ ບາງສ່ວນໃຊ້ຜະລິດສົ່ງອອກໄປປະເທດຍີ່ປຸ່ນ ເຊິ່ງໃນຂະນະເກີດເຫດມີພະນັກງານຢູ່ໃນ 1/3 ຂອງຈຳນວນທັງໝົດ 15,000 ຄົນ ເຊິ່ງເບື້ອງຕົ້ນທາງເຈົ້າໜ້າທີ່ດັບເພີງສາມາດຄວບຄຸມແປວໄຟໄດ້ແລ້ວ ແຕ່ຍັງບໍ່ສາມາດດັບໄຟທີ່ລຸກໄໝ້ ຕ້ອງໃຊ້ເວລາເຖິງ 18 ຊົ່ວໂມງ ຈຶ່ງສາມາດດັບໄຟໄດ້ ເຊິ່ງຜູ້ບາດເຈັບຈໍານວນ 10 ຄົນມີອາການສາຫັດ ເພາະວ່າບາງຄົນໂດດໜີອອກມາທາງປ່ອງຢ້ຽມຂອງຕຶກສູງ 3 ຊັ້ນ ສ່ວນສາເຫດຂອງການເກີດເຫດໃນຄັ້ງນີ້ ເຈົ້າໜ້າທີ່ກຳລັງເລັ່ງສືບສວນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...