spot_img
Homeນານາສາລະວິທີກຳຈັດຂີ້ໄຄ ແບບໄດ້ຜົນທີ່ສຸດ

ວິທີກຳຈັດຂີ້ໄຄ ແບບໄດ້ຜົນທີ່ສຸດ

Published on

ໃຜທີ່ມີບັນຫາເລື່ອງຂີ້ໄຄ ຕາມບໍລິເວນຜິວໜັງຕ່າງໆໃນຮ່າງກາຍທີ່ເກາະຕາມຜິວໜັງ ເຊິ່ງຂັດຜິວແນວໃດກໍບໍ່ອອກ, ມື້ນີ້ ລາວໂພສຕ໌ ມີວິທີດີໆ ໃນການກຳຈັດຂີ້ໄຄທີ່ຝັງເລິກໃນຜິວ ໃຫ້ອອກຈາກຮ່າງກາຍເຮົາ

  • ຂັດຜິວດ້ວຍຫີນຂັດຕົວ ຫຼືຫີນຊາ: ໃນຂະນະທີ່ອາບນໍ້າຕົນຕົວຈະປຽກ ຂີ້ໄຄກໍຈະຫຼຸດອອກມາງ່າຍດາຍ ແຕ່ຕ້ອງລະວັງ ຢ່າຂັດແຮງຫຼາຍເກີນໄປ ເພາະຈະເຮັດໃຫ້ຜິວເກີດເປັນບາດແຜ ຫຼືເກີດການລະຄາຍເຄືອງໄດ້
  • ຂັດຜິວດ້ວຍນໍ້າມັນໝາກກອກ: ໂດຍໃຊ້ນໍ້າມັນໝາກກອກ 4 ບ່ວງ ຫຼືຖ້າບໍ່ມີສາມາດໃຊ້ເບບີ້ອອຍແທນໄດ້ ປະສົມກັບເກືອປົ່ນ 2 ບ່ວງຊາ ແລ້ວເອົາໄປຂັດຜິວເບົາໆ ຈາກນັ້ນລ້າງອອກດ້ວຍນໍ້າສະອາດ
  • ນໍ້າໝາກຂາມປຽກມາຂັດຜິວ: ເອົາໝາກຂາມປຽກປະສົມກັບນໍ້າອຸ່ນເລັດໜ້ອຍ ແລ້ວຄັ້ນເອົາແຕ່ນໍ້າ ມາຂັດຖູໃຫ້ທົ່ວຮ່າງກາຍ ປະໄວ້ຈັກ 5 ຫຼື 10 ນາທີແລ້ວລ້າງອອກ ຫຼືອາດໃຊ້ຄີມໝາກຂາມແບບສຳເລັດຮູບ ທີ່ຂາຍທົ່ວໄປແທນໄດ້ ເຊິ່ງໄດ້ຜົນດີຄືກັນ, ການໃຊ້ໝາກຂາມຂັດຜິວ ນອກຈາກຈະຂັດເຊວຜິວ, ກຳຈັດຂີ້ໄຄໄດ້ດີແລ້ວ ຍັງເຮັດໃຫ້ຜິວໃສຂຶ້ນອີກດ້ວຍ

ເມື່ອເຮົາປະຕິບັດການກຳຈັດຂີ້ໄຄຮຽບຮ້ອຍແລ້ວ ກໍຢ່າລືມທານໍ້າມັນທາຜິວ ເພື່ອບຳລຸງຜິວໃຫ້ຊຸ່ມຊື່ນ, ຫຼຸດການລະຄາຍເຄືອງ, ພຽງເທົ່ານີ້ຂີ້ໄຄ ກໍຈະບໍ່ມາລົບກວນອີກຕໍ່ໄປ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...