spot_img
Homeຂ່າວພາຍ​ໃນນາຍົກ ເນັ້ນໃຫ້ແຂວງບໍລິຄໍາໄຊ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ

ນາຍົກ ເນັ້ນໃຫ້ແຂວງບໍລິຄໍາໄຊ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ

Published on

ໃນ​ວັນທີ 1 ກຸມພາ 2017 ຜ່ານມານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ​ໂດຍ​ໃຫ້​ກຽດ​ຕ້ອນຮັບຂອງ ທ່ານ ກອງ​ແກ້ວ ​ໄຊ​ສົງຄາມ ​ເຈົ້າ​ແຂວງ​ບໍລິ​ຄຳ​ໄຊ ພ້ອມ​ບັນດາ​ພະນັກງານ​ ນຳພາ​ຫລັກ​ແຫ​ລ່ງຂັ້ນແຂວງ, ຂັ້ນເມືອງ, ພະແນກການ ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ເຂົ້າຮ່ວມ​ຢ່າງ​ພ້ອມພຽງ.

​ທ່ານ ກອງ​ແກ້​ວ ໄຊ​ສົງ​ຄາມ ​ໄດ້​ລາຍງານ​ກ່ຽວ​ກັບ ​ສະພາບ​ການຕໍ່ ນາຍົກ ຮັບຊາບ​ວ່າ: ແຂວງບໍລິຄຳໄຊ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ-ໝັ້ນທຽ່ງ, ວັດທະນະທຳ-ສັງຄົມ ໄດ້ຮັບການບູລະນະ, ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທາງດ້ານວັດຖຸ ແລະ ຈິດໃຈໄດ້ຮັບການປັບປຸງ ນັບມື້ນັບດີຂຶ້ນ, ໃນສົກປີ 2015-2016 ລວມຍອດມູນຄ່າເພີ່ມຜະລິດຕະພັນພາຍໃນ (GDP) ຂອງແຂວງ  4.478,8 ຕື້ກີບ, ດ້ວຍອັດຕາການຂະຫຍາຍຕົວ 8%, ສະເລ່ຍໃສ່ຫົວຄົນບັນລຸ 1.982 ໂດລາ.  ໃນນັ້ນແຂວງບໍລິຄຳໄຊ ໄດ້ວາງວິໄສທັດດ້ານການ ພັດທະນາແຕ່ນີ້ຫາປີ 2030 ຄື “ສ້າງແຂວງ ບໍລິຄຳໄຊ ເປັນປະຕູເສດຖະກິດ ແຫຼ່ງຜະລິດພະລັງງານ ສູນກາງບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ“ ໃນນັ້ນໄດ້ຖືເອົາການພັດທະນາ ເສດຖະກິດເປັນໃຈກາງ, ຖືເອົາການພັດທະນາວັດທະນາທຳ-ສັງຄົມເປັນສຳຄັນ, ຖືເອົາການພັດທະນາຊັບພະຍາກອນມະນຸດ ເປັນຂອດກຸນແຈ ແລະ ຖືເອົາການປົກປັກຮັກສາສິ່ງແວດລ້ອມເປັນວຽກທີ່ຈຳເປັນ.
​ໃນ​ໂອກາດ​ດັ່ງກ່າ​ວນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາສູງ ຕໍ່ຄະນະບໍລິງານພັກແຂວງ ທີ່ໄດ້ເອົາໃຈໃສ່ພ້ອມ ກັນພັດທະນາ ແຂວງ ບໍລິຄຳໄຊໃຫ້ ມີໃບໜ້າໃໝ່ ແລະ ມີທ່າກ້າວຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ພ້ອມເນັ້ນ ໃຫ້ຄະນະບໍລິຫານພັກແຂວງ ແຕ່ລະຂັ້ນ ຈົ່ງໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ຜັນຂະຫຍາຍເນື້ອໃນ ມະຕິ 10 ຂອງພັກ ກໍ່ຄືຄຳສັ່ງຕ່າງໆ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຂວງ ໃຫ້ໜັກແໜ້ນ, ເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ຮັບປະກັນ ຄວາມໂປ່ງໃສ, ຍຸດຕິທາ, ອັດຊ່ອງຫວ່າງການຮົ່ວໄຫຼ, ຕ້ານການສໍ້ລາດບັງຫຼວງ ໃຫ້ໄດ້ຢ່າງຂາດຕົວ, ຫັນເອົາທ່າແຮງຂອງແຂວງ ທີ່ມີເຂົ້າໃນແຜນພັດທະນາ ເສດຖະກິດສັງຄົມ  ໃຫ້ມີທ່າກ້າວ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...