spot_img
Homeຂ່າວຕ່າງປະເທດນັກວິທະຍາສາດຄົ້ນພົບ ສິ່ງທີ່ມີຊີວິດທີ່ເກົ່າແກ່ທີ່ສຸດ

ນັກວິທະຍາສາດຄົ້ນພົບ ສິ່ງທີ່ມີຊີວິດທີ່ເກົ່າແກ່ທີ່ສຸດ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 1 ກຸມພາ 2017 ຜ່ານມາວ່າ ທີມນັກວິທະຍາສາດຂອງຈີນ ແລະເຢຍລະມັນ ຄົ້ນພົບຮ່ອງຮອຍຂອງຟອສຊິລ ທີ່ເຊື່ອວ່າເປັນສິ່ງທີ່ມີຊີວິດເກົ່າແກ່ທີ່ສຸດ ແລະເກີດກ່ອນສັດຕ່າງ ລວມເຖິງມະນຸດອີກດ້ວຍ

ສັດ

ສິ່ງທີ່ມີຊີວິດຕົວນີ້ຊື່ວ່າ Saccorhytus ມີຂະໜາດພຽງ 1 ມິນລີແມັດເທົ່ານັ້ນ, ນັກວິທະຍາສາດເຊື່ອວ່າ ພວກມັນມີຊີວິດຢູ່ປະມານ 540 ລ້ານປີກ່ອນ ເຊິ່ງອາໄສຢູ່ກົ້ນພື້ນຊາຍ ບໍລິເວນນໍ້າຕື້ນຂອງທະເລ ຕົວຂອງມັນມີຊ່ອງວ່າງຂະໜາດໃຫຍ່ທີ່ເຊື່ອວ່າເປັນປາກໄວ້ສຳລັບກິນອາຫານ ແຕ່ບໍ່ມີຮູຂັບຖ່າຍ, ນັກວິທະຍາສາດຈຶ່ງເຊື່ອວ່າ ສິ່ງທີ່ມີຊີວິດດັ່ງກ່າວ ຈະຂັບຖ່າຍອອກມາທາງຮູເກົ່າ, ຮ່າງກາຍຂອງມັນຖືກປົກຄຸມດ້ວຍກ້າມເນື້ອ ແລະຜິວໜັງບາງໆ ບໍ່ມີແຂນຂາ ແລະເຄື່ອນທີ່ດ້ວຍການບິດຕົວໄປມາ

ການກວດສອບຟອສຊິລ ດ້ວຍກ້ອງຈຸລະທັດ ແລະການເຮັດ CT ສະແກນ ທີມນັກວິທະຍາສາດໄດ້ສ້າງຮູບຈຳລອງຂອງ Saccorhytus ຂຶ້ນມາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...