Homeຂ່າວຕ່າງປະເທດ ອຸປະຕິເຫດ ລົດປີ້ນຕົກໜ້າຜາ 3 ວັນ ລອດແບບປະຕິຫານ

 ອຸປະຕິເຫດ ລົດປີ້ນຕົກໜ້າຜາ 3 ວັນ ລອດແບບປະຕິຫານ

Published on

ເວັບໄຊເດລີ່ເມລ ລາຍງານເມື່ອວັນທີ 31 ມັງກອນ 2017 ຜ່ານມາວ່າ ຮັນເຕີ ຄິດເທິນ ຊາຍໜຸ່ມຊາວອາເມລິກາອາຍຸ 24 ປີ ເກີດອຸປະຕິເຫດລົດປີ້ນຕົກໜ້າຜາສູງປະມານ 21 ແມັດ ຢູ່ບໍລິເວນພູເຂົາບາລດີ້ ລັດຄາລິຟໍເນຍ ຂອງສະຫະລັດອາເມລິກາ ໃນວັນທີ 22 ມັງກອນ 2017 ຜ່ານມາ ຫຼັງຈາກນັ້ນຜ່ານໄປ 3 ວັນເຈົ້າໜ້າທີ່ກູ້ໄພຈຶ່ງໄດ້ພົບຮ່າງຂອງລາວ ແລະບໍ່ໜ້າເຊື່ອວ່າ ລາວຍັງມີຊີວິດຢູ່ ຈຶ່ງຮີບນໍາສົ່ງໂຮງໝໍໂດຍດ່ວນ

ຈາກການລາຍງານບອກວ່າ ຮັນເຕີ ໄດ້ຮັບບາດເຈັບອາການສາຫັດ, ກະໂຫຼກຫົວແຕກ, ກະດູກຂ້າງຫັກ, ປອດຈີກເສຍຫາຍ ແລະຂາຫັກ ເຊິ່ງທາງແພດບອກວ່າ ບາດແຜຮຸນແຮງຈາກອາການບາດເຈັບຂອງລາວ ສຳລັບຄົນສ່ວນຫຼາຍພຽງແຕ່ 1 ຊົ່ວໂມງຫຼັງຈາກເກີດອຸປະຕິເຫດ ກໍບໍ່ສາມາດມີຊີວິດໄດ້, ແຕ່ເຫດການທີ່ເກີດຂຶ້ນກັບຮັນເຕີ ຍິ່ງກວ່າປະຕິຫານ ລາວສາມາດຢູ່ໄດ້ເຖິງ 3​ ວັນ ແລະທາງແພດກໍບໍ່ສາມາດຫາຄໍາຕອບໄດ້ເຊັ່ນກັນ ແລະໄດ້ຮັບການປິ່ນປົວຢູ່ໂຮງໝໍ ຈົນລອດມາແບບປະຕິຫານ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...